ເມືອງໝື່ນ ສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ

    ແຫຼ່ງຂ່າວຈາກເມືອງໝື່ນ ແຂວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 29 ມິຖຸນາ 2022 ເມືອງໝື່ນ ຈັດພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ (5 ມິຖຸນາ 1999-5 ມິຖຸນາ 2022) ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ (5 ມິຖຸນາ 1972-5 ມິຖຸນາ 2022) ພາຍໃຕ້ຄຳຂວັນ “ ໂລກມີພຽງໜຶ່ງດຽວ (ONLY ONE EARTH) ” ເພື່ອເປັນການປູກຈິດສຳນຶກ ແລະ ທັງເປັນການປຸກລະດົມ ໃຫ້ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນປົກປັກຮັກສາສິ່ງແວດລ້ອມ ໂດຍຫັນປ່ຽນພຶດຕິກຳ ແລະ ຈິນຕະນາການແບບເກົ່າ ຈາກການພັດທະນາເສດຖະກິດ-ສັງຄົມ ທີ່ທຳລາຍສິ່ງແວດລ້ອມ ມາເປັນການພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມ ເພື່ອໃຫ້ມີຄວາມຍືນຍົງ ແລະ ຍາວນານ.

    ທ່ານ ພອນເທີດ ສຸຫວັດດີ ເຈົ້າເມືອງໆໝື່ນ ໄດ້ກ່າວວ່າ: ໃນປີນີ້ ພວກເຮົາໄດ້ຮ່ວມກັບປະຊາຊາດໃນທົ່ວໂລກ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໂດຍຖືເອົາ 2 ວັນສຳຄັນດັ່ງກ່າວ ເປັນການປູກຈິດສຳນຶກ ແລະ ທັງເປັນການລະດົມໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ຮ່ວມແຮງຮ່ວມໃຈກັນຢ່າງຈິງຈັງ ເພື່ອຖະນຸຖະໜອມໂລກຂອງພວກເຮົາ ດ້ວຍການປົກປັກຮັກສາ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ໂດຍຢູ່ຮ່ວມກັບທຳມະຊາດຢ່າງກົມກຽວ ແລະ ຍືນຍົງ.

    ພາຍຫຼັງໂຮມຊຸມນຸມຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງແລ້ວ ຜູ້ເຂົ້າຮ່ວມຍັງໄດ້ໄປປູກຕົ້ນໄມ້ປະດັບ 115 ຕົ້ນ ແລະ ໄມ້ໃຫ້ໝາກ ຈຳນວນ 85 ຕົ້ນໃສ່ເດີ່ນໜ້າຫ້ອງວ່າການເມືອງ ແລະ ແຕ່ລະສຳນັກງານອົງການອ້ອມຂ້າງເມືອງ ນອກຈາກນີ້ ໃນວັນທີ 28 ມິຖຸນາທີ່ຜ່ານມາ ຫ້ອງການຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງໝື່ນ ສົມທົບກັບພາກສ່ວນກ່ຽວຂ້ອງຂອງເມືອງ ໄດ້ນໍາພາ-ຊີ້ນຳ ອົງການປົກຄອງບ້ານ ແລະ ປະຊາຊົນຊາວເມືອງໝື່ນ ພ້ອມກັນອອກແຮງງານ ອະນາໄມລວມຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍສະເພາະແມ່ນການຖາງຫຍ້າ ແລະ ເກັບຂີ້ເຫຍື້ອຕາມຖະໜົນຫົນທາງຕ່າງໆໃຫ້ມີຄວາມສະອາດຈົບງາມ.

error: Content is protected !!