ສະຫວັນນະເຂດ ມີຜູ້ເຂົ້າຮ່ວມສອບເສັງຄັດເລືອກລັດຖະກອນຄູໃໝ່ 1.145 ຄົນ

    ພະແນກສຶກສາທິການ ແລະ ກີລາແຂວງ (ສກຂ) ສະຫວັນນະເຂດ ໄດ້ເປີດບັ້ນສອບເສັງລັດຖະກອນຄູໃໝ່ ປະຈໍາປີ 2022 ທົ່ວຂະແໜງການ ເມື່ອບໍ່ດົນມານີ້ ໂດຍການເປັນປະທານຂອງທ່ານ ນາງ ວຽງແກ້ວ ພົມມະວົງ ຄະນະປະຈໍາພັກກະຊວງ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງສຶກສາທິການ ແລະ ກີລາ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງສະຫວັນນະເຂດ ມີຄະນະນໍາຂັ້ນເມືອງໃນແຕ່ລະສູນ ແລະ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ 14 ເມືອງ ແລະ 1 ນະຄອນໄກສອນ ພົມວິຫານ ຫົວໜ້າຂະແໜງ ຄະນະກຳມະການ ພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ຜູ້ເຂົ້າສອບເສັງເຂົ້າຮ່ວມທັງໝົດ 1.145 ຄົນ ໄດ້ແບ່ງອອກເປັນ 15 ສູນສອບເສັງ.

    ການສອບເສັງຄັ້ງນີ້ ແມ່ນເພື່ອຄັດເລືອກເອົາຕົວເລກລັດຖະກອນຄູ ປະຈຳປີ 2022 ໂດຍມີ 60 ຕົວເລກ ໃນນີ້ ຈະແບ່ງປັນໃຫ້ແຕ່ລະເມືອງຕາມຄວາມເໝາະສົມ ເຊັ່ນ; ເມືອງຈຳພອນ ຈໍານວນ 4 ຕົວເລກ ນະຄອນໄກສອນ ພົມວິຫານ ຈໍານວນ 4 ຕົວເລກ ເມືອງອຸທຸມພອນ ຈໍານວນ 4 ຕົວເລກ ເມືອງໄຊບູລີ ຈໍານວນ 4 ຕົວເລກ ເມືອງພະລານໄຊ ຈໍານວນ 4 ຕົວເລກ ເມືອງອາດສະພອນ ຈໍານວນ 4 ຕົວເລກ ເມືອງອາດສະພັງທອງ ຈໍານວນ 4 ຕົວເລກ ເມືອງພີນ ຈໍານວນ 4 ຕົວເລກ ເມືອງເຊໂປນ ຈໍານວນ 4 ຕົວເລກ ເມືອງຊົນນະບູລີ ຈໍານວນ 4 ຕົວເລກ ເມືອງວິລະບູລີ ຈໍານວນ 4 ຕົວເລກ ເມືອງນອງ ຈໍານວນ 4 ຕົວເລກ ເມືອງໄຊພູທອງ ຈໍານວນ 4 ຕົວເລກ ເມືອງສອງຄອນ ຈໍານວນ 4 ຕົວເລກ ເມືອງທ່າປາງທອງ ຈໍານວນ 4 ຕົວເລກ.

    ການສອບເສັງແມ່ນລວມມີ 7 ສາຂາວິຊາ ຄື: ສາຂາຄູອະນຸບານ ຄູປະຖົມ ຄູພາສາລາວ-ວັນນະຄະດີ ຄູຄະນິດສາດ ຄູວິທະຍາສາດທໍາມະຊາດ ຄູພາສາອັງກິດ ຄູປະຖົມໂຄງການ ໂດຍແບ່ງອອກເປັນ 2 ພາກ ຄື: ພາກປະລາໄນ ແລະ ປະຕິບັດຕົວຈິງ ແລະ ສໍາພາດ.

error: Content is protected !!