ສະເໜີປັບປຸງກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ

    ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດ IX ໃນວັນທີ 29 ມິຖຸນາ 2022 ທີ່ຫໍສະພາແຫ່ງຊາດ ເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃນກອງປະຊຸມ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສະເໜີການປັບປຸງກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສະບັບປັບປຸງ) ຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳຄິດເຫັນໃສ່ບົດສະເໜີດັ່ງກ່າວ.

    ທ່ານ ມະໄລທອງ ກົມມະສິດ ກ່າວວ່າ ກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ໄດ້ຈັດຕັ້ງປະຕິບັດມາໄດ້ 10 ປີ ເຊິ່ງໄດ້ຮັບຜົນດີສົມຄວນ ແຕ່ເຖິງຢ່າງໃດກໍຕາມ ດ້ວຍສະພາບການປ່ຽນແປງໃນໄລຍະປັດຈຸບັນ ທັງຢູ່ພາກພື້ນ ແລະ ສາກົນ ມີຫຼາຍທຸລະກິດເກີດຂຶ້ນໃໝ່ຢ່າງໄວວາ ແລະ ກ້າວກະໂດດເຊັ່ນ: ທຸລະກິດແບບສະຕາດອັບ ທຸລະກິດກ່ຽວກັບນະວັດຕະກໍາ ຫຼື ເຕັກໂນໂລຊີ ສິ່ງກີດຂວາງທາງການຄ້າທີ່ບໍ່ແມ່ນພາສີ ເຮັດໃຫ້ມີການແຂ່ງຂັນສູງຂຶ້ນ ແຕ່ທຸລະກິດຢູ່ ສປປ ລາວ ປັດຈຸບັນ ສ່ວນໃຫຍ່ຍັງແມ່ນທຸລະກິດທີ່ມີກໍາມະວິທີປະຖົມປະຖານ ຂາດເຕັກນິກວິຊາການ ແລະ ເງິນທຶນ ພາຍໃຕ້ສະພາບການຄືດັ່ງກ່າວ ລັດຖະບານຈຶ່ງຈໍາເປັນຕ້ອງໄດ້ຄົ້ນຄວ້າສ້າງ ແລະ ປັບປຸງນະໂຍບາຍ ແລະ ລະບຽບກົດໝາຍຕ່າງໆເພື່ອຊ່ວຍຊຸກດັນທຸລະກິດໃຫ້ພັດທະນາເຕີບໃຫຍ່ ແລະ ມີຄວາມສາມາດແຂ່ງຂັນໄດ້ ພ້ອມດຽວກັນນີ້ ກົດໝາຍວ່າດ້ວຍການສົ່ງເສີມ SME ສະບັບເລກທີ 114 ສປຊ ລົງວັນທີ 21 ທັນວາ 2011 ເຫັນວ່າມີບາງເນື້ອໃນມີຄວາມຈໍາເປັນກໍານົດເຂົ້າຕື່ມ ເພື່ອໃຫ້ແທດເໝາະກັບສະພາບການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ໃນປັດຈຸບັນ.

     ກົດໝາຍສະບັບປັດຈຸບັນ ສະບັບເລກທີ 11/ສພຊ ລົງວັນທີ 21 ທັນວາ 2011 ມີທັງໝົດ XI ພາກ ແລະ 55 ມາດຕາ ຮ່າງກົດໝາຍທີ່ປັບປຸງໃໝ່ນີ້ ປະກອບດ້ວຍ XI ພາກ 5 ໝວດ ແລະ 72 ມາດຕາ ພ້ອມນີ້ ກໍໄດ້ປ່ຽນຊື່ຈາກ ”ກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ” ມາເປັນ “ກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ໂດຍໄດ້ເພີ່ມຈຸນລະວິສາຫະກິດເຂົ້າຕື່ມ ການປັບປຸງເນື້ອໃນແມ່ນໄດ້ຕັດອອກ 6 ມາດຕາ  ປັບປຸງເນື້ອໃນ 30 ມາດຕາ  ແລະ  ສ້າງໃໝ່ 23 ມາດຕາ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!