5 ປີຜ່ານມາ ບ້ານໜອງພະຍາມີການພັດທະນາຫຼາຍດ້ານ

    ກອງປະຊຸຸມໃຫຍ່ຄັ້ງທີ IX ຂອງອົງການປົກຄອງບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 25 ມິຖຸນາ 2022 ທີ່ບ້ານດັ່ງກ່າວ ມີທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ນະຄອນຫຼວງວຽງຈັນ ທ່ານ ຮອງເລຂາພັກເມືອງ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການ ອົງການປົກຄອງບ້ານ ປະຊາຊົນພາຍໃນບ້ານໜອງພະຍາເຂົ້າຮ່ວມ

    ທ່ານ ວົງພະຈັນ ແສງປະເສີດ ເລຂາໜ່ວຍພັກ ນາຍບ້ານໜອງພະຍາ ກໍໄດ້ຂື້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານໃນໄລຍະ 5 ປີຜ່ານມາວ່າ ບ້ານໜອງພະຍາ ມີເນື້ອທີ່ທັງໝົດ 436 ເຮັກຕາ ມີ 2021 ຄອບຄົວ ມີພົນລະເມືອງທັງໝົດ 10.244 ຄົນ ຍິງ 4.821 ຄົນ ທຽບໃສ່ 5 ປີຜ່ານມາ ເພີ່ມຂື້ນ 893 ຄົນ ຍິງ 377 ຄົນ ທ່າແຮງບົ່ມຊ້ອນໃນການພັດທະນາເສດຖະກິດ-ສັງຄົມພາຍໃນບ້ານ ດ້ານການປູກຝັງລ້ຽງສັດ ມີງົວ 70 ໂຕ ຄວາຍ 10 ໂຕ ແບ້ 75 ໂຕ ສັດປີກ 2500 ໂຕ ກຸ່ມຫັດຖະກຳຕ່ຳຫູກທໍໄໝມີ 8 ຄອບຄົວ ສາມາດສ້າງລາຍຮັບສະເລ່ຍ 15-20 ລ້ານກີບຕໍ່ປີ/ຄອບຄົວ ດ້ານອຸດສາຫະກໍາ ແລະ ການຄ້າ ມີຫົວໜ່ວຍທຸລະກິດ 765  ແຫຼ່ງທ່ອງທ່ຽວທຽບໃສ່ 5 ປີເພີ່ມຂື້ນ 45 ແຫ່ງໃນນັ້ນ ຄຸ້ມຄອງ 761 ແຫ່ງ ເມືອງຄຸ້ມຄອງ 54 ແຫ່ງ ວຽກໂຍທາທິການ ແລະ ຂົນສົ່ງ ບ້ານມີເສັ້ນທາງຫຼັກ 2 ເສັ້ນຕັດຜ່ານ ຄືທາງເລກທີ 13 ເໜືອຍາວ 1800 ແມັດ ເສັ້ນທາງ T6 ມີຄວາມຍາວ 1200 ແມັດ ເສັ້ນທາງຮ່ອມມີ 18 ຮ່ອມ 5 ປີຜ່ານມາ ສາມາດສ້ອມແປງໄດ້ທັງໝົດ 18 ຮ່ອມ ທຶນດັ່ງກາວໄດ້ຮັບການຊຸກຍູ້ຈາກພໍ່ແມ່ປະຊາຊົນ ບັນດາຫ້າງຮ້ານ ແລະ ຫົວໜ່ວຍທຸລະກິດຕ່າງໆ ລວມມູນຄ່າ 15 ລ້ານກວ່າກີບ ສົມທົບທຶນຈາກອົງການປົກຄອງບ້ານ 65 ລ້ານກີບ ພິເສດສໍາລັບຮ່ອມ 7 ປູຄອນກຣີດມູນຄ່າ 300 ລ້ານກີບ ທຶນປະຊາຊົນທັງໝົດ ວຽກຄຸ້ມຄອງຜັງເມືອງ ມີເຮືອນທັງໝົດ1.745 ຫຼັງຄາ ເຮືອນກໍ່ຊັ້ນດຽວ 1.215 ຫຼັງຄາ ເຮືອນສອງຊັ້ນ 116 ຫຼັງຄາ ເຮືອນສາມຊັ້ນ 28 ຫຼັງຄາ ເຮືອນເຄິ່ງກໍ່ເຄິ່ງໄມ້ 289 ຫຼັງຄາ ແລະ ເຮືອນໄມ້ 97 ຫຼັງຄາ ວຽກຄຸ້ມຄອງພາຫະນະ ມີລົດບັນທຸກ 25ຄັນ ລົດກະບະ 365 ຄັນ ລົດຕູ້ 175 ຄັນ ລົດເກງ 210 ຄັນ ລົດໄຖນາເດີນຕາມ 18 ຄັນ ແລະ ລົດຈັກ 2.516 ຄັນ

    ຕອນທ້າຍ ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະບ້ານຊຸດໃໝ່ ເຊິ່ງເລືອກໄດ້ທ່ານ ແສງແກ້ວ ພຸດສະຫວັດ ເປັນນາຍບ້ານ ທ່ານ ວົງພະຈັນ ແສງປະເສີດ ທ່ານ ສົມບູນ ກິ່ງສະຫວັດ ທ່ານ ນາງ ສີສະຫວາດ ພິລາວັນ ແລະ ທ່ານ ມີໄຊ ສິງລໍຄຳ ເປັນຮອງນາຍບ້ານ.

     # ຂ່າວ – ພາບ : ເພັດສະໝອນ

error: Content is protected !!