ສ້າງບຸຄະລາກອນວຽກງານໂຄສະນາ ໃຫ້ພະນັກງານອົງການກາແດງລາວ

    ໂດຍການສະໜັບສະໜູນຈາກສະຫະພັນກາແດງ ແລະ ຊືກວົງເດືອນແດງສາກົນ ລະຫວ່າງວັນທີ 26 ມິຖຸນາ ຫາ ວັນທີ 2 ກໍລະກົດ 2022 ອົງການກາແດງແຫ່ງຊາດລາວ ໄດ້ຈັດເຝິກອົບຮົມໃຫ້ເປັນນັກໂຄສະນາຂັ້ນແຂວງ ແລະ ການຊອກຫາແຫຼ່ງທຶນໃຫ້ແກ່ພະນັກງານກາແດງທົ່ວປະເທດ ທີ່ຫ້ອງປະຊຸມເຮືອນພັກແຄມງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍເປັນປະທານຂອງທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ມີບັນດາຫົວໜ້າຫ້ອງການ ຫົວໜ້າກອງ ຫົວໜ້າພະແນກ ວິຊາການ ພ້ອມດ້ວຍນັກວິທະຍາກອນຈາກສູນເຝິກທັກສະນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ 53 ທ່ານ ຍິງ 20 ທ່ານ.

    ການເຝິກອົບຮົມໃນຄັ້ງນີ້ ເພື່ອເປັນການພັດທະນາຄວາມສາມາດ ຄວາມຮູ້ ຄວາມເຂົ້າໃຈ ແລະ ທັກສະກ່ຽວກັບການເປັນນັກໂຄສະນາເຜີຍແຜ່ໃຫ້ກັບຜູ້ຮັບຜິດຊອບວຽກງານໂຄສະນາຂອງອົງການກາແດງແຫ່ງຊາດລາວ ໃຫ້ກາຍເປັນນັກໂຄສະນາທີ່ດີ ແລະ ສາມາດນຳໄປເຜີຍແຜ່ໃນຂອບເຂດວຽກງານໃນຂັ້ນຂອງຕົນໄດ້ໃນຕໍ່ໜ້າ ຫົວຂໍ້ທີ່ນຳມາສະເໜີປະກອບມີ ຟື້ນຖານການສື່ສານໄດ້ຢ່າງມີປະສິດທິພາບ ການນຳໃຊ້ເຕັກນິກການສື່ສານ ເພື່ອເຮັດໃຫ້ຜູ້ຊົມມີສ່ວນຮ່ວມໃນການນຳສະເໜີຫຼາຍຂຶ້ນ ການເຝິກໃຊ້ສື່ການນຳສະເໜີຮູບແບບຕ່າງໆຢ່າງມີປະສິດທິພາບ ວິທີການນຳໃຊ້ສື່ໂຄສະນາແບບອອນລາຍ ການກະກຽມຂໍ້ມູນໂຄສະນາເຜີຍແຜ່ກົດໝາຍກາແດງໃຫ້ເຂົ້າກັບກຸ່ມເປົ້າໝາຍ ການອອກແບບສື່ໃຫ້ມີຄວາມເຂົ້າໃຈເນື້ອໃນໄດ້ດີ ແລະ ມີຄວາມໜ້າສົນໃຈ ວິທີການຂຽນແຜນໃນວຽກງານລະດົມທຶນ ການບໍລິຫານທຶນໃຫ້ມີຄວາມຍືນຍົງ ນອກຈາກນັ້ນ ຍັງໄດ້ມີການແລກປ່ຽນຄຳຄິດຄຳເຫັນ ແລະ ເຝິກການນຳສະເໜີຕົວຈິງຜ່ານຂະບວນການທີ່ຮຽນມາ.

# ຂ່າວ – ພາບ : ບຸນມີ

error: Content is protected !!