ເປີດໂຄງການພຣະສະມະນະທູດລາວ ກໍາມາທິການຕ່າງປະເທດ

   ພິທີເປີດໂຄງການພຣະສະມະນະທູດລາວ ກໍາມາທິການຕ່າງປະເທດ ວັນທີ 28 ມິຖຸນາ 2022 ທີ່ສູນການຮ່ວມມືສາກົນ ແລະ ເຝິກອົບຮົມນະຄອນຫຼວງວຽງຈັນ (ITCT) ໂດຍມີພະອາຈານ ບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສໍາພັນລາວ (ອພສ) ພະເຖລະນຸເຖລາ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຄອບຄົວການນໍາ ການນໍາພັກ-ລັດ ທູຕານຸທູດ ແລະ ນັກທຸລະກິດ ເຂົ້າຮ່ວມ.

    ໃນພິທີ ພະອານ ດໍາຣົງ ພິມມະຈັກ ຫົວໜ້າກໍາມາທິການຕ່າງປະເທດ ອພສ ໃຫ້ຮູ້ປະຫວັດຄວາມເປັນມາ ຄວາມໝາຍ ແລະ ຄວາມສໍາຄັນຂອງພຣະສະມະນະທູດລາວວ່າ: ໂຄງການດັ່ງກ່າວ ເປັນໂຄງການໜຶ່ງທີ່ສໍາຄັນຫຼາຍຂອງກໍາມາທິການຕ່າງປະເທດ ກໍຄື ອພສ ຈັດຕັ້ງຂຶ້ນມາ ເພື່ອອົບຮົມພຣະສະມະນະທູດລາວໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອໄປເຜີຍແຜ່ວຽກງານພະພຸດທະສາສະໜາ ຕະຫຼອດເຖິງຮີດຄອງປະເພນີ ວັດທະນະທໍາລາວ ແລະ ນະໂຍບາຍພົວພັນຕ່າງປະເທດຂອງພັກລັດ ທັງຢູ່ພາຍໃນ ແລະ ຕ່າງປະເທດຕາມໂອກາດ ແລະ ຄວາມເໝາະສົມ ພຣະສະມະນະທູດ ໝາຍເຖິງພະສົງທີ່ເຮັດໜ້າທີ່ກ່ຽວກັບການນຳເອົາຫຼັກທໍາຄຳສັ່ງສອນຂອງພະສໍາມາສໍາພຸດທະເຈົ້າອອກໄປເຜີຍແຜ່ທັງໃນ ແລະ ຕ່າງປະເທດ ພຣະສະມະນະທູດມີພາລະບົດບາດ ແລະ ໜ້າທີ່ສໍາຄັນໃນການເຜີຍແຜ່ຫຼັກທໍາເປັນຜູ້ນໍາໃນການຟື້ນຟູພະພຸດທະສາສະໜາ ພ້ອມທັງເປັນຜູ້ສົ່ງເສີມການຮຽນຮູ້ ແລະ ສ້າງຄວາມສາມັກຄີໃຫ້ແກ່ຊຸມຊົນດ້ວຍການນຳເອົາຫຼັກທໍາຄໍາສັ່ງສອນທາງພະພຸດທະສາສະໜາມາເປັນແກ່ນກາງໃນການພັດທະນາ ມີພາລະບົດບາດ  ແລະ  ໜ້າທີ່ໃນຖານະເປັນຕົວແທນຂອງພະສໍາມາສໍາພຸດທະເຈົ້າ ໃນການທຳງານດ້ານພະພຸດທະສາສະໜາ ເພື່ອສັງຄົມທັງໃນ ແລະ ຕ່າງປະເທດ ດັ່ງນັ້ນ ໜ້າທີ່ການເຜີຍແຜ່ງານດ້ານພະພຸດທະສາສະໜາຂອງພຣະສະມະນະທູດຈຶ່ງຕ້ອງຢຶດຫຼັກປະຕິບັດຕາມແນວທາງຂອງພຣະສະມະນະທູດຕົ້ນແບບຕັ້ງແຕ່ສະໄໝພະພຸດທະການ ແລະ ຫຼັງພະພຸດທະການ.

    ພະພຸດທະສາສະໜາ ຖືເປັນສາສະໜາໃນລະດັບຕົ້ນທີ່ມີພະສົງສະໜັບສະໜູນງານພຣະສະມະນະທູດ ເຊິ່ງເລີ່ມແຕ່ຍຸກພຸດທະການເມື່ອ 2.600 ກວ່າປີທີ່ຜ່ານມາ ຫຼັງຈາກສໍາມາສັມພຸດທະເຈົ້າ ໄດ້ຊົງຕັດສະຮູ້ທໍາແລ້ວ ຊົງສົ່ງພະສາວົກ 60 ອົງ ໄປໃນທິດຕ່າງໆປະກາດຫຼັກທໍາຄຳສອນໃຫ້ມວນມະນຸດທັງຫຼາຍໄດ້ຮັບຜົນແຫ່ງປະໂຫຍດ ແລະ ຄວາມສຸກທັງຫຼາຍ.

    ສໍາລັບຈຸດປະສົງຂອງໂຄງການພຣະສະມະນະທູດເພື່ອເຝິກອົບຮົມພະສະມະນະທູດລາວໃຫ້ມີຄວາມຮູ້ຄວາມສາມາດ ແລະ ຄວາມໝັ້ນໃຈ ໃນການປະຕິບັດສາສະນະກິດຕາມວັດຖຸປະສົງ ເພື່ອກຽມພ້ອມພະສະມະນະທູດລາວທີ່ມີຄຸນສົມບັດເໝາະສົມໃນການສະໜອງຕ່າງໆ ພາຍໃຕ້ກໍາມາທິການການຕ່າງປະເທດ ແລະ ໃນປະເທດອື່ນ ເພື່ອສົ່ງເສີມ ສະໜັບສະໜູນພະສົງລາວ ທີ່ເຮັດໜ້າທີ່ເຜີຍແຜ່ພະພຸດທະສາສະໜາຢູ່ໃນປະເທດຕ່າງໆ ເພື່ອສະໜອງນະໂຍບາຍຂອງພັກ-ລັດ ແລະ ອພສ ໂດຍລວມ ໂດຍສະເພາະ ຄືກໍາມທິການຕ່າງປະເທດທາງດ້ານການພົວພັນວຽກງານຕ່າງປະເທດຂອງພະພຸດທະສາສະໜາ ແລະ ສາສະໜາອື່ນ

# ຂ່າວ – ພາບ : ຂັນທະວີ

error: Content is protected !!