ຢູນິຊາມ ລົງນາມສືບຕໍ່ໂຄງການຮັກສາສຸຂະພາບແມ່ ແລະ ເດັກໃນໂຮງໝໍ ສປປ ລາວ

    ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບ ບໍລິສັດຢູນິຊາມ ປະເທດໄທ ຈຳກັດ ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການສືບຕໍ່ໂຄງການຮັກສາສຸຂະພາບແມ່ ແລະ ເດັກໃນໂຮງໝໍ ສປປ ລາວ ໄລຍະ 5 ປີ (2022-2026) ໃນວັນທີ 29 ມິຖຸນາ 2022 (ຜ່ານລະບົບອອນລາຍ) ຮ່ວມລົງນາມໂດຍທ່ານ ດຣ ຄໍາໃສ ເດດລືໄຊ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ທ່ານ ທາດາຊິ ນາຄາອິ ກຳມະການຜູ້ຈັດການ ບໍລິສັດ ຢູນິຊາມ ປະເທດໄທ ຈໍາກັດ ມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    ຈຸດປະສົງຂອງໂຄງການ ແມ່ນເພື່ອສ້າງຄວາມສໍາພັນທີ່ດີໃຫ້ແມ່ ແລະ ລູກນ້ອຍ ຊ່ວຍຫຼຸດຜ່ອນອັດຕາການຕາຍຂອງເດັກນ້ອຍເກີດໃໝ່ ເສີມຄວາມຮູ້ດ້ານການດູແລສຸຂະອານາໄມສໍາລັບແມ່ ແລະ ເດັກໃຫ້ກັບພະຍາບານ ແລະ ຍັງມີກິດຈະກໍາສະໜັບສະໜູນໃຫ້ຄວາມຮູ້ພາຍໃຕ້ໂຄງການຮັກສາສຸຂະພາບແມ່ ແລະ ເດັກໃນໂຮງໝໍ ສປປ ລາວ ໃນໄລຍະຜ່ານມາ ເຊັ່ນ ກິດຈະກໍາໃຫ້ຄວາມຮູ້ໃນການດູແລສຸຂະອານາໄມແມ່ ແລະ ເດັກກຸ່ມເປົ້າໝາຍ ແມ່ຍິງຖືພາ 6-8 ເດືອນ ປີລະ 2 ຄັ້ງ ຄັ້ງລະ 4 ໂຮງໝໍ ມອບຜະລິດຕະພັນຜ້າອ້ອມສໍາເລັດຮູບປີລະ 120.000 ຊຸດ ໃຫ້ 50 ໂຮງໝໍສໍາລັບແມ່ທີ່ມາເກີດລູກ ໂດຍສະເພາະບັນດາໂຮງໝໍເມືອງໃນຂອບເຂດທົ່ວປະເທດ ມອບຜ້າອ້ອມສໍາເລັດຮູບໃຫ້ພະແນກປະສູດປີລະ 200.000 ອັນ ຕິດຕັ້ງໂຕະສໍາລັບປ່ຽນຜ້າອ້ອມໃຫ້ກັບໂຮງໝໍພາຍໃນໂຄງການ ປີລະ 6 ໂຮງໝໍ ເຝິກອົບຮົມພະຍາບານໃນປະເທດລາວ “ໂຄງການກຽມແມ່ເພື່ອການເກີດ” ປີລະ 2 ຄັ້ງ ໂດຍມີທີມວິທະຍາກອນຈາກຄະນະພະຍາບານສາດ ມະຫາວິທະຍາໄລມະຫິດົນ ແລະ ຜູ້ເຂົ້າເຝິກອົບຮົມຈະໄດ້ຮັບໃບຢັ້ງຢືນ (certificate) ຈາກຄະນະພະຍາບານສາດ ມະຫາວິທະຍາໄລມະຫິດົນ ປະເທດໄທ ຕົກແຕ່ງຫ້ອງພັກຜ່ອນສໍາລັບເດັກ ແລະ ຈັດຫາອຸປະກອນເດັກຫຼິ້ນເພື່ອເສີມທັກສະການຮຽນຮູ້ໃຫ້ລູກນ້ອຍທີ່ມາລໍຖ້າການກວດທີ່ໂຮງໝໍ ໂດຍຄັດເລືອກໂຮງໝໍເພື່ອຕົກແຕ່ງປີລະ 2 ແຫ່ງ ລວມທັງໝົດ 10 ແຫ່ງ.

   ຫຼັງຈາກທີ່ໂຄງການດໍາເນີນມາຈົນຄົບວາລະ 5 ປີ ບໍລິສັດ ຢູນິຊາມ (ປະເທດໄທ) ຈໍາກັດ ໄດ້ເຮັດການປະເມີນຜົນໂຄງການເພື່ອການພັດທະນາ ແລະ ປັບປຸງການດໍາເນີນໂຄງການ ແລະ ສໍາຫຼວດຜົນຕອບຮັບຂອງທຸກຝ່າຍທີ່ກ່ຽວຂ້ອງ ເຊິ່ງຜົນການປະເມີນທີ່ໄດ້ ມີການຕອບຮັບທີ່ດີຈາກທຸກຝ່າຍທີ່ກ່ຽວຂ້ອງ ດັ່ງນັ້ນ ບໍລິສັດ ຢູນິຊາມ ປະເທດໄທ ຈໍາກັດ ຈຶ່ງໄດ້ສືບຕໍ່ໂຄງການຕໍ່ໄປອີກ 5 ປີ (2022-2026) ເພື່ອຄວາມຕໍ່ເນື່ອງຂອງໂຄງການ ແລະ ເພື່ອໃຫ້ເກີດປະໂຫຍດກັບທຸກຝ່າຍທີ່ກ່ຽວຂ້ອງ ແລະ ກິດຈະກຳທີ່ສະໜັບສະໜູນຄັ້ງນີ້ ຈະເປັນສ່ວນໜຶ່ງທີ່ເຮັດໃຫ້ແມ່ຍິງຖືພາ ແລະ ເດັກນ້ອຍເກີດໃໝ່ໃນ ສປປ. ລາວ ມີສຸຂະພາບ ແລະ ສຸຂະອະນາໄມທີ່ດີ ເຊິ່ງສອດຄ່ອງກັບເປົ້າໝາຍພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ (SDGs) ເຊິ່ງເປັນເປົ້າໝາຍຂອງບໍລິສັດຢູນິຊາມເຊັ່ນດຽວກັນ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!