ທົບທວນໂຄງການຄວບຄຸມຄວາມສ່ຽງໄພພິບັດທໍາມະຊາດໃນຂົງເຂດອາຊີ ຕາເວັນອອກສຽງໃຕ້ ຮ່ວມກັບທະນາຄານໂລກ

    ກອງປະຊຸມທົບທວນການຈັດຕັ້ງປະຕິບັດໂຄງການຄວບຄຸມຄວາມສ່ຽງໄພພິບັດທໍາມະຊາດໃນຂົງເຂດອາຊີຕາເວັນອອກສຽງໃຕ້ ຮ່ວມກັບທະນາຄານໂລກ ປະຈຳປີ 2022 ວັນທີ 27 ມິຖຸນາ 2022 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນປະທານຄະນະຊີ້ນຳໂຄງການ ມີທ່ານ ນາງ ເກໂກະ ຊາໂດ້ ຫົວໜ້າຄະນະທີມງານຈາກທະນາຄານໂລກ ບັນດາຫົວໜ້າກົມ ຮອງກົມ ພະແນກ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງ ການເງິນ ແລະ ກະຊວງແຜນການ ແລະ ການລົງທຶນ ຊ່ຽວຊານພາຍໃນ ແລະ ຕ່າງປະເທດຂອງໂຄງການເຂົ້າຮ່ວມ.

    ຈຸດປະສົງຫຼັກຂອງກອງປະຊຸມດັ່ງກ່າວນີ້ ເພື່ອປະເມີນບັນດາກິດຈະກຳ ແລະ ຕົວຊີ້ວັດຕ່າງໆຂອງໂຄງການທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ສະແດງໃຫ້ເຫັນຜົນສໍາເລັດ ແລະ ຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງປະຕິບັດ ພ້ອມທັງສະເໜີວິທີທາງຕ່າງໆ ໂດຍສະເພາະ ການແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆໃນການປະເມີນກາງສະໄໝ ແລະ ຂໍ້ຄົງຄ້າງທີ່ໃນການເຮັດວຽກຮ່ວມກັນລະຫວ່າງໂຄງການ ແລະ ທະນາຄານໂລກໃນຄັ້ງທີ່ຜ່ານມາ ເຊິ່ງທະນາຄານໂລກຈະໄດ້ລົງຕິດຕາມຢູ່ 4 ກະຊວງທີ່ເປັນຜູ້ຈັດຕັ້ງປະຕິບັດໂຄງການ ໃນລະຫວ່າງວັນທີ 27 ມິຖຸນາ ເຖິງ 2 ກໍລະກົດ 2022 ໂຄງການຄວບຄຸມຄວາມສ່ຽງຈາກໄພພິບັດທຳມະຊາດໃນຂົງເຂດອາຊີຕາເວັນອອກສຽງໃຕ້ ເປັນໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາຈາກທະນາຄານໂລກ ມີມູນຄ່າລວມທັງໝົດ 56 ລ້ານໂດລາສະຫະລັດ ໃນນັ້ນ ເປັນເງິນກູ້ຢືມ 55 ລ້ານໂດລາ ແລະ ເປັນທຶນຊ່ວຍເຫຼືອລ້າຈຳນວນ 1 ລ້ານໂດລາ ມີໄລຍະຈັດຕັ້ງປະຕິບັດ 8 ປີ ແຕ່ປີ 2017-2024 ປະກອບດ້ວຍ 5 ໜ້າວຽກຫຼັກຄື: ການຄຸ້ມຄອງຄວາມສ່ຽງໄພນໍ້າຖ້ວມຢູ່ເທສະບານເມືອງໄຊ ແຂວງອຸດົມໄຊ ບໍລິຄຳໄຊ ແລະ ແຂວງ ຫລວງພະບາງ ໂດຍແມ່ນການກໍ່ສ້າງຕາຝັ່ງເຈື່ອນ ແລະ ຄືນສູ່ປ້ອງກັນນໍ້າຖ້ວມ ມາເຖິງປັດຈຸບັນ ມີຄວາມຄືບໜ້າພໍສົມຄວນ ໃນວຽກງານການກໍ່ສ້າງ ປັບປຸງລະບົບເຕືອນໄພລ່ວງໜ້າ/ລະບົບອຸຕຸນິຍົມ ແລະ ກຽມພ້ອມຕໍ່ໄພພິບັດຢູ່ແຂວງອຸດົມໄຊ ຫຼວງພະບາງ ແລະ ຜົ້ງສາລີ ສາມາດປະຕິບັດໄດ້ 21% ການສະໜອງທຶນໃຫ້ແກ່ວຽກງານຕອບໂຕ້ສຸກເສີນ ແລະ ຟື້ນຟູຫຼັງເຫດການໄພພິບັດ ສາມາດປະຕິບັດໄດ້ 94% ການເຊື່ອມສານການຫຼຸດຜ່ອນຄວາມສ່ຽງໄພພິບັດທໍາມະຊາດ ເຂົ້າໃນຂະບວນການລົງທຶນຂອງລັດ ແລະ ວຽກບໍລິຫານໂຄງການ ສາມາດປະຕິບັດໄດ້ 57% ແລະ ກົນໄກການຕອບໂຕ້ສຸກເສີນຕໍ່ເຫດການໄພພິບັດ

# ຂ່າວ – ພາບ: ຂັນທະວີ

error: Content is protected !!