ເຊກອງ ໄຂງານວາງສະແດງສິນຄ້າມິດຕະພາບລາວ-ຫວຽດນາມ

    ແຂວງເຊກອງ ຈັດພິທີໄຂງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ມິດຕະພາບລາວ-ຫວຽດນາມ ຂຶ້ນໃນວັນທີ 1 ກໍລະກົດ 2022 ຜ່ານມາ ທີ່ສູນການຄ້າແຂວງເຊກອງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ວໍ ຊວນ ກາ ຄະນະປະຈໍາພັກແຂວງ ປະທານແນວໂຮມແຫ່ງຊາດຫວຽດນາມ ແຂວງກວາງນາມ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ທ່ານຮອງເລຂາພັກແຂວງສາລະວັນ ຮອງເຈົ້າແຂວງຈໍາປາສັກ ສປປ ລາວ ມີຕາງໜ້າການນໍາແຂວງກວາງນາມ ເທື່ອທຽນເຫວ້ ກອນຕູມ ນະຄອນດານັງ ສສ ຫວຽດນາມ ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.

    ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ຫົວໜ້າຈັດງານວາງສະແດງສິນຄ້າ ໄດ້ກ່າວວ່າ: ການຈັດງານວາງສະແດງສິນຄ້າມິດຕະພາບ ລາວ-ຫວຽດນາມ ທີ່ແຂວງເຊກອງໃນຄັ້ງນີ້ ເປັນເຫດການທີ່ມີຄວາມໝາຍສໍາຄັນຍິ່ງ ເຊິ່ງໄດ້ເປັນການປະກອບສ່ວນສ້າງຂະບວນການໃຫ້ແກ່ການຈັດຕັ້ງປະຕິບັດການສະເຫຼີມສະ ຫຼອງ “ປີສາມັກຄີມິດຕະພາບ ລາວ-ຫວຽດ ນາມ 2022″ ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 42 ປີ (18/7/1977 18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962 5/9/ 2022) ແລະ ວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ ໃຫ້ມີບັນຍາກາດຟົດຟື້ນ ພ້ອມດຽວກັນນີ້ ກໍເປັນການເລັ່ງໃສ່ຍົກສູງກຳລັງແຮງພັດທະນາແຂວງເຊກອງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ຮັບປະກັນການຜະລິດກະສິກຳສະອາດ ປອດສານພິດ ຕາມທິດສີຂຽວ ແລະຍືນຍົງ ສົ່ງເສີມການລົງທຶນ ພັດທະນາອຸດສາຫະກຳ ການຄ້າ ການທ່ອງທ່ຽວ ໃຫ້ໄດ້ຄຸນນະພາບ ຕິດພັນກັບການພັດທະນາສັງຄົມຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກຕອນໃຕ້ທີ່ສັ້ນທີ່ສຸດ.

    ການຈັດງານໃນຄັ້ງນີ້ ຈຸດປະສົງຫຼັກ ກໍເພື່ອເປັນການເປີດກ້ວາງ ເປີດໂອກາດ ລວມທັງເປັນການຊຸກຍູ້ ສົ່ງເສີມ ແລະ ສະໜັບສະໜູນໃຫ້ຜູ້ຜະລິດ ຜູ້ປະກອບການ ນັກທຸລະກິດ ພໍ່ຄ້າຊາວຂາຍ ໄດ້ມີການພົວພັນແລກປ່ຽນຮ່ວມມືດ້ານການຄ້າ ການລົງທຶນ ການທ່ອງທ່ຽວ ລະຫວ່າງ 4 ແຂວງພາກໃຕ້ ສປປ ລາວ ກັບ 4 ແຂວງພາກກາງ ສສ ຫວຽດນາມ ເວົ້າສະເພາະ ເວົ້າລວມແມ່ນສອງຊາດ ລາວ-ຫວຽດນາມ ໃຫ້ຖືກຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ ທັງນີ້ກໍເພື່ອເປັນການກະຕຸກຊຸກຍູ້ ສົ່ງເສີມສິນຄ້າພູມປັນຍາຂອງທ້ອງຖິ່ນ ກຸ່ມຜູ້ຜະລິດ-ປຸງແຕ່ງ ຜະລິດຕະພັນ ແລະ ສິນຄ້າອຸປະໂພກ ບໍລິໂພກທົ່ວໄປ ພິເສດແມ່ນສິນຄ້າໂອດ໋ອບຂອງແຂວງເຊກອງ ແລະ ບັນດາແຂວງໃກ້ຄຽງ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ນຳສິນຄ້າຂອງຕົນມາວາງສະແດງ ແລະຈຳໜ່າຍອອກສູ່ສາຍຕາຂອງທົ່ວສັງຄົມອີກດ້ວຍ.

    ເຊິ່ງສິນຄ້າທີ່ນໍາມາວາງສະແດງ ແລະ ຈໍາໜ່າຍໃນຄັ້ງນີ້ ສ່ວນໃຫຍ່ກໍລ້ວນແຕ່ເປັນສິນຄ້າທີ່ເປັນທ່າແຮງຂອງ ສປປ ລາວ ເວົ້າລວມ ເວົ້າສະເພາະແມ່ນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຂອງບັນດາແຂວງ ເຊິ່ງມີຈຳນວນເຂົ້າຮ່ວມທັງໝົດ 104 ຫົວໜ່ວຍ ມີຫ້ອງເພື່ອວາງສະແດງສິນຄ້າຈໍານວນ 90 ຫ້ອງ ລວມມູນຄ່າສິນຄ້າທີ່ມາວາງສະແດງທັງໝົດ 4,9 ຕື້ກວ່າກີບ ໃນນີ້ ລວມມູນຄ່າສິນຄ້າພາຍໃນປະເທດ 900 ລ້ານກວ່າກີບ ແລະ ລວມສິນຄ້ານຳເຂົ້າຈາກຕ່າງປະເທດ ເກືອບ 4 ຕື້ກີບ.

error: Content is protected !!