ລັດຖະບານນູແວນເຊລັງ ແລະ ອຽກລັງ ມອບພາຫະນະ ແລະ ອຸປະກອນ ໃຫ້ ຄກລ

    ພິທີມອບ-ຮັບພາຫະນະ ແລະ ອຸປະກອນ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານນູແວນເຊີລັງ ແລະ ອຽກລັງ ໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ຈັດຂຶ້ນວັນທີ 29 ມິຖຸນາ 2022 ທີ່ຫ້ອງການໃຫຍ່ ຄກລ ນະຄອນຫຼວງວຽງຈັນ ເປັນກຽດກ່າວມອບໂດຍທ່ານ ນາງ ແຄັດທຣີນ ເຟືອງ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ ຕາງໜ້າລັດຖະບານນູແວນເຊລັງ ແລະ ອຽກລັງ ແລະ ກ່າວຮັບຂອງທ່ານ ລີປາວ ຢ່າງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ ກະຊວງການຕ່າງປະເທດ ແລະ ພະນັກງານໂຄງການເກັບກູ້ລະເບີດແຫ່ງຊາດເຂົ້າຮ່ວມ.

    ການຊ່ວຍເຫຼືອຈາກລັດຖະບານນູແວນເຊລັງ ແລະ ລັດຖະບານອຽກລັງ ຄັ້ງນີ້ ປະກອບມີລົດສະໜາມຈໍານວນ 2 ຄັນ ລົດຕູ້ 15 ບ່ອນນັ່ງ ຈຳນວນ 1 ຄັນ ເຄື່ອງກວດລະເບີດຈໍານວນ 58 ເຄື່ອງ ອຸປະກອນຈັດກອງປະຊຸມທາງໄກ ຈຳນວນ 4 ຊຸດ ແລະ ອຸປະກອນອື່ນໆຈໍານວນໜຶ່ງ ເພື່ອສະໜັບສະໜູນການປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ລວມມູນຄ່າການຊ່ວຍເຫຼືອທັງໝົດຈໍານວນ 440.000 ໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ ສປປ ລາວ.

     ໂອກາດນີ້ ທ່ານຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ລັດຖະບານນູແວນເຊລັງ ແລະ ລັດ ຖະບານອຽກລັງ ທີ່ໄດ້ໃຫ້ການຊ່ວຍເຫຼືອໂຄງການເກັບກູ້ລະເບີດແຫ່ງຊາດຢ່າງຕໍ່ເນື່ອງຕະຫຼອດມາ ການຊ່ວຍເຫຼືອດັ່ງກ່າວ ຈະຊ່ວຍໃຫ້ໂຄງການເກັບກູ້ລະເບີດແຫ່ງຊາດ ສາມາດດໍາເນີນວຽກງານເກັບກູ້ລະເບີດໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ ແລະ ຍັງເປັນການປະກອບສ່ວນສະໜັບສະໜູນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໃນ ສປປ ລາວ ກໍຄືເປົ້າໝາຍການພັດທະນາແບບຍືນຍົງຂອງລັດຖະບານ (SDG18).

# ຂ່າວ – ພາບ : ຊິລິການດາ

error: Content is protected !!