ເຝິກອົບຮົມກ່ຽວກັບການການຂຽນຂ່າວໃຫ້ແກ່ພະນັກງານລັດ

    ກົມຄຸ້ມຄອງ ແລະ ພັດທະນາທີ່ດີນກະສິກຳ ຮ່ວມກັບໂຄງການຊາມິສ (SAMIS) ເປີດເຝິກອົບຮົມກ່ຽວກັບການການຂຽນຂ່າວໃຫ້ແກ່ພະນັກງານລັດ ໃນໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ ຈັດຂຶ້ນວັນທີ 30 ມິຖຸນາ ຫາ 9 ກໍລະກົດ 2022 ທີ່ກົມຄຸ້ມຄອງ ແລະ ພັດທະນາທີ່ດີນກະສິກຳ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມເປັນປະທານຂອງທ່ານ ທັດເທວາ ສະພັງທອງ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດີນກະສິກຳ ທ່ານ ນາງ ໂມນີກ່າ ປີຕຣີ ຜູ້ປະສານງານໂຄງການ SAMIS ອົງການອາຫານ ແລະ ການກະເສດ (FAO) ພ້ອມບັນດານັກສຳມະນາກອນ 26 ທ່ານເຂົ້າຮ່ວມ.

    ຈຸດປະສົງການເຝິກອົບຮົມຄັ້ງນີ້ ເພື່ອພັດທະນາທັກສະ ວິທີການກໍານົດ ແລະ ຮ່າງຂຽນບົດຂ່າວທີ່ດຶງດູດຄວາມສົນໃຈ ວິທີການສ້າງພາບຂໍ້ມູນທີ່ດຶງດູດຄວາມສົນໃຈ ແລະ ການສືບສວນຂ່າວ ເຄັດລັບ ແລະ ເຕັກນິກວິທີການສ້າງຂ່າວທີ່ໜ້າສົນໃຈໃນສື່ອອນລາຍ ການຕິດຕາມ ແລະ ການສະໜັບສະໜູນ ສຳລັບແນວຄິດການຮ່າງຂຽນບົດຂ່າວ ເນື້ອໃນຂ່າວ ພັດທະນາຍຸດທະສາດການສື່ສານສໍາລັບລະບົບຂໍ້ມູນ ແລະ ການສະເໜີບົດສຸດທ້າຍທີ່ສົມບູນແບບຕໍ່ FAO,

    ທ່ານ ນາງ ໂມນີກ່າ ປີຕຣີ ໄດ້ກ່າວບາງຕອນວ່າ: ການເຝິກອົບຮົມຄັ້ງນີ້ ແມ່ນໃຫ້ນັກສຳມະນາກອນຮູ້ເຖິງວິທີການກໍານົດແນວຄວາມຄິດການຂຽນຂ່າວທີ່ໜ້າຈັບໃຈ ແລະ ກະທັດຮັດ ເຊິ່ງຈະເຮັດໃຫ້ຜູ້ອ່ານມີຄວາມສົນໃຈ ສ່ວນທີ່ສອງຂອງການເຝິກອົບຮົມ ແມ່ນກ່ຽວກັບການນໍາໃຊ້ຮູບພາບ ແລະ ສັນຍະລັກທີ່ໜ້າຮັກ ຫຼື ສວຍງາມເປັນໜ້າປະທັບໃຈ ແລະ ໜ້າສົນໃຈ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!