ລາຄາຂາຍຍ່ອຍນໍ້າມັນເຊື້ອໄຟພາຍໃນປະເທດ ແມ່ນປັບຕາມລາຄາຕະຫຼາດໂລກ

    ກອງປະຊຸມປຶກສາຫາລືກ່ຽວກັບການນຳເຂົ້າ ການສະໜອງ ແລະ ການຈໍລະຈອນແຈກຢາຍນ້ຳມັນເຊື້ອໄຟ ຈັດຂຶ້ນວັນທີ 1 ກໍລະກົດ 2022 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ເປັນປະທານຂອງທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ມີຫົວໜ້າກົມ-ຮອງກົມ ພະແນກການອ້ອມຂ້າງ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.

    ຫົວໜ້າກົມການຄ້າພາຍໃນ ກ່າວວ່າ: ປັດຈຸບັນ ສະພາບເສດຖະກິດພາກພື້ນ ແລະ ໂລກ ເຂົ້າສູ່ໄລຍະຜັນຜວນ ເນື່ອງຈາກການປິດລ້ອມທາງເສດຖະກິດ ແລະ ການປະຕິບັດການພິເສດທາງການທະຫານຂອງບັນດາປະເທດມະຫາອຳນາດ ໄດ້ສົ່ງຜົນເຮັດນໍ້າມັນເຊື້ອໄຟໃນຕະຫຼາດໂລກມີລາຄາເໜັງຕີງຂຶ້ນສູງສຸດເປັນປະຫວັດການ ເນື່ອງຈາກການສະໜອງບໍ່ພຽງພໍກັບຄວາມຕ້ອງການ ຈາກສະພາບຄືແນວນີ້ ແນ່ນອນວ່າມີຜົນກະທົບໂດຍກົງ ເຮັດໃຫ້ລາຄາຂາຍຍ່ອຍນໍ້າມັນເຊື້ອໄຟພາຍໃນປະເທດເຮົາ ຕ້ອງໄດ້ປັບຂຶ້ນຕາມລາຄາຕະຫຼາດໂລກ ເນື່ອງຈາກປະເທດລາວຕ້ອງໄດ້ນຳເຂົ້ານໍ້າມັນເຊື້ອໄຟ ທີ່ເປັນປັດໄຈພື້ນຖານມາຮັບໃຊ້ການຜະລິດ ແລະ ການດຳລົງຊີວິດ ພ້ອມດຽວກັນນັ້ນ ກໍສົ່ງຜົນໃຫ້ມີຄວາມຈໍາເປັນນໍາໃຊ້ເງິນຕາຕ່າງປະເທດຈໍານວນຫຼາຍຂື້ນ ໃນການຊື້ນໍ້າມັນ ແລະ ມີຜົນຕໍ່ຕົ້ນທຶນການຜະລິດ ຂົນສົ່ງສິນຄ້າ ເຮັດໃຫ້ສິນຄ້າມີລາຄາເພີ່ມສູງຂຶ້ນໄປຕາມກັນ ທັງເຮັດໃຫ້ການນຳເຂົ້ານ້ຳມັນປະສົບບັນຫາ ຍ້ອນອັດຕາແລກປ່ຽນຜັນຜວນ ແລະ ສົ່ງຜົນໃຫ້ການນໍາເຂົ້ານໍ້າມັນຫຼຸດລົງ ເກີດສະພາບຂາດແຄນນໍ້າມັນ ດັ່ງທີ່ພວກເຮົາໄດ້ປະສົບໃນໄລຍະສອງເດືອນທີ່ຜ່ານມາ ດ້ວຍເຫດນີ້ ການປັບລາຄາໃນແຕ່ລະຄັ້ງຜ່ານມາ ແມ່ນມີຄວາມຈຳເປັນ ເພື່ອເຮັດໃຫ້ລາຄາປັບປ່ຽນທັນຕາມສະພາບການ ເຖິງແມ່ນວ່າຈະໄດ້ປັບລາຄາຂາຍຍ່ອຍນ້ຳມັນຂຶ້ນແລ້ວກໍຕາມ ແຕ່ດ້ວຍປັດໄຈອື່ນໆ ຄຽງຄູ່ກັບຄວາມຜັນຜວນຂອງອັດຕາແລກປ່ຽນ ບວກກັບຄວາມຕ້ອງການໃຊ້ພະລັງງານສູງຂຶ້ນ ເພື່ອຮັບໃຊ້ການເປີດປະເທດ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ເຊິ່ງເປັນການເພີ່ມລາຍຈ່າຍຂອງຜູ້ປະກອບການ ເຮັດໃຫ້ຫຼາຍບໍລິສັດນຳເຂົ້ານໍ້າມັນຕົກຢູ່ໃນສະພາບຂາດທຶນ ແລະ ບໍ່ສາມາດນຳເຂົ້ານ້ຳມັນເຊື້ອໄຟມາຮັບໃຊ້ສັງຄົມໄດ້ຢ່າງພຽງພໍ ແລະ ເປັນປົກກະຕິ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!