ພິທີລົງນາມສັນຍາສຳປະທານໂຄງການພັດທະນາຕະຫຼາດເຊົ້າ (ອາຄານ ມ1 ມ2 ແລະ ອາຄານໂຕ U) ເປັນສູນການຄ້າທັນສະໄໝ ຈັດຂຶ້ນວັນທີ 27 ພຶດສະພາ 2020 ຢູ່ພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ (ນວ) ລະຫວ່າງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ແລະ ທ່ານ ຊາງ ຊຽນ ມິງ ຜູ້ອຳນວຍການບໍລິສັດ ຮົວຊິນພັດທະນາ ຈຳກັດ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງສະບັບເລກທີ 266/ຈນວ ລົງວັນທີ 15 ພຶດສະພາ 2020 ວ່າດ້ວຍການມອບສິດໃຫ້ພະແນກແຜນການ ແລະ ການລົງທຶນ ນວ ແລະ ຫ້ອງການແຜນການ-ການລົງທຶນ ເມືອງຈັນທະບູລີ ລົງນາມສັນຍາສຳປະທານໂຄງການພັດທະນາຕະຫຼາດເຊົ້າ (ອາຄານ ມ1 ມ2 ແລະ ອາຄານໂຕ U) ກັບບໍລິສັດ ຮົວຊິນພັດທະນາ ຈຳກັດ ໃນການລົງທຶນພັດທະນາ ປັບປຸງກໍ່ສ້າງເຂດພື້ນທີ່ດັ່ງກ່າວໃນເນື້ອທີ່ 26.828 ຕາແມັດ ໃຫ້ກາຍເປັນເຂດການຄ້າ-ການບໍລິການ ເປັນເຂດທີ່ທັນສະໄໝ ແລະ ສີວິໄລ ຮັບໃຊ້ແກ່ຊາວຄ້າ-ຂາຍ ນັກທຸລະກິດ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ການປັບປຸງກໍ່ສ້າງຮ້ານສັບພະສິນຄ້າ ໂຮງສາຍຮູບເງົາ ຫ້ອງໃຫ້ເຊົ່າຂາຍເຄື່ອງ ສູນຮັກສາສຸຂະພາບ ສູນອອກກຳລັງກາຍ ໂຮງແຮມ ອາພາດເມັນ ຫ້ອງການ ຫ້ອງປະຊຸມ ແລະ ກິດຈະກຳອື່ນໆ ທີ່ໄດ້ກຳນົດໄວ້ໃນສັນຍາສຳປະທານ ແລະ ບໍ່ຂັດກັບລະບຽບກົດໝາຍຂອງ ສປປ ລາວ.
ໂຄງການດັ່ງກ່າວ ຄາດຄະເນມູນຄ່າການລົງທຶນເບື້ອງຕົ້ນ 79 ລ້ານໂດລາສະຫະລັດ ຫຼື ປະມານ 710,4 ຕື້ກີບ ອາຍຸສຳປະທານ 40 ປີ ໂດຍການລົງທຶນຂອງບໍລິສັດ ຮົວຊິນພັດທະນາ ຈຳກັດ 100% ໂອກາດພິທີລົງນາມຄັ້ງນີ້ ບໍລິສັດ ຮົວຊິນພັດທະນາ ຈຳກັດ ຍັງໄດ້ມອບເງິນຄ່າເຊົ່າທີ່ດິນຕະຫຼາດເຊົ້າປີ 2019 ໃຫ້ພະແນກການເງິນ ນວ 690.545.000 ກີບຕື່ມອີກ.
# ຂ່າວ & ພາບ: ຂັນທະວີ