ປະທານປະເທດແຫ່ງ ສປປ ລາວ ແຕ່ງຕັ້ງຜູ້ຕາງໜ້າພິເສດ ເຂົ້າຮ່ວມພິທີສາບານຕົນ ເຂົ້າຮັບຕຳແໜ່ງຂອງປະທານາທິບໍດີຟີລິບປິນ

    ໂດຍຕອບສະໜອງຕາມການເຊື້ອເຊີນຂອງລັດຖະບານແຫ່ງສາທາລະນະລັດ ຟີລິບປິນ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນຖານະຜູ້ຕາງໜ້າພິເສດ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມພິທີສາບານຕົນເຂົ້າຮັບຕຳແໜ່ງປະທານາທິບໍດີແຫ່ງ ສາທາລະນະລັດ ຟິລິບປິນ ຄົນທີ 17 ຂອງພະນະທ່ານ Ferdinand R. Marcos Jr., ໃນລະຫວ່າງວັນທີ 29 ມິຖຸນາ – 1 ກໍລະກົດ 2022 ທີ່ນະຄອນຫຼວງມະນີລາ ປະເທດ ຟິລິບປິນ.

    ໃນໂອກາດເດີນທາງເຂົ້າຮ່ວມຄັ້ງນີ້ ໃນວັນທີ 29 ມິຖຸນາ 2022 ທ່ານ ໂພໄຊ ໄຂຄຳພິທູນ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງຟິລິບປິນ ທ່ານ ນາງ Ma. Theresa P. Lazaro. ທັງສອງຝ່າຍໄດ້ຕີລາຄາສູງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ອັນເປັນມູນເຊື້ອ ນັບແຕ່ສອງປະເທດໄດ້ສ້າງສາຍພົວພັນການທູດຮ່ວມກັນໃນວັນທີ 14 ມັງກອນ 1955 ຈົນເຖິງປັດຈຸບັນ. ພ້ອມນີ້ ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວຂ້ອງກັບການຮ່ວມມືໃນອະນາຄົດທາງດ້ານການເມືອງ ເສດຖະກິດ ແລະ ການໄປມາຫາສູ່ລະຫວ່າງ ລັດຖະບານ ກໍຄືປະຊາຊົນສອງຊາດ ເພື່ອໃຫ້ການຮ່ວມມືລະຫວ່າງສອງປະເທດນັບມື້ໄດ້ຮັບການເສີມຂະຫຍາຍ ຍິ່ງໆຂຶ້ນ.

    ໃນວັນດຽວກັນ ທ່ານ ໂພໄຊ ໄຂຄຳພິທູນ ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາງ Sara Z. Duterte, ຮອງປະທານາທິບໍດີ ທັງເປັນລັດຖະມົນຕີກະຊວງສຶກສາທິການຟິລິບປິນ, ຊຶ່ງທ່ານໄດ້ສະແດງຄວາມຍີນດີ ແລະ ຊົມເຊີຍທີ່ທ່ານນາງ Sara Z. Duterte ໄດ້ຖືກເລືອກຕັ້ງໃຫ້ເປັນຮອງປະທານາທິບໍດີຂອງຟິລິບປິນ.

    ທ່ານ ນາງ Sara ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການເດີນທາງເຂົ້າຮ່ວມໃນພິທີຄັ້ງນີ້ ຂອງຄະນະຜູ້ແທນ ແຫ່ງ ສປປ ລາວ. ສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມກັນໃນການສົ່ງເສີມການຮ່ວມມືລະຫວ່າງສອງປະເທດທີ່ມີຢູ່ໃຫ້ໄດ້ຮັບການພັດທະນາ ແລະ ສຶກສາຄວາມເປັນໄປໄດ້ຂະແໜງການທີ່ມີທ່າແຮງໃນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ການສຶກສາ ສາທາລະນະສຸກ ການທ່ອງທ່ຽວ ແລະ ອຶ່ນໆ.

    ພາຍຫຼັງເຂົ້າຮ່ວມພິທີສາບານຕົນຢ່າງເປັນທາງການ ໃນວັນທີ 1 ກໍລະກົດ 2022 ຄະນະຜູ້ແທນຈາກ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບທ່ານ Ferdinand R. Marcos Jr., ປະທານາທິບໍດີຄົນໃໝ່ຂອງຟິລິບປິນ. ໂອກາດດັ່ງກ່າວ ທ່ານ ໂພໄຊ ໄຂຄຳພິທູນ ໄດ້ຝາກຄວາມຢື້ຢາມຖາມຂ່າວຈາກທ່ານປະທານປະເທດ ແລະ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຖິງທ່ານ ປະທານາທິບໍດີຟີລິບປິນ ແລະ ຝາກຄວາມຊົມເຊີຍທີ່ທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຄົນທີ 17 ຂອງ ຟີລິບປິນ ສປປ ລາວ ພ້ອມທີ່ຈະເຮັດວຽກຮ່ວມກັບຟີລິບປິນ ເພື່ອເພິ່ມທະວີການຮ່ວມມືລະຫວ່າງສອງປະເທດທີ່ມີມາແລ້ວນັ້ນໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ ພ້ອມທັງເຊື້ອເຊີນທ່ານປະທານາທິບໍດີ ເດີນທາງຢ້ຽມຢາມ ສປປ ລາວ ໃນໂອກາດທີ່ສະດວກ.

    ໂອກາດນີ້ ທ່ານປະທານາທິບໍດີ Marcos ກໍໄດ້ສະແດງຄວາມຂອບໃຈມາຍັງລັດຖະບານລາວ ແລະ ເຫັນໄດ້ເຖິງການໃຫ້ຄວາມສຳຄັນໃນການຮັດແໜ້ນການຮ່ວມມືກໍ່ຄືຜູ້ຕາງໜ້າພິເສດທີ່ມາເຂົ້າຮ່ວມພິທີດັ່ງກ່າວ ທ່ານ ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດທີ່ມີມາແຕ່ດົນນານ ແລະ ພ້ອມທີ່ຈະເຮັດວຽກຮ່ວມກັບຝ່າຍລາວ ທັງໃນຂອບສອງຝ່າຍ ກໍຄືຂອບຫຼາຍຝ່າຍ ໂດຍສະເພາະ ການຮ່ວມມືໃນຂອບອາຊຽນ ເພື່ອເພິ່ມທະວີການຮ່ວມມືສອງປະເທດໃຫ້ກ້າວສູ່ລວງເລິກ ແລະ ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນໃຫ້ໄປຢ້ຽມຢາມ ສປປ ລາວ.

error: Content is protected !!