ADB ອະນຸມັດເງິນກູ້ເພີ່ມແກ່ລາວເກືອບ 180 ຕື້ ຕອບໂຕ້ພະຍາດໂຄວິດ

     ທະນາຄານພັດທະນາອາຊີ (ADB) ອະນຸມັດເງິນກູ້ເພີ່ມ 20 ລ້ານໂດລາສະຫະລັດ ຫຼື ປະມານ 179,98 ຕື້ກີບ ເພື່ອສະໜັບສະໜູນການຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍເງິນກູ້ດັ່ງກ່າວ ເປັນການສະໜອງເພີ່ມຕື່ມໃຫ້ບ້ວງເງິນກູ້ ແລະ ທຶນຊ່ວຍເຫຼືອລ້າມູນຄ່າ 12 ລ້ານໂດລາສະຫະລັດ ທີ່ໄດ້ສະໜອງໄປແລ້ວ ໃຫ້ໂຄງການປະກັນສຸຂະພາບອະນຸພາກພື້ນແມ່ນໍ້າຂອງທີ່ກຳລັງຈັດຕັ້ງປະຕິບັດຢູ່ ສປປ ລາວ ເຊິ່ງຈະຊ່ວຍກະຊວງສາທາລະນະສຸກຈັດຊື້ອຸປະກອນປ້ອງກັນຕົວເອງຂອງບຸຄະລາກອນການແພດ ອຸປະກອນຮັບໃຊ້ໃນຫ້ອງທົດລອງ ຊຸດເຄື່ອງກວດ ອຸປະກອນການແພດ ແລະ ລົດຮັບສົ່ງຄົນເຈັບ ນອກນີ້ຍັງຈະຊ່ວຍລັດຖະບານສະໜອງອຸປະກອນເຄື່ອງມື ແລະ ການເຝິກອົບຮົມໃຫ້ພະນັກງານສາທາທີ່ເຮັດວຽກແນວໜ້າ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ການທົດລອງໃນຫ້ອງທົດລອງ ແລະ ການປິ່ນປົວໃນໂຮງໝໍສຳລັບກໍລະນີຜູ້ຕິດພະຍາດໂຄວິດ-19 ແລະ ຊ່ວຍດ້ານລາຍຈ່າຍໃຫ້ລັດຖະບານຕາມຫາຜູ້ທີ່ພົວພັນກັບກໍລະນີຕິດເຊື້ອພະຍາດ ການສື່ສານທີ່ມີຄວາມສ່ຽງ ແລະ ພົວພັນດ້ານອື່ນໆ.

    ພິທີລົງນາມສັນຍາເງິນກູ້ເພີ່ມດັ່ງກ່າງ ຈັດຂຶ້ນວັນທີ 27 ພຶດສະພາ 2020 ຢູ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຢະຊູຊິ ເນກິຊິ ຜູ້ຕາງໜ້າສຳນັກງານ ADB ປະຈໍາ ສປປ ລາວ ມີຮອງຫົວໜ້າຫ້ອງການ ຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ກະຊວງການເງິນ ຜູ້ຕາງໜ້າ ADB ກະຊວງສາທາລະນະສຸກ ກະຊວງແຜນການ ແລະ ການລົງທຶນ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

    ADB ຍາມໃດກໍຢືນຄຽງຂ້າງ ສປປ ລາວ ໃນການຕອບໂຕ້ກັບການແຜ່ລະບາດພະຍາດໂຄວິດ-19 ເພື່ອຮັກສາຊິວິດ ແລະ ຮັບປະກັນການເຕີບໂຕຂອງປະເທດໄດ້ຢ່າງຍືນຍົງ ແລະ ທົ່ວເຖິງ ໃນໄລຍະການແຜ່ລະບາດພະຍາດດັ່ງກ່າວ ທຶນທີ່ສະໜອງໃຫ້ເພີ່ມນີ້ຈະຊ່ວຍສະໜັບສະໜູນ ສປປ ລາວ ສະໜອງການບໍລິການຮັກສາສຸຂະພາບທີ່ມີຄຸນນະພາບ ພ້ອມທັງອຸປະກອນ ແລະ ເຄື່ອງມືເພື່ອສະກັດກັ້ນການແຜ່ກະຈາຍຂອງພະຍາດ ໂຄວິດ-19 ແລະ ປິ່ນປົວກໍລະນີທີ່ຕິດເຊື້ອພະຍາດໄດ້ຢ່າງມີປະສິດທິຜົນ.

# ຂ່າວ & ພາບ: ສະບາໄພ

error: Content is protected !!