ປະກາດໂຮງຮຽນປະຖົມ 15 ແຫ່ງ ເປັນໂຮງຮຽນປອດສິ່ງເສບຕິດ

    ພິທີປະກາດໂຮງຮຽນປະຖົມສົມບູນ 15 ແຫ່ງ ເປັນໂຮງຮຽນປອດສິ່ງເສບຕິດ ຈັດຂຶ້ນວັນທີ 28 ມິຖຸນາ 2022 ຢູ່ໂຮງຮຽນປະຖົມສົມບູນດອນນົກຂຸ້ມ ເມືອງສີສັດຕະນາກ ໂດຍມີທ່ານ ສິງຫາ ວົງພັກດີ ຫົວໜ້າຫ້ອງວ່າການປົກຄອງເມືອງສີສັດຕະນາກ ທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ທ່ານ ຄໍາສິງ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງສີສັດຕະນາກ ພ້ອມດ້ວຍພະນັກງານ ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

    ທ່ານນາງ ຈັນຜິວ ສໍອິນໄຊ ຜູ້ອໍານວຍການໂຮງຮຽນປະຖົມສົມບູນດອນນົກຂຸ້ມ ກ່າວວ່າ: ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ ບັນຫາຢາເສບຕິດກໍາລັງເປັນບັນຫາທີ່ພົ້ນເດັ່ນ ແລະ ມີລັກສະນະເພີ່ມຂຶ້ນຢ່າງໄວວາ ແຜ່ລະບາດໄປທົ່ວທຸກບ່ອນໃນສັງຄົມ ນັບທັງໃນຕົວເມືອງ ແລະ ຊົນນະບົດ ເຂດຫ່າງໄກສອກຫຼີກ ໃນລະດັບແຕກຕ່າງກັນ ພວກຄ້າຂາຍຂົນສົ່ງຢາເສບຕິດ ແມ່ນມີທັງຄົນລາວ ແລະ ຄົນຕ່າງປະເທດ ເຊິ່ງພວກເຂົາໄດ້ພະພະຍາຍາມຊອກທຸກວິທີທາງ ໂດຍອີງໃສ່ຈຸດພິເສດ ແລະ ລັກສະນະຂອງພື້ນທີ່ ເພື່ອເຄື່ອນໄຫວລັກລອບນໍາເຂົ້າ ແລະ ສົ່ງອອກຢາເສບຕິດປະເພດຕ່າງໆ ເຊັ່ນ: ຢາບ້າ ເຮໂຣອິນ ກັນຊາ ແລະ ສານເຄມີຈໍານວນໜຶ່ງ ພົ້ນເດັ່ນກວ່າໝູ່ແມ່ນຢາບ້າ ກວມເອົາ 80% ເຖິງວ່າໄດ້ມີການສະກັດກັ້ນ ປາບປາມຢ່າງໜັກ ແລະ ຕໍ່ເນື່ອງ ແຕ່ກໍບໍ່ມີທ່າທີຫຼຸດລົງ ມັນໄດ້ເປັນໄພອັນຕະລາຍຄຸກຄາມເຖິງຄວາມໝັ້ນຄົງ ຄວາມສະຫງົບ ຄວາມປອດໄພ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງຊາດ ໄດ້ສ້າງຄວາມເສຍຫາຍ ສ້າງຄວາມວຸ່ນວາຍໃນສັງຄົມ ນໍາເອົາຄວາມຫາຍະນະມາສູ່ຄອບຄົວ ສັງຄົມ ແລະ ຄົນຮຸ່ນສືບທອດ ກໍຄືຊາວໜຸ່ມ ເຍົາວະຊົນ ຢູ່ໃນນະຄອນຫຼວງວຽງຈັນ.

    ແນວໃດກໍຕາມ ສໍາລັບການເຄື່ອນໄຫວກິດຈະກໍາຕ່າງໃນໂຮງຮຽນ ແລະ ນອກໂຮງຮຽນ ຄື: ຜູ້ອໍານວຍການໂຮງຮຽນ ເຈົ້າຂອງໂຮງຮຽນປະຖົມສົມບູນດອນນົກຂຸ້ມ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ເຄື່ອນໄຫວກິດຈະກໍາວຽກງານສະກັດກັ້ນ ແລະ ຕ້ານຢເສບຕິດໃນໂຮງຮຽນ ຄື: ແຕ່ງຕັ້ງຄູ-ອາຈານຮັບຜິດຊອບ 3 ທ່ານ ເພື່ອເຄື່ອນໄຫວຕິດຕາມລາຍງານຢ່າງເປັນປະຈໍາ ໂດຍການຊີ້ນໍາ ນໍາພາ ຂອງຜູ້ອໍານວຍການໂຮງຮຽນໂດຍກົງ ຜ່ານການປະເມີນເຫັນວ່າ ໄດ້ຄະແນນ 100% ຂອງ 13 ກິດຈະກໍາຫຼັກ.

    ໂອກາດນີ້ ທ່ານ ສິງຫາ ວົງພັກດີ ກ່າວວ່າ: ຕໍ່ກັບຜົນງານ ກໍຄືນາມມະຍົດທີ່ພວກເຮົາຍາດມາໄດ້ໃນຄັ້ງນີ້ ກໍເປັນນາມມະຍົດທີ່ເປັນສິ່ງເອກອ້າງ ພາຍຫຼັງທີ່ໄດ້ປະກາດແລ້ວ ເຮັດແນວໃດພວກເຮົາຈະຮັກສາໃຫ້ຍືນຍົງ ສະນັ້ນ ພວກເຮົາທຸກຄົນກໍຕ້ອງສືບຕໍ່ມີສ່ວນຮ່ວມພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ເພື່ອຮັກສານາມມະຍົດດັ່ງກ່າວ.

    ປັດຈຸບັນ ນະຄອນຫຼວງວຽງຈັນມີໂຮງຮຽນປະຖົມສົມບູນທັງໝົດ 545 ແຫ່ງ ເອກະຊົນ 185 ແຫ່ງ ເຊິ່ງໄດ້ປະກາດ ແລະ ຂຶ້ນປ້າຍປອດສິ່ງເສບຕິດແລ້ວ 95 ແຫ່ງ ເອກະຊົນ 31 ແຫ່ງ ສະເພາະເມືອງສີສັດຕະນາກ ມີໂຮງຮຽນປະຖົມ 37 ແຫ່ງ ເອກະຊົນ 21 ແຫ່ງ ສາມາດປະກາດ ແລະ ຂຶ້ນປ້າຍປອດສິ່ງເສບຕິດ 37 ແຫ່ງ ເອກະຊົນ 21 ແຫ່ງ ເທົ່າກັບ 100% ສ່ວນໂຮງຮຽນມັດທະຍົມ ມີທັງໝົດ 185 ແຫ່ງ ເອກະຊົນ 79 ແຫ່ງ ໄດ້ປະກາດ ແລະ ຂຶ້ນປ້າຍປອດສິ່ງເສບຕິດແລ້ວ 184 ແຫ່ງ ເອກະຊົນ 78 ແຫ່ງ ສະເພາະເມືອງສີສັດຕະນາກ ມີໂຮງຮຽນມັດທະຍົມ 21 ແຫ່ງ ເອກະຊົນ 13 ແຫ່ງ ສາມາດປະກາດ ແລະ ຂຶ້ນປ້າຍປອດສິ່ງເສບຕິດ 21 ແຫ່ງ ເອກະຊົນ 13 ແຫ່ງ ເທົ່າກັບ 100%.

# ຂ່າວ – ພາບ : ສີພອນ

error: Content is protected !!