ຮອງນາຍົກ ເນັ້ນບໍລິສັດຫົວເຫວີຍ ສືບຕໍ່ຊຸກຍູ້​ການພັດທະນາເສດຖະກິດດິຈີຕອນລາວ

    ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງ ທຶນ ພ້ອມຄະນະ ລົງຢ້ຽມຢາມບໍລິສັດຫົວເຫວີຍລາວ ວັນທີ 23 ພຶດສະພາ 2020 ເພື່ອຊີ້ນໍາການປະຕິ ບັດວຽກງານ ແລະ ໃຫ້ກໍາລັງໃຈພະນັກງານບໍລິສັດດັ່ງກ່າວ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຫູ ເຫວິຍຫົວ ຜູ້ອໍານວຍການບໍລິສັດຫົວເຫວີຍລາວ ພ້ອມຄະນະ.

    ທ່ານ ຫູ ເຫວິຍຫົວ ໄດ້ລາຍງານຜົນການດໍາເນີນທຸລະກິດຂອງບໍລິສັດຫົວເຫວີຍຢູ່ທົ່ວໂລກ ການດໍາເນີນທຸລະກິດຂອງບໍລິສັດຫົວເຫວີຍລາວ ແລະ ວິໄສທັດກ່ຽວກັບກາລະໂອກາດຂອງ ສປປ ລາວ ໃນການເປັນສູນກາງດ້ານ ICT ຢູ່ອານຸພາກພື້ນ ພ້ອມທັງຊົມຫ້ອງວາງສະແດງ Galileo Exhibition Hall on the Cloud ຢູ່ເມືອງເຊິນເຈິນ ສປ ຈີນ ໂດຍຜ່ານລະບົບກອງປະຊຸມທາງໄກ ທ່ານ ຫູ ເຫວິຍຫົວ ຍັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ກໍຄືທ່ານ ສອນໄຊ ສີພັນດອນ ທີ່ໃຫ້ການສະໜັບສະໜູນທຸລະກິດຂອງຫົວເຫວີຍໃນໄລຍະທີ່ຜ່ານມາ ເຊິ່ງໄດ້ສ້າງເງື່ອນໄຂອັນດີໃຫ້ບໍລິສັດພັດທະນາຂຶ້ນຢ່າງຕໍ່ເນື່ອງ ມີຮາກຖານທີ່ດີ ແລະ ໝັ້ນຄົງໃນພາກພື້ນ ແລະ ສປປ ລາວ ຫົວເຫວີຍເຂົ້າມາດໍາເນີນທຸລະກິດຢູ່ ສປປ ລາວ ໄດ້ 20 ກວ່າປີແລ້ວ ແລະ ຍັງຈະສືບຕໍ່ເພີ່ມທະວີການຄວາມຮ່ວມມືກັບຜູ້ປະກອບການໃນລາວ ເພື່ອປັບປຸງຄຸນນະພາບເຄືອຂ່າຍ ແລະ ໃຫ້ບໍລິການສື່ສານທີ່ດີຂຶ້ນສຳລັບປະ ຊາຊົນລາວ ສະໜັບສະໜູນການປັບປຸງໂຄງສ້າງພື້ນຖານ ICT ຍຸດທະສາດເສດຖະກິດດິຈີຕອນຂອງ ສປປ ລາວ ຢ່າງຕໍ່ເນື່ອງ ແລະ ສືບຕໍ່ລົງທຶນພັດທະນາຄວາມສາມາດດ້ານ ICT ແກ່ ສປປ ລາວ ນອກນີ້ ບໍລິສັດຫົວເຫວີຍລາວ ຍັງໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ກັບ ກົມແຜນການ ແລະ ການຮ່ວມມື ກະຊວງໄປສະນີ ໂທລະຄົມ ແລະ ການສື່ສານ ເພື່ອສະໜອງການເຝີກອົບຮົມດ້ານ ICT ໃຫ້ບຸກຄະລາກອນ ລາວ 300 ຄົນ ແຕ່ປີ 2020-2022 ໂດຍການເປັນສັກຂີພິຍານຂອງທ່ານ ສອນໄຊ ສີພັນດອນ. 

    ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດຫົວເຫວີຍ ທີ່ໄດ້ປະ ກອບສ່ວນພັດທະນາອຸດສາຫະກຳໂທລະຄົມມະນາຄົມຂອງລາວ ພ້ອມທັງເນັ້ນວ່າເສດຖະກິດດິຈິຕອນຈະມີບົດບາດສຳຄັນຢ່າງຫຼວງຫຼາຍຕໍ່ການພັດທະນາເສດຖະກິດ-ສັງຄົມໃນອະນາຄົດ ອຸດສາຫະກຳໂທລະຄົມ ມະນາຄົມ ເປັນໜຶ່ງໃນຂະແໜງການບູລິມະສິດໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນຕໍ່ໜ້າຈະຕ້ອງສືບຕໍ່ພັດທະນາພື້ນຖານໂຄງລ່າງຂອງການຫັນເປັນດິຈິຕອນໃນລາວ ເປັນຕົ້ນລະບົບ e-government ແລະ smart city ສະເໜີໃຫ້ບໍລິສັດຫົວເຫວີຍໃຫ້ຄຳແນະນຳດ້ານວິຊາການ ແລະ ສະ ໜັບສະໜູນການພັດທະນາ ICT ແລະ ເສດຖະກິດດິຈີຕອນຂອງລາວ ນອກນີ້ຍັງໄດ້ສະແດງຄວາມຂອບ ໃຈຕໍ່ບໍລິສັດຫົວເຫວີຍໃນການເຝິກອົບຮົມແກ່ຜູ້ທີ່ມີພອນສະຫວັນດ້ານ ICT ແລະ ການຊ່ວຍກໍ່ສ້າງບຸກຄະ ລາກອນດ້ານ ICT ໃນ ສປປ ລາວ ແຕ່ປີ 1998 ຫຼາຍກວ່າ 3.000 ຄົນ ລວມເຖິງການຊ່ວຍເຫຼືອຜູ້ປະ ສົບໄພນໍ້າຖ້ວມຢູ່ແຂວງອັດຕະປື ປີ 2018 ແລະ ປະກອບສ່ວນຊ່ວຍເຫຼືອໃນໄລຍະການລະບາດຂອງພະ ຍາດໂຄວິດ-19 ພ້ອມທັງຫວັງວ່າບໍລິສັດຫົວເຫວີຍຈະສືບຕໍ່ລົງທຶນໃນລາວຕໍ່ໄປ ເພື່ອເຝິກອົບຮົມບຸຄະລາກອນດ້ານ ICT ໃນທ້ອງຖິ່ນ ແນໃສ່ສະໜັບສະໜູນການພັດທະນາເສດຖະກິດດິຈີຕອນລາວ.

error: Content is protected !!