ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງເມືອງລ້ອງແຈ້ງ

    ວັນທີ 1 ກໍລະກົດ 2022 ຜ່ານມາ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຈາກບັນດາກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມການນຳຫຼັກແຫຼ່ງເມືອງລ້ອງແຈ້ງ ແຂວງໄຊສົມບູນ ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ມີທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງ ການນຳ-ພະນັກງານຫຼັກແຫຼ່ງເມືອງລ້ອງແຈ້ງ ແລະ ພາກທຸລະກິດ ທີ່ມີສ່ວນຮ່ວມໃນການພັດທະນາແຂວງໄຊສົມບູນ ຈຳນວນໜຶ່ງ.

    ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ຈາກທ່ານ ອຸດອນ ສິງດາລາ ເຈົ້າເມືອງໆລ້ອງແຈ້ງ ໂດຍເຫັນໄດ້ສະພາບຈຸດພິເສດ ທ່າແຮງພື້ນຖານ ຂໍ້ຈຳກັດ ແລະ ສິ່ງທ້າທາຍຕ່າງໆ ໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ລວມທັງທິດທາງແຜນວຽກຈຸດສຸມພັດທະນາຂອງເມືອງໃນຕໍ່ໜ້າ ໂດຍອີງໃສ່ເງື່ອນໄຂທີ່ຕັ້ງ ແລະ ທ່າແຮງຕ່າງໆ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງໄຊສົມບູນ ໄດ້ສຸມໃສ່ພັດທະນາເມືອງລ້ອງແຈ້ງ 3 ດ້ານ ຄື:

  • ສຸມໃສ່ສ້າງເມືອງລ້ອງແຈ້ງເປັນເມືອງປູກ-ເມືອງລ້ຽງ ເພື່ອສະໜອງສະບຽງອາຫານໃຫ້ບັນດາບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ຢູ່ພາຍໃນແຂວງໄຊສົມບູນ
  • ສຸມໃສ່ສ້າງເມືອງລ້ອງແຈ້ງເປັນເມືອງທ່ອງທ່ຽວ ທາງທໍາມະຊາດ ແລະ ຮ່ອງຮອຍປະຫວັດສາດແບບອະນຸຮັກ
  • ສຸມໃສ່ສ້າງກຸ່ມບ້ານນ້ຳຜາໃຫ້ເປັນບ້ານທີ່ມີການພັດທະນາ ແລະ ກາຍເປັນສີສັນຂອງຕົວເມືອງ ປາກົດຂຶ້ນ.

    ນອກຈາກນີ້ ຍັງໄດ້ຮັບຟັງການນຳສະເໜີແຜນໂຄງການພັດທະນາແຫຼ່ງທ່ອງທ່ຽວ ພູໝອກ-ພູຕະການ ແລະ ບັນດາກິດຈະການທີ່ຕິດພັນ ຈາກທ່ານປະທານກຸ່ມບໍລິສັດ ລ້ອງແຈ້ງພັດທະນາ ຈຳກັດ.

    ໃນໂອກາດນີ້ ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຜູ້ເຂົ້າຮ່ວມ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ອົງການປົກຄອງແຂວງ ອົງການປົກຄອງເມືອງ ຕ້ອງສືບຕໍ່ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາຂອງທ້ອງຖິ່ນຕົນຢ່າງຮອບດ້ານ ບົນຈິດໃຈສູ້ຊົນເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ ແລະ ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານແທ້ໆ ຫຼີກລ່ຽງແນວຄິດເອື່ອຍອີງ ເພີ່ມສະຕິລະວັງຕົວໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບວຽກງານການຕ່າງປະເທດ ໂດຍສະເພາະ ປ້ອງກັນການສວຍໃຊ້ໂອກາດ ແລະ ຊ່ອງຫວ່າງເພື່ອສ້າງປາກົດການຫຍໍ້ທໍ້ຕ່າງໆ ແລະ ກົດໜ່ວງຖ່ວງດຶງການພັດທະນາປະເທດຊາດ ກໍຄືທ້ອງຖິ່ນພາຍໃນແຂວງໄຊສົມບູນ. ພ້ອມກັນນີ້ ກໍໃຫ້ກະຊວງ- ອົງການທີ່ກ່ຽວຂ້ອງ ສົມທົບກັບແຂວງ ແລະ ເມືອງ ກວດກາຄືນ ແລະ ຄົ້ນຄວ້າປັບປຸງແຜນພັດທະນາດ້ານຕ່າງໆໃນວຽກງານສາຍຕັ້ງຂອງຕົນ ໃຫ້ສອດຄ່ອງກັບສະພາບຕົວຈິງ ກວ່າເກົ່າ ໂດຍສະເພາະ ຂະແໜງແຜນການ ແລະ ການລົງທຶນ ໂຍທາທິການ ແລະ ຂົນສົ່ງ ກະສິກຳ ແລະ ປ່າໄມ້ພະລັງງານ ແລະ ບໍ່ແຮ່ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອແນໃສ່ເຮັດໃຫ້ເມືອງລ່ອງແຈ້ງ ກໍຄືແຂວງໄຊສົມບູນ ໄດ້ຮັບການພັດທະນາ ດີຂຶ້ນກວ່າເກົ່າ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເປັນກ້າວໆ.

(ແຫຼ່ງຂ່າວ  ຈາກກົມປະສານສຳພັນ ຫກສນຍ)

error: Content is protected !!