ປຶກສາຫາລືກ່ຽວກັບມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ການນຳເຂົ້າສິນຄ້າ

    ວັນທີ 29 ມິຖຸນາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການນຳເຂົ້າ-ສົ່ງອອກສິນຄ້າ ມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ການນຳເຂົ້າສິນຄ້າ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ ມີບັນດາທ່ານລັດຖະມົນຕີ ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄະນະກົມ ແລະ ພະນັກງານ-ວິຊາການ ບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານກ່ຽວກັບສະພາບການນໍາເຂົ້າ-ສົ່ງອອກສິນຄ້າ ມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ການນໍາເຂົ້າສິນຄ້າ ຈາກທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມກັນນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ປະກອບຄຳຄິດເຫັນຕໍ່ຂົງເຂດວຽກງານທີ່ຕິດພັນກັບຄວາມຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໂດຍສະເພາະ ກ່ຽວກັບສະພາບການນຳເຂົ້າ ແລະ ສົ່ງອອກສິນຄ້າ ໃນໄລຍະ 6 ເດືອນຕົ້ນປີ 2022 ບາງລາຍການສິນຄ້າ ແລະ ປະລິມານທີ່ພາຍໃນປະເທດສາມາດຜະລິດໄດ້ ລວມທັງໂຄງສ້າງລາຄາ ສະຖິຕິຄວາມຕ້ອງການຊົມໃຊ້ສິນຄ້າຍຸດທະສາດໃນແຕ່ລະໄລຍະ ບັນດາຂໍ້ສະດວກ ແລະ ຫຍຸ້ງຍາກຕ່າງໆໃນແຕ່ລະຂົງເຂດ ແຕ່ລະຂອດ ການເຄື່ອນໄຫວວຽກງານຕົວຈິງ ສະເໜີມາດຕະການຕ່າງໆ ທັງໄລຍະສັ້ນ ໄລຍະກາງ ແລະ ໄລຍະຍາວ ບາງສິນຄ້າທີ່ຄວນຫຼຸດຜ່ອນການນຳເຂົ້າ ການໂຄສະນາເຜີຍແຜ່ ຜະລິດຕະພັນພາຍໃນ ແລະ ອື່ນໆ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!