ທູດລາວ ປະຈຳ ອາເມລິກາ ແລະ ການາດາ ເຂົ້າຢ້ຽມຂໍ່ານັບ ປະທານາທິບໍດີ ສະຫະລັດ ອາເມຣິກາ

      ວັນທີ 13 ມິຖຸນາ 2022 ຜ່ານມາ ທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມຣິກາ ແລະ ການາດາ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຖ່າຍຮູບເປັນທີ່ລະນຶກຮ່ວມກັບ ທ່ານ ໂຈ ໄບເດັນ, ປະທານາທິບໍດີອາເມລິກາ ທີ່ ທຳນຽບປະທານາທິບໍດີ (ທຳນຽບຂາວ) ຮ່ວມກັບບັນດາທູດຕ່າງປະເທດ ປະມານ 50 ປະເທດ. ພິທີດັ່ງກ່າວ ແມ່ນຖືກຈັດຂື້ນ ແທນການຍື່ນສານດ້ວຍຕົນເອງ ຍ້ອນການເເຜ່ລະບາດ ຂອງພະຍາດ ໂຄວິດ-19 ເພື່ອເປັນກຽດໃຫ້ແກ່ບັນດາທູດ ທີ່ໄດ້ສໍາເລັດການຍື່ນສານຕາຕັ້ງ ຜ່ານກະຊວງການຕ່າງປະເທດອາເມລິກາ ແລະ ໄດ້ຮັບການຮັບຮອງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ປະຈຳ ສະຫະລັດ ອາເມລິກາ ໂດຍ ທຳນຽບປະທານາທິບໍດີ ເປັນທີ່ຮຽບຮ້ອຍແລ້ວ, ເຊິ່ງທຳນຽບປະທານາທິບໍດີ ໄດ້ຈັດສົ່ງຮູບໃຫ້ບັນດາສະຖານທູດທີ່ກ່ຽວຂ້ອງຕ່າງໆ ໃນຕອນແລງຂອງວັນທີ 23 ມິຖຸນາ 2022 ຜ່ານມາ.

     ໃນພິທີອັນມີກຽດນີ້, ທ່ານເອກອັກຄະລັດຖະທູດ ໄດ້ຖືກຕ້ອນຮັບຢ່າງສົມກຽດ ຈາກ ທ່ານປະທານາທິບໍດີ ໂຈ ໄບເດັນ ແລະ ໄດ້ຮັບການອວຍພອນໃຫ້ປະຕິບັດໜ້າທີ່ໃນຖານະ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມລິກາ ດ້ວຍຜົນສຳເລັດອັນຈົບງາມ, ເຊິ່ງທ່ານ ເອກອັກຄະລັດຖະທູດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄຳອວຍພອນອັນຈົບງາມ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວຈາກ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ມາຍັງ ທ່ານປະທານາທິບໍດີ ໂຈ ໄບເດັນ. ພ້ອມນີ້, ກໍ່ສະແດງຄວາມຫວັງວ່າ ທ່ານປະທານາທິບໍດີ ໂຈ ໄບເດັນ ຈະໃຫ້ຄວາມຊ່ວຍເຫຼືອແກ່ ທ່ານເອກອັກຄະລັດຖະທູດ ຕະຫຼອດໄລຍະປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມລິກາ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດໃຫ້ສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂື້ນກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດສຸງສຸດມາສູ່ ປະຊາຊົນຂອງສອງປະເທດ.

      ພາຍຫຼັງສຳເລັດພິທີດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ສີສະຫວາດ ອິນພະຈັນ ຈະສືບຕໍ່ເຄື່ອນໄຫວ ແລະ ພົບປະກັບພາກສ່ວນກ່ຽວຂ້ອງຕ່າງໆຂອງ ອາເມລິກາ ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນເຖິງທິດທາງແຜນການຮ່ວມມືສອງຝ່າຍໃນຕໍ່ໜ້າ ໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນ ເປັນຕົ້ນແມ່ນ ພົບປະກັບບັນດາການນຳ ແລະ ກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດອາເມລິກາ, ສະພາຄວາມໝັ້ນຄົງແຫ່ງຊາດ, ທຳນຽບຂາວ, ບັນດາສະມາຊິກສະພາ, ຫົວໜ້າອົງການຊ່ວຍເຫຼືອເພື່ອການພັດທະນາຂອງອາເມລິກາ (USAID), ຫົວໜ້າອົງການເກັບກູ້ສິ່ງເສດເຫຼືອຂອງທະຫານ ອາເມລິກາ ທີ່ຫາຍສາບສູນແຕ່ປາງສົງຄາມ (POW/MIA), ບັນດາພາກສ່ວນທຸລະກິດຕ່າງໆຂອງລັດຖະບານ-ເອກະຊົນ ແລະ ພາກສ່ວນອື່ນໆທີ່ສຳຄັນ.

error: Content is protected !!