ຜ່ານເນື້ອໃນຮ່າງຂໍ້ຕົກລົງ ເພື່ອຄຸ້ມຄອງກິດຈະການສະຖານີສາກລົດໄຟຟ້າ

      ວັນທີ 28-30 ມິຖຸນາ 2022 ທີ່ແຂວງວຽງຈັນ ກົມສົ່ງເສີມ ແລະ ປະຢັດພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມຜ່ານເນື້ອໃນຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງກິດຈະການສະຖານີປະຈຸ (ສາກ)ລົດໄຟຟ້າ ແລະ ການນໍາສະເໜີບົດຮຽນກ່ຽວກັບມາດຕະຖານລົດໄຟຟ້າ ແລະ ລາຄາ(ສາກ) ໄຟ ຂອງຕ່າງປະເທດ ເຊິ່ງຮ່າງດັ່ງກ່າວປະກອບມີ 10 ໝວດ 65 ມາດຕາ ເຊິ່ງບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລືກັນກ່ຽວກັບການກຳນົດຫຼັກການ ລະບຽບການ ມາດຕະຖານ ໃນການດຳເນີນທຸລະກິດ ການຕິດຕັ້ງ ການຄຸ້ມຄອງ ແລະ ການກວດກາກິດຈະການ ສະຖານີສາກລົດໄຟຟ້າ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນຂຶ້ນກວ່າເກົ່າ.

    ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ປັດຈຸບັນ ມີຫຼາຍປະເທດໃນໂລກໄດ້ເລີ່ມນໍາໃຊ້ລົດໄຟຟ້າ ພ້ອມທັງພັດທະນາລະບົບສາກໄຟຟ້າຕາມສະຖານທີ່ຕ່າງໆນັບມື້ຫຼາຍຂຶ້ນໃນສັງຄົມ ເຊິ່ງມີເປົ້າໝາຍເພື່ອຫຼຸດຜ່ອນຜົນກະທົບຈາກມົນລະພິດທາງອາກາດທີ່ເກີດຂຶ້ນຈາກການປ່ອຍກ໊າສ CO2 ຂອງໂຮງງານອຸດສາຫະກໍາ ແລະ ຈາກພາຫະນະທີ່ໃຊ້ນໍ້າມັນເຊື້ອໄຟ ຫຼາຍປະເທດໄດ້ເລີ່ມປະກາດຈຸດຢືນໃນການຮັກສາສິ່ງແວດລ້ອມ ພັນທະຂອງຕົນຕໍ່ການຫຼຸດຜ່ອນມົນລະພິດທາງອາກາດ ໂດຍສະເພາະ ກໍານົດທິດທາງການພັດທະນາ ແລະ ນໍາໃຊ້ພາຫະນະທີ່ບໍ່ມີມົນລະພິດ ພາຍຫຼັງທີ່ລັດຖະບານໄດ້ອອກມະຕິວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍການນຳໃຊ້ລົດໄຟຟ້າໃນ ສປປ ລາວ ສະບັບເລກທີ 08/ລບ ລົງວັນທີ 4 ຕຸລາ 2021 ໂດຍມີທິດຊີ້ນຳໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ເປັນໃຈກາງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຈັດຕັ້ງປະຕິບັດຕົວຈິງໃນການຫັນໄປສູ່ການນຳໃຊ້ລົດໄຟຟ້າ ໃນນັ້ນ ກະຊວງພະລັງງານ ແລະ ບໍ່ແຮ່ ຮັບຜິດຊອບໃນການສ້າງນິຕິກຳທີ່ກ່ຽວຂ້ອງກັບສະຖານີສາກລົດໄຟຟ້າ ການກຳນົດໂຄງສ້າງລາຄາໄຟຟ້າສຳລັບທີ່ຢູ່ອາໄສ ແລະ ການສາກລົດໄຟຟ້າແບບສາທາລະນະ.

     ທ່ານ ຄຳໂສ້ ກຸໂພຄຳ ກ່າວຕື່ມວ່າ: ສຳລັບ ສປປ ລາວ ໂດຍອີງໃສ່ສະພາບການຜັນປ່ຽນລາຄານໍ້າມັນເຊື້ອໄຟ ມີລັກສະນະເພີ່ມຂຶ້ນໃນປັດຈຸບັນ ເພື່ອເປັນການຜັນຂະຫຍາຍມະຕິຂອງລັດຖະບານ ເລກທີ 08/ລບ ເຫັນໄດ້ວ່າຄວາມສົນໃຈຂອງສັງຄົມໃນການຫັນມານໍາໃຊ້ລົດໄຟຟ້າ ມີລັກສະນະເພີ່ມຂຶ້ນຫຼາຍ ຮອດປັດຈຸບັນ ມີຫຼາຍກວ່າ 166 ຄັນ (ຂໍ້ມູນພະແນກ ຍທຂ ນະຄອນຫຼວງວຽງຈັນ 11/5/2022) ແລະ ສະຖານີສາກລົດໄຟຟ້າ ມີຈຳນວນ 15 ຈຸດ ໃນນັ້ນ 1 ຈຸດແມ່ນລະບົບສາກໄວໃນນະຄອນຫຼວງວຽງຈັນ ຕາມຂໍ້ມູນຂອງບໍລິສັດນໍາເຂົ້າ ແລະ ຈຳໜ່າຍລົດໄຟຟ້າຢູ່ ສປປ ລາວ ແລະ ມີທ່າອ່ຽງຈະເພີ່ມຂຶ້ນອີກໃນອະນາຄົດ.

   ຄຽງຄູ່ກັນນັ້ນ ໃນເບື້ອງພາກລັດ ກໍໄດ້ສົ່ງເສີມໃຫ້ມີການນຳໃຊ້ລົດໄຟຟ້າ ໂດຍເລີ່ມຈາກການນຳຂັ້ນສູງ ໃນໄລຍະເລີ່ມຕົ້ນ ແລະ ໄດ້ວາງເປົ້າໝາຍສູ້ຊົນຮອດປີ 2025 ໃຫ້ໄດ້ 1% ຂອງການນໍາໃຊ້ພາຫະນະທັງໝົດ ແລະ ແຜນປີ 2025-2030 ໃຫ້ໄດ້ 30% ນອກຈາກນັ້ນ ແຜນພັດທະນາສະຖານີ (ສາກ) ລົດໄຟຟ້າແບບສາທາລະນະ ແບບປານກາງຫາໄວ ຮອດປີ 2025 ໃຫ້ໄດ້ຢ່າງໜ້ອຍ 50 ສະຖານີທີ່ມີຫົວສາກແຕ່ 5-10 ໜ່ວຍ ແລະ 100 ສະຖານີ ໃນປີ 2030 ໃນຂອບເຂດທົ່ວປະເທດ.

         # ຂ່າວ – ພາບ :  ພັດສະໝອນ

error: Content is protected !!