ຮອງ ລມຕ ກະຊວງ ຜທ ຕ້ອນຮັບຮອງຫົວໜ້າຫ້ອງການອົງການໄຈກາ ຜູ້ເກົ່າ ແລະ ຜູ້ໃໝ່

    ວັນທີ 27 ມິຖຸນາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງ ຜທ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ ໂກຈິ ໂອຊິກິຣິ (Koji OSHIKIRI) ຮອງຫົວໜ້າຫ້ອງການອົງການໄຈກາ ປະຈຳ ສປປ ລາວ ຜູ້ເກົ່າ ແລະ ທ່ານ ໂນຣິຢູກິ ອີໂຕ (Noriyuki ITO) ຮອງຫົວໜ້າຫ້ອງການອົງການໄຈກາ ປະຈຳ ສປປ ລາວ ຜູ້ໃໝ່ ພ້ອມຄະນະ. 

    ທ່ານ ນາງ ພອນວັນ ອຸທະວົງ  ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານ ໂກຈິ ໂອຊິກິຣິ  ທີ່ມາປະຕິບັດໜ້າທີ່ ແລະ ເຮັດວຽກຢູ່ ສປປ ລາວ  ເປັນໄລຍະເວລາ 5 ປີຜ່ານມາ ເຊິ່ງໄລຍະທີ່ທ່ານດຳລົງຕຳແໜ່ງປະຕິບັດໜ້າທີ່ນັ້ນ ທ່ານກໍເປັນຜູ້ໜຶ່ງທີ່ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງໃນການຊຸກຍູ້ການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ໂຄງການຊ່ວຍເຫຼືອຂອງລັດຖະບານຍີ່ປຸນແກ່ລັດຖະບານ ສປປ ລາວ ໃນ 4 ຂົງເຂດວຽກງານບູລິມະສິດ ຄື: 

  1. ແຜນພັດທະນາເສດຖະກິດ-ສັງຄົມ ແລະ ພື້ນຖານໂຄງລ່າງ 
  2. ພັດທະນາກະສິກຳ ແລະ ປົກປັກຮັກສາປ່າໄມ້ 
  3. ການປັບປຸງສະພາບແວດລ້ອມການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ 
  4. ການປັບປຸງການໃຫ້ການບໍລິການສາທາລະນະສຸກ ແລະ ຂະແໜງການອື່ນໆ ເປັນຕົ້ນ ວຽກງານເກັບກູ້ລະເບີດບໍ່ທັນແຕກ ເຊິ່ງການຊ່ວຍເຫຼືອດັ່ງກ່າວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ຢູ່ສປປ ລາວ ແລະ ທັງເປັນການເພີ່ມທະວີການຮ່ວມມືພັດທະນາລະຫວ່າງສອງປະເທດ ແລະ ປະຊາຊົນລາວ ແລະ ຍີ່ປຸ່ນ. 

    ໃນໂອກາດເຂົ້າອຳລາຄັ້ງນີ້ ທ່ານ ນາງ ພອນວັນ ອຸທະວົງ ຕາງໜ້າໃຫ້ກະຊວງແຜນການ ແລະ ການລົງທຶນ ກໍຄືລັດຖະບານ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງ ໃນການປະກອບສ່ວນທີ່ມີຄຸນຄ່າຢ່າງສູງຂອງທ່ານ ໂກຈິ ໂອຊິກິຣິ ແລະ ອວຍພອນໄຊໃຫ້ທ່ານປະສົບຄວາມສຳເລັດໃນໜ້າທີ່ໃໝ່ ແລະ ເດີນທາງກັບປະເທດຍີ່ປຸ່ນດ້ວຍຄວາມສະຫວັດດີພາບ. 

    ພ້ອມດຽວກັນນີ້ ທ່ານຮອງລັດຖະມົນຕີກະຊວງ ຜທ ກໍສະແດງຄວາມຍິນດີຢ່າງສູງ ຕ້ອນຮັບທ່ານ ໂນຣິຢູກິ ອີໂຕ ຮອງຫົວໜ້າຫ້ອງການອົງການໄຈກາ ປະຈຳ ສປປ ລາວ ຜູ້ໃໝ່ ທີ່ຈະມາສືບຕໍ່ປະຕິບັດວຽກງານແທນທ່ານ ໂກຈິ ໂອຊິກິຣິ ໃຫ້ເກີດດອກອອກຜົນ ແລະ ຫັວງຢ່າງຍິ່ງວ່າ ອົງການໄຈກາ ກໍຄືລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫຼືອດ້ານທຶນຮອນ ແລະ ວິຊາການແກ່ ສປປ ລາວ ເພື່ອປະກອບສ່ວນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸຜົນຕາມເປົ້າໝາຍວາງໄວ້. 

# ຂ່າວ – ພາບ : ຊິລິການດາ

error: Content is protected !!