ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 13 ຈັດຂຶ້ນວັນທີ 30 ມິຖຸນາ 2022 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງ ນວ ມີຄະນະປະຈໍາພັກ ກໍາມະການພັກ ນວ ຫົວໜ້າ ຮອງຫົວໜ້າພະແນກການ ແລະ ວິຊາການເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈະໄດ້ປຶກສາຫາລື ແລກປ່ຽນຄໍາຄິດເຫັນ ໂດຍສຸມໃສ່ໜ້າວຽກຕົ້ນຕໍຄື: ຮັບຟັງການລາຍງານກ່ຽວກັບການປັບຂຶ້ນໂຄງປະກອບລາຄາຂາຍຍົກ-ລາຄາຂາຍຍ່ອຍຊີ້ນໝູ ປານິນກະຊັງ ແລະ ໂຄງປະກອບລາຄາໄກ່ພັນຊີ້ນ (ສາມສາຍເລືອດ) ຢູ່ ນວ ຮັບຟັງການລາຍງານກ່ຽວກັບຮ່າງວິໄສທັດການພັດທະນາຕົວເມືອງສີຂຽວ ສຳລັບ ນວ ການຂໍອະນຸມັດໃຊ້ລາຄາຫົວໜ່ວຍກິດຈະການກໍ່ສ້າງ ແລະ ສ້ອມແປງຂົວທາງໃນ ນວ ການສະເໜີພິຈາລະນາຄືນ ການຂໍສ້າງຕັ້ງເຂດນິຄົມອຸດສາຫະກໍາໄຟຟ້າລາວ-ອາຊຽນ ຢູ່ບ້ານໂພນມ່ວງ ເມືອງນາຊາຍທອງ ນວ ຂອງບໍລິສັດ ພັດທະນາການລົງທຶນໄຟຟ້າລາວ-ຈີນ ຈຳກັດ ການປັບປຸງຮ່າງແຈ້ງການຢຸດການສັນຈອນຊົ່ວຄາວ ລົດບັນທຸກຢູ່ຖະໜົນສາຍສຳຄັນໃນຕົວເມືອງ ນວ ໃນເວລາໂມງເຂົ້າການ-ເລິກການ ການສະເໜີຂໍອະນຸມັດເອົາໂຄງການອະນຸຮັກຊີວະນາໆພັນ ຟື້ນຟູທຳມະຊາດ ແລະ ສິ່ງແວດລ້ອມເຂດໜອງຄຳແສນ ໂດຍຕິດພັນກັບການທ່ອງທ່ຽວແບບທຳມະຊາດຢູ່ 6 ບ້ານ ຄື: ສີຖານໃຕ້ ໂຄກຊາຍ ຊາຍຟອງເໜືອ ຊາຍຟອງໃຕ້ ທ່າແຂກ ແລະ ຫາດຊາຍຟອງ ການປັບປຸງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ ຮ່າງລະບຽບການຄຸ້ມຄອງ ກວດກາການຫຼິ້ນເກມຢູ່ ນວ ແລະ ຮັບຟັງການລາຍງານກ່ຽວກັບສັນຍາວ່າດ້ວຍການສ້າງຕັ້ງເມືອງມິດຕະພາບ ລະຫວ່າງເມືອງໄຊທານີ ນວ ແລະ ເມືອງຫົງເຫີ ແຂວງຢູນນານ ສປ ຈີນ.
# ຂ່າວ – ພາບ : ຂັນທະວີ