ຮ່ວມກັນຈັດງານຕະຫຼາດນັດແຮງງານ ແລະ ວາງສະແດງສິນຄ້າປະຈໍາປີ 2022

    ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບສະພາການຄ້າກວາງຊີ ປະຈໍາລາວ ຈັດງານຕະຫຼາດນັດແຮງງານ ແລະ ວາງສະແດງສິນຄ້າປະຈໍາປີ 2022 ວັນທີ 1-2 ກໍລະກົດ ທີ່ສະຖາບັນດັ່ງກ່າວ ເປັນປະທານຮ່ວມຂອງທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ ແລະ ທ່ານ ເສີນ ຊິນ ຫຼູ ປະທານສະພາການຄ້າກວາງຊີ ປະຈໍາລາວ ມີທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ສຸລິຍະ ຄໍາວົງສາ ຮອງຫົວໜ້າກົມຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະບໍດີ ຫົວໜ້າຫ້ອງການ ສະຖາບັນ ຫົວໜ້າບໍລິສັດ-ລັດວິສາຫະກິດ ລາວ-ຈີນ ແລະ ພະນັກງານເຂົ້າຮ່ວມ.

    ທ່ານ ຮຸ່ງເພັດ ຈັນທະວົງ ກ່າວວ່າ: ງານຕະຫຼາດນັດແຮງງານຂອງສະພາການຄ້າກວາງຊີ ໄດ້ຈັດທຸກປີ ເຊິ່ງເລີ່ມຈັດຄັ້ງທໍາອິດປີ 2020 ອີງຕາມການລາຍງານໃນເວລານັ້ນ ມີນັກຮຽນນັກສຶກສາໄດ້ເຂົ້າເຮັດວຽກນໍາບັນດາບໍລິສັດເຖິງ 400 ກວ່າຕໍາແໜ່ງ ເຊິ່ງມີ 24 ບໍລິສັດເຂົ້າຮ່ວມງານຕະຫຼາດນັດຄັ້ງນັ້ນ ປີ 2021 ເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ ຈຶ່ງເຮັດໃຫ້ງານເຮົາໄດ້ຖືກເລື່ອນມາຈັດໃນຄັ້ງນີ້ ຖືວ່າເປັນຄັ້ງທີ 2 ມີບໍລິສັດເຂົ້າຮ່ວມ 29 ບໍລິສັດ ແລະ ມີຄວາມຕ້ອງການພະນັກງານບໍ່ຫຼຸດ 1000 ຕໍາແໜ່ງງານໃນທຸກສາຂາວິຊາອາຊີບ ເຊິ່ງເປັນໂອກາດອັນດີທີ່ສຸດໃຫ້ແກ່ນ້ອງນັກສຶກສາທີ່ກໍາລັງຈະຈົບການສຶກສາ ແລະ ຜູ້ທີ່ຊອກວຽກເຮັດງານທໍາ ໄດ້ມີໂອກາດມາບ່ອນດຽວເພື່ອມາຊອກວຽກທີ່ຖືກຕ້ອງກັບຄວາມມຸ່ງຫວັງຂອງຕົນເອງ ແລະ ເປັນການເປີດໂອກາດໃຫ້ແກ່ນັກສຶກສາ ມຊ ທົ່ວໄປໄດ້ເປີດໂລກະທັດ ແລະ ຮູ້ຈັກບັນດາບໍລິສັດຕ່າງໆ ເພື່ອເປັນເປົ້າໝາຍໃຫ້ຕົນເອງໃນອະນາຄົດ.

    ທ່ານ ເສີນ ຊິນ ຫຼູ ກ່າວຕື່ມວ່າ: ສະພາການຄ້າກວາງຊີ ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການວັນທີ 5 ມິຖຸນາ 2020 ໂດຍເປັນການຊິ້ນໍາຈາກເອກອັກຄະລັດຖະທູດຈີນ ປະຈໍາ ລາວ ແລະ ໄດ້ຮັບການສະໜັບສະໜູນ ຊຸກຍູ້ຊ່ວຍເຫຼືອຈາກສະພາການຄ້າຈີນໃຫຍ່ແຫ່ງຊາດ ນັບແຕ່ໄດ້ສ້າງຕັ້ງຂຶ້ນມາຮອດປັດຈຸບັນ ສະພາການຄ້າກວາງຊີໄດ້ມີຄວາມພະຍາຍາມສ້າງສາພັດທະນາເສດຖະກິດລາວໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນເລື້ອຍໆ ສໍາລັບງານຕະຫຼາດນັດແຮງງານຮ່ວມມືກັບສະຖາບັນຂົງຈື້ ມຊ ເປັນງານໜຶ່ງທີ່ມີຄວາມໝາຍສໍາຄັນຫຼາຍ ການເປີດຕະຫຼາດນັດແຮງງານຄັ້ງນີ້ ເພື່ອເປັນການສ້າງໃຫ້ນັກສືກສາມີວຽກເຮັດງານທໍາ ເປັນເວທີໃຫ້ບໍລິສັດເຄືອຂ່າຍຕ່າງໆ ແລະ ນັກສຶກສາໄດ້ມີໂອກາດສ້າງສັນແນວຄິດປະດິດສ້າງຂອງຕົນເອງໃຫ້ກ້າວສູ່ຄວາມຝັນຂອງນັກສຶກສາ ເປັນຂົວຕໍ່ເສດຖະກິດ ແລະ ຮັບໃຊ້ຊາດລາວ.

    ການສຶກສາ ແມ່ນການສ້າງສາພັດພະທະນາຊັບພະຍາກອນໜຶ່ງທີສໍາຄັນທີ່ສຸດ ເຊິ່ງຜູ້ຄົນທີມີຄວາມຮູ້ຄວາມສາມາດແມ່ນຊັບພະຍາກອນໜຶ່ງທີ່ມີຄວາມສໍາຄັນຫຼາຍຕໍ່ປະເທດຊາດ ແລະ ປາສະຈາກການອຸທິດຕົນຂອງບຸຄະລາກອນທີ່ມີຄວາມຮູ້ຄວາມສາມາດນີ້ບໍ່ໄດ້ ຄວນສົ່ງເສີມເຂົາເຈົ້າໃຫ້ມີການພັດທະນາເຂົ້າໃນສັງຄົມ ກໍຄືພັດທະນາປະເທດຊາດ ປັດຈຸບັນມີນັກສຶກສາຈໍານວນຫຼວງຫຼາຍຕັ້ງໃຈຮໍ່າຮຽນ ຕັ້ງໃຈພັດທະນາຕົນເອງ ການຮຽນຂອງເຂົາເຈົ້າຢູ່ໃນລະດັບດີສົມຄວນ ຮຽນດີ ຮຽນເກັ່ງ ແຕ່ເນື່ອງຈາກວ່າຄອບຄົວທຸກຍາກ ຈຶ່ງເຮັດໃຫ້ການຮຽນ ການດໍາລົງຊີວິດຂອງເຂົາເຈົ້າພົບຄວາມຫຍຸ້ງຍາກຂາດເຂີນ ບໍ່ສາມາດຕອບສະໜອງເຂົ້າໃນການຮຽນ ສະນັ້ນ ສະພາການຄ້າກວາງຊີ ຈຶ່ງໄດ້ມອບທຶນການສຶກສາໃຫ້ນັກສຶກສາທຸກຍາກທີ່ກໍາລັງຮຽນພາສາຈີນຢູ່ສະຖາບັນຂົງຈື້ຈໍານວນ 100 ທຶນ ມູນຄ່າ 50 ລ້ານກີບ ນອກນີ້ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ມອບທຶນໃຫ້ແກ່ນັກສຶກສາທີ່ທຸກຍາກຢູ່ສະຖາບັນຂົງຈື້ຕື່ມອີກ 12 ທຶນ ມູນຄ່າ 6.000.000 ກີບ.

error: Content is protected !!