ຣາຊ-ລາວ ບໍລິການ ຈຳກັດ ມອບຄວາມອົບອຸ່ນໃຫ້ນ້ອງທີ່ເມືອງກະລຶມ

    ຜູ້ບໍລິຫານ ແລະ ພະນັກງານຈາກບໍລິສັດ ຣາຊ ກຣຸບ ຈຳກັດ (ມະຫາຊົນ) ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ຮ່ວມກັບ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເດີນທາງລົງໄປມອບເຄື່ອນຊ່ວຍເຫຼືອບັນເທົາທຸກ ແກ່ຄອບຄົວປະຊາຊົນບ້ານກະດໍ ບ້ານໂດນ ແລະ ບ້ານອາຣອງ ເມືອງກະລຶມ ແຂວງເຊກອງ ໂດຍມີຄະນະບໍລິຫານງານຊາວໜຸ່ມ ແພດໝໍ ຈາກເມືອງ ກະລຶມ ຮ່ວມກິດຈະກຳໃນຄັ້ງນີ້.

    ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີເຄື່ອງອຸປະໂພກ ແລະ ບໍລິໂພກ ອຸປະກອນກີລາ ແລະ ແນວພັນພືດສ່ວນຄົວ ແລະ ຢາປິ່ນປົ່ວພະຍາດຈຳນວນໜຶ່ງ ລວມມູນຄ່າເກືອບ 60 ກວ່າລ້ານກີບ ເຊິ່ງໄດ້ ມາຈາກການລະດົມທຶນຈາກບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ 22 ລ້ານກີບ ຮ້ານດອກບົວກ໊ອບ 19 ລ້ານກີບ ແລະ ສະຖານທູດໄທ ປະຈຳລາວ 30.000 ບາດ (ປະມານ 12 ລ້ານກວ່າກີບ)

    ກິດຈະກຳໃນຄັ້ງນີ້ ນອກຈາກການມອບເຄື່ອງແລ້ວ ໃນແຕ່ລະບ້ານທີ່ລົງໄປມອບເຄື່ອງ ຍັງມີໄດ້ ການປຸງແຕ່ງອາຫານແຈກຢາຍໃຫ້ກັບພໍ່ແມ່ປະຊາຊາພາຍໃນບ້ານ ພ້ອມກັບແນະນຳການປູກຝັງລ້ຽງ ສັດພາຍໃນຄອບຄົວ ໃຫ້ການບໍລິການກວດສຸຂະພາບໃຫ້ກັບພໍ່ແມ່ປະຊາຊົນ ໂດຍທີມງານແພດໝໍ ຈາກເມືອງກະລຶມ ແລະ ມອບກ່ອງຢາໃຫ້ກັບ ອສບ ບ້ານໃນແຕ່ລະບ້ານນຳອີກ.

    ທັງນີ້ ເພື່ອເປັນການປະກອບສ່ວນແບ່ງເບົາຄວາມທຸກຍາກຂາດເຂີນແກ່ພໍ່ແມ່ປະຊາຊົນທີ່ຢູ່ໃນ ເຂດຫ່າງໄກສອກຫຼີກ ໄດ້ມີຄຸນນະພາບຊີວິດທີ່ດີຂຶ້ນ.

# ຂ່າວ – ພາບ : ບຸນມີ ສີວິໄລ

error: Content is protected !!