ວ່າຈ້າງສອງບໍລິສັດຕິດຕັ້ງໂປຣແກຣມບັນຊີ ໃບເກັບເງິນໃຫ້ຫົວໜ່ວຍເປົ້າໝາຍທີ່ຈະເຂົ້າໃນລະບົບ ອມພ

    ການຫັນເອົາຫົວໜ່ວຍເຂົ້າໃນລະບົບອາກອນມູນຄ່າເພີ່ມ (ອມພ) ຈຳນວນ 14.000 ກວ່າພື້ນຖານ ເປັນໜຶ່ງໃນໜ້າວຽກຈຸດສຸມບຸລິມະສິດຂອງກະຊວງການເງິນ ໃນການຜັນຂະຫຍາຍຄຳສັ່ງເລກທີ 18/ນຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນການຮົ່ວໄຫຼຂອງລາຍຮັບ ແລະ ການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດການເງິນ ເຊິ່ງການນຳໃຊ້ໃບເກັບເງິນ ແລະ ການຖືບັນຊີ ເປັນເງື່ອນໄຂຫຼັກຂອງຜູ້ເຂົ້າໃນລະບົບອາກອນມູນຄ່າເພີ່ມຈະຕ້ອງໄດ້ປະຕິບັດ.

     ເພື່ອເຮັດເປັນການອຳນວຍຄວາມສະດວກໃຫ້ຫົວໜ່ວຍທຸລະກິດ ແນໃສ່ຮັບປະກັນການເຂົ້າສູ່ລະບົບອາກອນມູນຄ່າເພີ່ມຂອງຫົວໜ່ວຍເປົ້າໝາຍທີ່ຈະເຂົ້າໃນລະບົບອາກອນມູນຄ່າເພີ່ມຢ່າງມີປະສິດທິຜົນສູງ ທາງກະຊວງການເງິນ ຈຶ່ງໄດ້ຮັບຮອງວ່າຈ້າງເອົາບໍລິສັດເອພີໄອເອັສ ແລະ ບໍລິສັດທີເອັສດີ ຈຳກັດ ເພື່ອມາດຳເນີນການຕິດຕັ້ງໂປຣແກຣມໃບເກັບເງິນ ແລະ ໂປຣແກຣມບັນຊີໃຫ້ບັນດາຫົວໜ່ວຍເປົ້າໝາຍທີ່ຈະເຂົ້າໃນລະບົບອາກອນມູນຄ່າເພີ່ມ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນສະບັບເລກທີ 1793/ກງ.

     ສຳລັບໂປຣແກຣມທີ່ຈະດຳເນີນການຕິດຕັ້ງໃຫ້ຫົວໜ່ວຍເປົ້າໝາຍທີ່ຈະເຂົ້າໃນລະບົບອາກອນມູນຄ່າເພີ່ມນີ້ ເປັນໂປຣແກຣມດຽວທີ່ມີ 2 ເຄື່ອງມືຢູ່ໃນລະບົບດຽວ ຄື: ການອອກໃບເກັບເງິນ ແລະ ການບັນທຶກບັນຊີ ເຊິ່ງໂປຣແກຣມດັ່ງກ່າວ ຈະບັນທຶກເບື້ອງຂາຍ ຫຼື  ສົ້ນອອກ ອມພ ເຂົ້າໃນໂປຣແກຣມບັນຊີແບບອັດຕະໂນມັດຈະອຳນວຍຄວາມສະດວກໃຫ້ຜູ້ປະກອບການໃນການອອກໃບເກັບເງິນໂດຍຜ່ານລະບົບບໍ່ຈຳເປັນຕ້ອງຊື້ໃບເກັບເງິນໄປຂຽນ ສາມາດປະຢັດຕົ້ນທຶນ ແລະ ເວລາໃຫ້ຜູ້ປະກອບການ ແລະ ບໍ່ຈຳເປັນຕ້ອງໄດ້ບັນທຶກເບື້ອງສົ້ນອອກປະຈຳວັນເຂົ້າໃນລະບົບບັນຊີ ນອກນີ້ ໂປຣແກຣມນີ້ຍັງສາມາດເຊື່ອມຕໍ່ (ເອພີໄອ) ເບື້ອງສົ້ນອອກກັບຂໍ້ມູນຂ່າວສານສ່ວຍສາອາກອນ ຫຼື ລະບົບ TaxRis ໄດ້ ໂດຍທາງເບື້ອງເຈົ້າໜ້າທີ່ສ່ວຍສາອາກອນສາມາດເຫັນເບື້ອງສົ້ນເຂົ້າ ຫຼື ເບື້ອງລາຍຮັບຂອງຜູ້ປະກອບການຜ່ານລະບົບ TaxRis ເປັນແຕ່ລະວັນໄດ້.

     ດັ່ງນັ້ນ ໃນວັນທີ 29 ມິຖຸນາ 2022 ທີ່ກົມສ່ວຍສາອາກອນ ກະຊວງການເງິນຈັດ ພິທີເຊັນສັນຍາວ່າຈ້າງຮັບຮອງເອົາບໍລິສັດເພື່ອເປັນຜູ້ຕິດຕັ້ງໂປຣແກຣມບັນຊີ ແລະ ໃບເກັບເງິນໃຫ້ຫົວໜ່ວຍທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ (ອມພ) ແລະ ຫົວໜ່ວຍຈຸນວິສາຫະກິດ ລະຫວ່າງກົມສ່ວຍສາອາກອນ ກົມຄຸ້ມຄອງການບັນຊີ ໃນນາມກະຊວງການເງິນ ແລະ ບໍລິສັດເອພີໄອເອັສຈຳກັດ ບໍລິສັດທີເອັສດີ ຈຳກັດ ຕາງໜ້າເຊັນໂດຍ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ  ທ່ານ ນາງ ດາວອນ ດວງຈັນ ຫົວໜ້າກົມຄຸ້ມຄອງບັນຊີ ກະຊວງການເງິນ  ແລະ ທ່ານ ຄຳຫຼ້າ ສຸລິຍະສັກ ຜູ້ອຳນວຍການບໍລິສັດເອພີໄອເອັສຈຳກັດ ແລະ ທ່ານ ໂດ້ ແກ້ວສີລາວົງ ຜູ້ອຳນວຍການບໍລິສັດທີເອັສດີ ຈຳກັດ ມີ ຕາງໜ້າກົມອ້ອມຂ້າງກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     # ຂ່າວ – ພາບ : ເພັດສະໝອນ

error: Content is protected !!