ກະຊວງສາທລະນະສຸກ ໄດ້ຮັບຊຸດປ້ອງກັນພະຍາດໂຄວິດ-19

    ສະຫະລາຊະອານາຈັກອັງກິດ ມອບຊຸດປ້ອງກັນພະຍາດພະຍາດໂຄວິດ-19 (PPE) ຈຳນວນ 800.000 ຊຸດ ໃຫ້ກະຊວງສາທາລະນະສຸກ ວັນທີ 1 ກໍລະກົດ 2022 ທີ່ກະຊວງດັ່ງກ່າວ ໂດຍການມອບຂອງທ່ານ ຈອນ ເພຍຊັນ ເອກອັກຄະລາຊະທູດສະຫະລາຊະອານາຈັກອັງກິດ ປະຈຳ ລາວ ແລະ ຕາງໜ້າຮັບຂອງທ່ານ  ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ສະຫະລາຊະອານາຈັກອັງກິດ ໄດ້ເປັນຄູ່ຮ່ວມມືໃນວຽກງານການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຂອງ ສປປ ລາວ ຢ່າງສະໝໍ່າສະເໝີ ເຊິ່ງໃນໄລຍະຜ່ານມາ ໄດ້ຊ່ວຍເຫຼືອວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 700.000 ໂດສ ແລະ ງົບປະມານເຂົ້າໃນວຽກງານການຮັບມືກັບພະຍາດໂຄວິດ-19 ຜ່ານທະນາຄານພັດທະນາອາຊີ ແລະ ປັດຈຸບັນ ມອບຊຸດປ້ອງກັນພະຍາດພະຍາດໂຄວິດ-19 (PPE) ຈຳນວນ 800.000 ຊຸດ.

    ໃນປີ 2021 ສະຖານທູດໄດ້ໃຫ້ການສະໜັບສະໜູນການຄົ້ນຄວ້າກ່ຽວກັບການກ່ຽວພັນກັນລະຫວ່າງໄວຣັສໂຄໂຣນາໃນປະຊາກອນເຈຍທີ່ອາໄສຢູ່ພາກເໜືອຂອງລາວ ກັບ ພະຍາດໂຄວິດ-19 ສະຫະລາຊະອານາຈັກອັງກິດ ຍັງໄດ້ປະກອບສ່ວນສະໜັບສະໜູນງົບປະມານຈຳນວນ 240.000 ໂດລາສະຫະລັດ ໃຫ້ແກ່ສະຖາບັນປັດສະເຕີ ລາວ ເພື່ອເປັນການສະໜັບສະໜູນສະຖາບັນໃນຖານະເປັນສະຖາບັນຄົ້ນຄວ້າ ທົດລອງ ແຖວໜ້າໃນການສຶກສາຄົ້ນຄວ້າ ແລະ ກວດວິເຄາະຫາເຊື້ອພະຍາດໂຄວິດ-19.

    ທ່ານ ຈອນ ເພຍຊັນ ກ່າວວ່າ: ຂ້າພະເຈົ້າດີໃຈຫຼາຍທີ່ສະຫະລາຊະອານາຈັກ ມີໂອກາດໄດ້ປະກອບສ່ວນໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຂອງ ສປປ ລາວ ແລະ ພວກເຮົາຫວັງວ່າຈະໄດ້ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືໃຫ້ເລິກເຊິ່ງຂຶ້ນຕື່ມໃນອະນາຄົດ.

error: Content is protected !!