ສຳເລັດການຖ່າຍທຳວີດີໂອຄູຕົວແບບ

    ທີມງານຖ່າຍທຳວີດີໂອຄູຕົວແບບ ຂອງສູນໂຄສະນາຂ່າວສານການສຶກສາ ແລະ ກີລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ເຄື່ອນໄຫວສົ່ງເສີມວຽກງານການປະຕິບັດຫຼັກສູດສະບັບປັບປຸງໃໝ່ ຊັ້ນປະຖົມສຶກສາ ຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານຢູ່ ສປປ ລາວ ຫຼື ແຜນງານບີຄວາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ທີ່ເນັ້ນໃສ່ການສະໜັບສະໜູນການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ທີ່ແຂວງສາລະວັນໃຫ້ໄດ້ຮັບຜົນດີ.

    ການຖ່າຍທໍາດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 21-24 ມິຖຸນາ 2022 ຜ່ານມາ ທີ່ແຂວງສາລະວັນ ນໍາທີມໂດຍທ່ານ ສຸກສາຄອນ ສີປະເສີດ ຜູ້ອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກີລາ ມີທ່ານ ນາງ ຄໍຣິນ ຈາວາຣີ ຫົວໜ້າຝ່າຍການສື່ສານ ແຜນງານບີຄວາ ທ່ານ ໂພທອງ ພົງສົງຄາມ ຮອງຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ແລະ ວິຊາຊີບຄູ ທັງເປັນຄູເຝິກຫຼັກແຫຼ່ງ ແລະ ຄູເຝິກປະຈໍາແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໃນການລົງຕິດຕາມໃນຄັ້ງນີ້ ທ່ານ ສຸກສາຄອນ ສີປະເສີດ ໄດ້ກ່າວໃຫ້ຮູ້ເຖິງຈຸດປະສົງ ແລະ ເປົ້າໝາຍທີ່ໄດ້ນຳພາທີມງານມາປະຕິບັດວຽກງານທີ່ແຂວງສາລະວັນຄັ້ງນີ້ ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຫຼັງຈາກໄດ້ເຄື່ອນໄຫວວຽກດັ່ງກ່າວມາແລ້ວ 2 ແຂວງ ຄື: ແຂວງຫຼວງພະບາງ ແລະ ແຂວງຊຽງຂວາງ ແມ່ນໄດ້ຮັບການນິຍົມ ແລະ ເປັນທີ່ສົນໃຈ ແລະ ຕິດຕາມເປັນຈໍານວນຫຼາຍ ເຊິ່ງແຂວງສາລະວັນເປັນແຂວງໜຶ່ງທີ່ນອນຢູ່ໃນແຂວງເປົ້າໝາຍ ແລະ ໃນການມາປະຕິບັດວຽກງານດັ່ງກ່າວ ໂດຍທີມງານຈະໄດ້ລົງເຄື່ອນໄຫວວຽກງານທີ່ວິທະຍາໄລຄູສາລະວັນ ຕິດຕາມທ່ານ ໂພທອງ ພົງສົງຄາມ ຈັດກິດຈະກໍາເຝິກອົບຮົມ ກ່ຽວກັບຫຼັກສູດການການຮຽນ-ການສອນຂັ້ນ ປ4 ໃຫ້ແກ່ຄູເຝິກຂັ້ນແຂວງ ແລະ ຢ້ຽມຢາມຊ່ວຍເຫຼືອໂຮງຮຽນປະຖົມນາເຫຼັກ ເພື່ອຊ່ວຍເຫຼືອໂຮງຮຽນ ແລະ ໃຫ້ການສະໜັບສະໜູນຄູ ເພື່ອກຽມຄວາມພ້ອມໃນການນໍາໃຊ້ຫຼັກສູດສະບັບປັບປຸງໃໝ່ກ່ອນເປີດສົກຮຽນ ເພາະຄູສອນຈະໄດ້ມີຄວາມຮັບຮູ້ ຄວາມເຂົ້າໃຈ ແລະ ມີຄວາມພ້ອມໃນການນໍາໃຊ້ຫຼັກສູດສະບັບປັບປຸງໃໝ່ໃຫ້ມີປະສິດທິພາບ ພ້ອມທັງເປັນການສືບຕໍ່ໂຄສະນາສົ່ງເສີມການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ໃຫ້ໄດ້ຮັບຜົນດີທີ່ສຸດ ເປັນການສາທິດໃນການຈັດການຮຽນການສອນຕາມຫຼັກສູດໃໝ່ ເພື່ອບັນທຶກສຽງ ສຳພາດ ແລະ ຖ່າຍທໍາວີດີໂອການຮຽນ-ການສອນຂອງຄູໃນການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູສະບັບປັບປຸງໃໝ່ ແລະ ຖ່າຍພາບ ເພື່ອເຜີຍແຜ່ທາງໂທລະພາບ ວາລະສານ ໜັງສືພິມ ແລະ ວິທະຍຸສຶກສາ ແລະ ກີລາ ພ້ອມປູກຈິດສຳນຶກຊຸກຍູ້ໃຫ້ມີຄວາມເປັນເຈົ້າການ ແລະ ສ້າງແຮງຈູງໃຈແກ່ຄູສອນຊັ້ນປະຖົມສຶກສາ ຄູເຝິກ ຄູສຶກສານິເທດ ແລະ ຜູ້ອຳນວຍການໂຮງຮຽນຊັ້ນປະຖົມ ແລະ ພໍ່ແມ່ຜູ້ປົກຄອງຂອງນັກຮຽນ.

# ບຸນມີ

error: Content is protected !!