ການໂອນເງິນກັບຄືນປະເທດ ເປັນການປະກອບສ່ວນທາງດ້ານເສດຖະກິດຂອງ ສປປ ລາວ

    ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ຮ່ວມກັບສະຖາບັນຄົ້ນຄວ້າວິໄຈການພັດທະນາ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດກອງປະຊຸມເຜີຍແຜ່ບົດຄົ້ນຄວ້າກ່ຽວກັບການສົ່ງເງິນກັບຄືນ ສປປ ລາວ ໃນວັນທີ 29 ເມສາ 2022 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ຮ່ວມເປັນປະທານຂອງທ່ານ ສິດທິຣົດ ຣາຊະພົນ ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ທ່ານ ນາງ ຊາຣີນ ລາດາຣ ຫົວໜ້າ IOM ປະຈຳ ສປປ ລາວ ມີຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ ພ້ອມຜູ້ສະໜັບສະໜູນ ແລະ ຄູ່ຮ່ວມການພັດທະນາເຂົ້າຮ່ວມ.

    ບົດຄົ້ນຄວ້າກ່ຽວກັບການສົ່ງເງິນກັບຄືນ ສປປ ລາວ ໄດ້ຈັດຕັ້ງປະຕິບັດໂດຍທີມງານຈາກສະຖາບັນ ຄົ້ນຄວ້າວິໄຈການພັດທະນາ ແລະ ອົງການ IOM ປະຈຳ ສປປ ລາວ ບົດຄົ້ນຄວ້າທາງດ້ານນະໂຍບາຍໂດຍຫຍໍ້ ໃນການສົ່ງເງິນກັບ ສປປ ລາວ ໄດ້ຖືກສ້າງຂຶ້ນໂດຍມີຈຸດປະສົງເພື່ອຕີລາຄາທົບທວນຄືນສະພາບການ ຂໍ້ມູນ ແລະ ນະໂຍບາຍກ່ຽວກັບໂອນເງິນກັບຄືນມາປະເທດຂອງ ສປປ ລາວ ວິໄຈທ່າອ່ຽງການປ່ຽນແປງຂອງການໂອນເງິນເຂົ້າມາ ສປປ ລາວ ແລະ ປະເມີນເຖິງກາລະໂອກາດ ແລະ ສິ່ງທ້າທາຍໃນການຄຸ້ມຄອງການໂອນເງິນກັບຄືນມາປະເທດ ພ້ອມທັງໃຫ້ຂໍ້ສະເໜີແນະ ເພື່ອປັບປຸງ ແລະ ຄຸ້ມຄອງການໂອນເງິນກັບມາປະເທດ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ.

    ທ່ານ ທະນົງຊາຍ ສຸກຄຳທັດ ຮອງຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ໄດ້ກ່າວເຖິງການສົ່ງເງິນຄືນກັບປະເທດວ່າ: ການໂອນເງິນຄືນກັບມາປະເທດຂອງບຸກຄົນ ຫຼື ແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດ ແມ່ນປັດໄຈສຳຄັນອັນໜຶ່ງທີ່ຊ່ວຍເຮັດໃຫ້ເສດຖະກິດຂອງໂລກ ແລະ ພາກພື້ນ ລວມທັງ ສປປ ລາວ ມີການຂະຫຍາຍຕົວ ເຊິ່ງການໂອນເງິນກັບຄືນປະເທດ ແມ່ນມີທ່າອ່ຽງທີ່ສູງເພີ່ມຂຶ້ນ ແລະ ເປັນການປະກອບສ່ວນໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ໃນແຕ່ລະປີ ແຮງງານລາວໄດ້ສົ່ງເງິນກັບປະເທດເຖິງ 412 ລ້ານໂດລາສະຫະລັດ ຄິດໄລ່ເປັນ 2.3% ຂອງ GDP ປະເທດລາວ (ອີງຕາມທະນາຄານແຫ່ງ ສປປ ລາວ).

# ຂ່າວ – ພາບ : ຊິລິການດາ

error: Content is protected !!