ໄຂນໍາໃຊ້ຈຸດປ່ຽນຖ່າຍສິນຄ້າສະຖານີວຽງຈັນໃຕ້ ຢ່າງເປັນທາງການ

    ຄຽງຄູ່ກັບຕູ້ຄອນເທັນເນີບັນຈຸສິນຄ້າຂ້າມປະເທດງວດທຳອິດ ໄດ້ສຳເລັດການປ່ຽນຖ່າຍຈາກລາງລົດໄຟມາດຕະຖານ ໄປເຖິງລາງລົດໄຟ 1 ແມັດ ແລະ ແລ່ນໄປສູ່ທ່າກຳປັ່ນແຫຼມສະບັງ ຂອງໄທ ຈຸດເຄື່ອນຖ່າຍສິນຄ້າສະຖານີລົດໄຟວຽງຈັນໃຕ້ ໄດ້ໄຂນຳໃຊ້ຢ່າງເປັນທາງການ ໃນວັນທີ 1 ກໍລະກົດ 2022 ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ທາງລົດໄຟ ຈີນ-ລາວ-ໄທ ໄດ້ສໍາເລັດການເຊື່ອມຕໍ່ກັນ.

​    ຈຸດປ່ຽນຖ່າຍສິນຄ້າ ສະຖານີວຽງຈັນໃຕ້ ສາມາດຂຶ້ນເໜືອເຊື່ອມຕໍ່ສູນລໍາລຽງສິນຄ້ານະຄອນເສີງຕູ່ ຈຸ່ງກິ່ງ ຊີອ່ານ ແລະ ເຂດອື່ນໆຂອງຈີນ ແລະ ເຊື່ອມຕໍ່ລົດໄຟຈີນ-ເອີຣົບ ລົງໃຕ້ ສາມາດເຊື່ອມຕໍ່ນະຄອນຫຼວງບາງກອກ ແລະ ທ່າກຳປັ່ນແຫຼມສະບັງ ຂອງໄທ ເຊິ່ງໄດ້ຍົກສູງປະສິດທິພາບໃນການຂົນສົ່ງສິນຄ້າ ລະຫວ່າງຈີນ ແລະ ປະເທດອາຊຽນ ສົ່ງຜົນເຮັດໃຫ້ເວລາການເດີນທາງແຕ່ນະຄອນຄຸນໝິງ ຂອງຈີນ ໄປທ່າກຳປັ່ນແຫຼມສະບັງ ຫຼຸດລົງປະມານ 1 ມື້ ເມື່ອທຽບໃສ່ການຄ່ຽນຖ່າຍດ້ວຍລົດ ທັງສາມາດຫຼຸດຕົ້ນທຶນໃນການຂົນສົ່ງ 20% ຂຶ້ນໄປ ເຊິ່ງເປັນສິ່ງຄໍ້າປະກັນທາງດ້ານຄົມມະນາຄົມຂົນສົ່ງໃຫ້ກັບການສ້າງຄູ່ຮ່ວມຊາຕາກໍາຈີນ-ອາຊຽນນໍາອີກ.

​    ໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການຮ່ວມມືລະຫວ່າງສອງພັກສອງລັດຖະບານ ລາວ-ຈີນ ກໍຄືບັນດາບໍລິສັດຮັບເໝົາກໍ່ສ້າງ ໂດຍທ່ານກ່າວວ່າ: ການເປີດນໍາໃຊ້ຈຸດປ່ຽນຖ່າຍສິນຄ້າດັ່ງກ່າວ ມີຄວາມໝາຍສໍາຄັນຍິ່ງ ແລະ ເປັນເຫດການທີ່ບໍ່ເຄີຍມີມາກ່ອນ ເນື່ອງຈາກວ່າບັນຫາຄົມມະນາຄົມຂົນສົ່ງທີ່ມີຕົ້ນທຶນສູງນັ້ນ ເປັນອຸປະສັກໜຶ່ງໃນການດຶງດູດການລົງທຶນຂອງລາວ ແລະ ເຊື່ອໝັ້ນວ່າ ການເປີດນໍາໃຊ້ຈຸດປ່ຽນຖ່າຍສິນຄ້າດັ່ງກ່າວ ຈະເປັນແຮງຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ກໍຄືຊຸກຍູ້ໃຫ້ຂະແໜງການຕ່າງໆໃຫ້ໄດ້ຮັບເງື່ອນໄຂການພັດທະນາທີ່ດີກວ່າເກົ່າ.

​    ພາຍຫຼັງທາງລົດໄຟ ລາວ-ຈີນ ໄດ້ເປີດນໍາໃຊ້ຢ່າງເປັນທາງການເປັນຕົ້ນມາ ປາກົດເຫັນວ່າການຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ ລ້ວນແຕ່ມີທ່າອ່ຽງການພັດທະນາດີຂຶ້ນ ທັງທາງດ້ານປະລິມານ ແລະ ຄຸນນະພາບ ມາຮອດວັນທີ 30 ມິຖຸນາ 2022 ໄດ້ສົ່ງຜູ້ໂດຍສານທັງໝົດ 4 ລ້ານເທື່ອຄົນ ໃນນັ້ນ ໄລຍະໃນລາວມີ 520.000 ເທື່ອຄົນ ໄດ້ຂົນສົ່ງສິນຄ້າທັງໝົດ 4.940.000 ໂຕນ ໃນນັ້ນການຂົນສົ່ງສິນຄ້າຂ້າມຊາດມີ 820.000 ໂຕນ.

# ຂໍຂອບໃຈແຫຼ່ງຂ່າວຈາກ CRI-FM 93

error: Content is protected !!