ສູນກາງພັກກອມມູນິດຈີນ ມອບລົດກວດສຸຂະພາບເຄື່ອນທີ່ໃຫ້ສູນກາງພັກ ປປ ລາວ

    ວັນທີ 29 ມິຖຸນາ 2022 ຢູ່ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີພິທີມອບ-ຮັບ ລົດກວດສຸຂະພາບເຄື່ອນທີ່ ຈາກສູນກາງພັກກອມມູນິດຈີນ ມອບໃຫ້ສູນກາງພັກ ປປ ລາວ ເພື່ອໝູນໃຊ້ເຂົ້າໃນວຽກງານສາທາລະນະສຸກຢູ່ ສປປ ລາວ ເຊິ່ງຕາງໜ້າມອບໂດຍສະຫາຍ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ຕາງໜ້າໃຫ້ສູນກາງພັກ ປປ ລາວ ຮັບໂດຍສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ມີສະຫາຍຕາງໜ້າຄະນະນໍາຈາກຫ້ອງວ່າການສູນກາງພັກ ກົມຮັກສາສຸຂະພາບສູນກາງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຖານທູດແຫ່ງ ສປ ຈີນ ເຂົ້າຮ່ວມ.

    ໂອກາດນີ້ ສະຫາຍ ທອງສະຫວັນ ພົມວິຫານ ຕາງໜ້າໃຫ້ສູນກາງພັກ ປປ ລາວ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງສູນກາງພັກກອມມູນິດຈີນໃນຄັ້ງນີ້ ກໍຄືການຊ່ວຍເຫຼືອທາງດ້ານອຸປະກອນການແພດ ວັກຊິນ ແລະ ການສົ່ງທີມແພດຊ່ຽວຊານມາຊ່ວຍ ສປປ ລາວ ຢ່າງທັນການ ເພື່ອຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນຜົນສໍາເລັດໃນການຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດດັ່ງກ່າວຢູ່ ສປປ ລາວ ທັງເປັນການສະແດງໃຫ້ເຫັນເຖິງມິດຈິດມິດໃຈຂອງການເປັນຄູ່ຮ່ວມຊະຕາກໍາດຽວກັນຂອງປະຊາຊົນສອງຊາດລາວ-ຈີນ ຢ່າງແທ້ຈິງ.

# ຂ່າວ – ພາບ : ໄຊບັນດິດ

error: Content is protected !!