ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 28 ພືດສະພາ 2020 ທີ່ສູນປະຕິບັດງານຄະນະສະເພາະກິດ ຄວບຄຸມພະຍາດ COVID-19 ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17 ໂມງແລງຂອງວັນທີ 27 ພຶດສະພາ 2020 ຈຳນວນຜູ້ເດີນທາງເຂົ້າມາ ມີທັງໝົດ 2.159 ຄົນ ຈຸດຜ່ານດ່ານລາວ-ໄທ ທັງໝົດ 1.527 ຄົນ ໃນນັ້ນມີແຮງງານລາວກັບມາຈາກປະເທດໄທທັງໝົດ 47 ຄົນ ຜ່ານດ່ານສາກົນວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ຈຳນວນ 30 ຄົນ ແລະ ຜ່ານດ່ານສາກົນຂົວມິດຕະພາບແຫ່ງທີ 1 ຈຳນວນ 17 ຄົນ ມີຄົນເຈັບ 2 ຄົນກັບມາຈາກການປິ່ນປົວ ເຫຼືອນັ້ນແມ່ນຄົນຂັບລົດຂົນສົ່ງສິນຄ້າ.

ຈຸດຜ່ານດ່ານລາວ-ຈີນ ທັງໝົດ 11 ຄົນ ໃນນັ້ນມີຊ່ຽວຊານຈີນ 2 ຄົນ ໄດ້ເຂົ້າມາທາງດ່ານບໍ່ເຕັນ ແຂວງຫຼວງນ້ຳທາ ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 621 ຄົນ ໃນນັ້ນມີຄົນລາວ 3 ຄົນ ຜ່ານດ່ານສາກົນນ້ຳພາວ ແຂວງບໍລິຄຳໄຊ ເຫຼືອນັ້ນແມ່ນຄົນຂັບລົດຂົນສົ່ງສິນຄ້າຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 0 ຄົນ ໃນທຸກດ່ານແມ່ນໄດ້ກວດແທກອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.

ສຳລັບແຮງງານລາວຈຳນວນ 30 ຄົນທີ່ມາຈາກປະເທດໄທ ເຊິ່ງຜ່ານດ່ານວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ມີຖິ່ນຖານມາຈາກແຂວງຈຳປາສັກ 16 ຄົນ ສະຫວັນນະເຂດ 5 ຄົນ ສາລະວັນ 9 ຄົນ ແຮງງານລາວທັງໝົດໄດ້ເກັບຕົວຢ່າງມາກວດ ແລ້ວນຳສົ່ງໄປຈຳກັດບໍລິເວນຢູ່ສະຖານທີ່ທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ.

ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 28 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 128 ຄົນ ໃນນັ້ນມີແຮງງານລາວທີ່ກັບມາແຕ່ໄທ 113 ຄົນ ກໍລະນີສົງໄສ 14 ຄົນ ແລະ ຄົນເຈັບປິ່ນປົວຫາຍດີຄົບກຳນົດ 14 ວັນ ແລ້ວມາກວດຄືນ 1 ຄົນ ຜົນກວດແຮງງານລາວ ແລະ ກໍລະນີສົງໄສທັງໝົດທີ່ກວດມື້ວານນີ້ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 27 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.
ສັງລວມການກວດວິເຄາະແຕ່ເດືອນມັງກອນ ຮອດວັນທີ 27 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດມີ 6.066 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (46 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່) ການຕິດຕາມຜູ້ຈຳກັດບໍລິເວນຢູ່ສະຖານທີ່ຈຳກັດບໍລິເວນຕ່າງໆທົ່ວປະເທດ ປັດຈຸບັນນີ້ ທົ່ວປະເທດມີສູນຈຳກັດບໍລິເວນທັງໝົດ 70 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 3.973 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ມີຜູ້ຕິດເຊື້ອ ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 3 ຄົນ ຍີງ 2 ຄົນ ທັງໝົດມີອາການປົກກະຕິ ຈະໄດ້ຕິດຕາມເກັບຕົວຢ່າງມາກວດຕື່ມອີກ 2 ຄັ້ງ ຈຶ່ງຈະໄດ້ພິຈາລະນາອອກໂຮງໝໍ.
ໂອກາດນີ້ ທ່ານໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນໃຫ້ຕິດຕາມຮັບຟັງຂໍ້ມູນ ສະພາບການຄັດແຍກຜູ້ເດີນທາງເຂົ້າມາຕາມຈຸດຜ່ານແດນຕ່າງໆ ສະພາບການລະບາດຂອງພະຍາດ COVID-19 ຢູ່ປະເທດເຮົາ ກໍຄືຢູ່ປະເທດໃນອາຊຽນ ແລະ ໃນທົ່ວໂລກ ບັນຫາສຳຄັນ ຂໍໃຫ້ເຂົ້າໃຈການຜ່ອນຜັນມາດຕະການຕ່າງໆຂອງພັກ-ລັດຖະບານ ທີ່ເປັນຫ່ວງເປັນໄຍຕໍ່ຜົນກະທົບດ້ານຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ດ້ານເສດຖະກິດ-ສັງຄົມ ແຕ່ພ້ອມດຽວກັນນີ້ ກໍເປັນໂອກາດທີ່ຈະມີຄວາມສ່ຽງທີ່ຈະເກີດການລະບາດຮອບໃໝ່ ຖ້າຫາກພວກເຮົາບໍ່ປະຕິບັດວິທີການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ໂດຍສະເພາະຢູ່ສະຖານທີ່ໃຫ້ບໍລິການ ພາຫະນະໃຊ້ບໍລິການ ຜູ້ໃຫ້ບໍລິການ ແລະ ຜູ້ມາໃຊ້ບໍລິການ ເປັນຕົ້ນແມ່ນ: ການປະຕິບັດວິຖີຊີວິດແບບໃໝ່ ບົນພື້ນຖານຫຼັກການອະນາໄມ ການທຳຄວາມສະອາດຂ້າເຊື້ອພະຍາດຢູ່ສະຖານທີ່ບໍລິການ ການແທກອຸນຫະພູມຮ່າງກາຍ ການລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ໃຊ້ເຈວລ້າງມື ການປະຕິບັດໄລຍະຫ່າງທາງສັງຄົມ ບໍ່ໃຫ້ມີການແອອັດ ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼືໄປສະຖານທີ່ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ທັງໝົດນີ້ໃຫ້ກາຍເປັນຄວາມຊິນເຄີຍໃນການດຳລົງຊີວິດປົກກະຕິແບບໃໝ່ ພວກເຮົາຈຶ່ງຈະສາມາດສະກັດກັ້ນການລະບາດຂອງພະຍາດ COVID-19 ບໍ່ໃຫ້ກັບຄືນມາຮອບໃໝ່ ຮຽກຮ້ອງຈົ່ງສືບຕໍ່ຮ່ວມແຮງຮ່ວມໃຈກັນປະຕິບັດຄຳແນະນຳຕ່າງໆເຫຼົ່ານັ້ນຈົນກວ່າ ຈະຮອດວັນທີ 1 ມິຖຸນາ 2020 ຈຶ່ງຈະມີແຈ້ງການຂອງຫ້ອງວ່າການສຳນັກງານນາຍຍົກລັດຖະມົນຕີ ສະບັບໃໝ່ອອກມາ.
# ຂ່າວ & ພາບ: ບຸນມີ