Fred Hollow ບໍລີການກວດສຸຂະພາບຕາໃຫ້ແກ່ນັກຮຽນ

    ເພື່ອເປັນການຮ່ວມສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ບໍລິການກວດສຸຂະພາບຕາ ປະຈຳ ປີ 2022 ໃນວັນທີ 29 ມິຖຸນາ 2022 ມູນນິທິ ເຟຣດໂຮໂລ (Fred Hollow) ປະຈຳລາວ ນຳໂດຍ ທ່ານ ນາງ ສຸພອນສາ ໄຊປັນຍາ ປະທານມູນນິທິ ເຟຣດໂຮໂລ ພ້ອມຄະນະທີມແພດ ໄດ້ລົງເຄື່ອນໄຫວ ບໍລິການກວດສຸຂະພາບຕາ ຢູ່ໂຮງຮຽນສຶກສາພິເສດໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງ ວຽງຈັນ (ນວ) ໂດຍມີທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຜູ້ອຳນວຍການໂຮງຮຽນສຶກສາພິເສດ ນວ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງສີໂຄດຕະບອງ ແຂກຖືກເຊີນ ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

    ທ່ານນາງ ສຸພອນສາ ໄຊປັນຍາ ແຈ້ງໃຫ້ຊາບວ່າ: ສະເພາະກິດຈະກຳການເຄື່ອນໄຫວຂອງມູນນິ ທີ ເຟຣດໂຮໂລ ຂອງພວກເຮົາ ແມ່ນຈັດຕັ້ງປະຕິບັດມາໄດ້ຫຼາຍປີແລ້ວ ໂດຍການສະໜັບສະໜູນຂອງ ລັດຖະບານອົດສະຕຣາລີ ເຊິ່ງໄດ້ເຄື່ອນໄຫວໃນ 10 ແຂວງເປົ້າໝາຍພາຍໃນປະເທດ ໃຫ້ການດູແລ ກວດສຸຈະພາບຕາແກ່ພໍ່ແມ່ປະຊາຊົນ ໃນບັນດາແຂວງ ເມືອງເປົ້າໝາຍ.

    ສະເພາະໃນປີນີ້ ໄດ້ເລີ່ມຈັດຕັ້ງການເຄື່ອນໄຫວຢູ່ພາຍໃນນະຄອນຫຼວງວຽງຈັນ ໂດຍເລີ່ມຈາກ 6 ໂຮງຮຽນ ຄື: ໂຮງຮຽນປະຖົມພະໄຊ ພະຂາວ ໂຮງຮຽນ ABDP ອໍເຄສຕິກ ຈັນສະຫວ່າງ ແລະ ໂຮງຮຽນສຶກສາພິເສດ ນວ ເຊິ່ງໃຊ້ໄລຍະເວລາ 2 ວັນ ລະຫວ່າງວັນທີ 28-29 ມິຖຸນາ 2022 ໃນການເຄື່ອນໄຫວກວດສຸຂະພາບຕາໃຫ້ແກ່ລູກຫຼານນັກຮຽນ ພ້ອມນີ້ ພວກເຮົາຍັງໄດ້ໃຫ້ຄວາມຮູ້ພື້ນ ຖານໃນການກວດສຸຂະພາບຕາເບື້ອງຕົ້ນໃຫ້ກັບຄູ-ອາຈານ ໃນບັນດາໂຮງຮຽນເປົ້າໝາຍ ທີ່ໄດ້ລົງເຄື່ອນໄຫວ ລວມທັງໃຫ້ການກວດສຸຂະພາບຕາແກ່ພໍ່ແມ່ປະຊາຊົນບ້ານໃກ້ຄຽງກັບໂຮງ ຮຽນໂດຍບໍ່ເສຍຄ່ານຳອີກ.  

# ຂ່າວ – ພາບ : ບຸນມີ

error: Content is protected !!