ສສຊ ພິຈາລະນາປັບປຸງກົດໝາຍວ່າດ້ວຍຊັບສິນຂອງລັດ

    ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດ IX ວັນທີ 1 ກໍລະກົດ 2022 ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ພິຈາລະນາປະກອບຄໍາເຫັນໃສ່ກົດໝາຍວ່າດ້ວຍຊັບສີນຂອງລັດ (ສະບັບປັບປຸງ) ທີ່ສະເໜີໂດຍທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ.

    ທ່ານ ບຸນໂຈມ ອຸບົນປະເສີດ ກ່າວວ່າ : ກົດໝາຍວ່າດ້ວຍຊັບສິນຂອງລັດ ສະບັບເລກທີ 09/ສພຊ ສະບັບທຳອິດທີ່ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 2002 ແລະ ໃນປີ 2012 ໄດ້ຖືກປັບປຸງເປັນສະບັບເລກທີ 14/ສພຊ ປະກອບດ້ວຍ 10 ພາກ 7 ໝວດ ແລະ 74 ມາດຕາ  ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊັບສິນຂອງລັດ ມາຮອດປັດຈຸບັນ ເຫັນວ່າກົດໝາຍສະບັບນີ້ໄດ້ເປັນເຄື່ອງມືທີ່ສຳຄັນ ແລະ ຈຳເປັນໃນການຄຸ້ມຄອງມະຫາພາກ ກ່ຽວກັບວຽກງານຊັບສິນຂອງລັດ ເຮັດໃຫ້ການປົກປັກຮັກສາ ຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດ ທີ່ເປັນຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີປະສິດທິພາບ ປະສິດທິຜົນ ມີຄວາມຍືນຍົງ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ສ້າງລາຍຮັບເຂົ້າງົບປະມານແຫ່ງລັດເພີ່ມຂຶ້ນໃນແຕ່ລະປີ ອີງໃສ່ສະພາບການຂະຫຍາຍຕົວຂອງເສດຖະກິດ ແລະ ສັງຄົມ ນິຕິກໍາໃນການຄຸ້ມຄອງຊັບສິນຂອງລັດ ແມ່ນໄດ້ມີການນຳໃຊ້ມາຫຼາຍປີ ແລະ ຍັງມີບາງເນື້ອໃນຍັງບໍ່ທັນສອດຄ່ອງກັບສະພາບຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນປັດຈຸບັນ ຈຶ່ງເຮັດໃຫ້ມີບາງຂໍ້ຈໍາກັດໃນການປະຕິບັດໜ້າທີ່ການເມືອງໃນວຽກງານຊັບສິນຂອງລັດ ເພື່ອເປັນການຕອບສະໜອງການຈັດຕັ້ງປະຕິບັດວາລະແຫ່ງຊາດໃຫ້ປາກົດຜົນເປັນຈິງ ດັ່ງນັ້ນ ສະພາແຫ່ງຊາດ ຈຶ່ງໄດ້ອອກມະຕິວ່າດ້ວຍມາດຕະການເພື່ອປັບປຸງບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ຕິດພັນກັບການເກັບລາຍຮັບ ໜຶ່ງໃນນັ້ນແມ່ນກົດໝາຍວ່າດ້ວຍຊັບສິນຂອງລັດ ທີ່ມີເນື້ອໃນຍັງບໍ່ຄົບຖ້ວນ ສົມບູນ ໃນການຈັດຕັ້ງປະຕິບັດ ເຊິ່ງປະກອບດ້ວຍ 5 ມາດຕາ ພ້ອມດຽວກັນນີ້ ກົດໝາຍດັ່ງກ່າວ ກໍແມ່ນ 1 ໃນ 4 ກົດໝາຍທີ່ຄະນະປະຈໍາສະພາແຫ່ງຊາດຈັດຕັ້ງການປະເມີນຜົນການຈັດຕັ້ງປະຕິບັດໂດຍເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍຄັ້ງນີ້ ເຫັນວ່າຍັງມີບາງສິ່ງອຸດຕັນ ແລະ ເປັນສິ່ງກີດຂວາງໃນການຄຸ້ມຄອງຊັບສິນຂອງລັ ດເປັນຕົ້ນ ກົນໄກການຄຸ້ມຄອງຊັບສິນຂອງລັດ ແລະ ການພັດທະນາຊັບສິນຂອງລັດໃຫ້ເກີດມີມູນຄ່າເພີ່ມ ການຄຸ້ມຄອງ ທ້ອນໂຮມ ຈັດສັນ ແລະ ສະສາງຊັບສິນຂອງລັດ ຕ້ອງມີຄວາມຮັດກຸມ ໂປ່ງໃສ ແລະ ສອດຄ່ອງຕາມລະບຽບການ ການກຳນົດສິດ ແລະ ໜ້າທີ່ການຄຸ້ມຄອງ ການກໍານົດປະເພດຊັບສິນ ຕ້ອງມີຄວາມຈະແຈ້ງ ແລະ ຄົບຖ້ວນ ການພັດທະນາແຫຼ່ງລາຍຮັບຈາກຊັບສິນຂອງລັດ ຕ້ອງຮັບປະກັນໃຫ້ມີການພັດທະນາຕາມທິດຍືນຍົງ ສະນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ຄົ້ນຄວ້າປັບປຸງກົດໝາຍດັ່ງກ່າວ ເພື່ອໃຫ້ເນື້ອໃນມີຄວາມຈະແຈ້ງ ຄົບຖ້ວນ ຮັດກຸມ ເປັນເຄື່ອງມືໃນການຈັດຕັ້ງປະຕິບັດການຄຸ້ມຄອງ ຕິດຕາມ ແລະ ກວດກາ ກ່ຽວກັບຊັບສິນຂອງລັດຢ່າງມີປະສິດທິຜົນ ເຊິ່ງຮ່າງກົດໝາຍສະບັບນີ້ ໄດ້ມີການປັບປຸງເນື້ອໃນທັງໝົດ 41 ມາດຕາ ເພີ່ມເຂົ້າໃໝ່ 3 ມາດຕາ ແລະ ຕັດອອກ 12 ມາດຕາ  ພາຍຫຼັງຖືກຮັບຮອງ ແລະ ປະກາດໃຊ້ຈະຮັບປະກັນການຄຸ້ມຄອງແຫຼ່ງລາຍຮັບຈາກຊັບສິນຂອງລັດຢ່າງຖືກຕ້ອງ ແລະ ລວມສູນ ເພື່ອຮັບປະກັນການປະຕິບັດການຄຸ້ມຄອງລາຍຮັບສອດຄ່ອງກັບກົດໝາຍ ຈໍາກັດການຮົ່ວໄຫຼງົບປະມານແຫ່ງລັດ ແລະ ອື່ນໆ.

# ລັດເວລາ

error: Content is protected !!