ສຕລ ກຽມຈັດແຂ່ງຂັນ LFF LAO FORD CUP 2022 ໃນເດືອນສິງຫານີ້

    ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ກຽມຈັດການແຂ່ງຂັນບານເຕະຊີງຂັນ ສຕລ ລາວຟອດ 2022 ຫຼື ລາຍການ LFF LAO FORD CUP 2022 ໃນເດືອນສິງຫານີ້ ເຊິ່ງລາຍການດັ່ງກ່າວ ກຳນົດເອົາ 7 ສະໂມສອນທີ່ແຂ່ງຂັນໃນ ເປບຊີ ລາວລີກ 1 ລະດູການ 2022 ມາຈັບສະຫຼາກປະກົບຄູ່ແຂ່ງຂັນ ຂະນະທີ່ ບໍລິສັດ ລາວຟອດ ຊີຕີ້ ໃຫ້ການສະໜັບສະໜູນຫຼັກ 35.000 ໂດລາສະຫະລັດ.

    ພິທີມອບ-ຮັບເງິນດັ່ງກ່າວ ພ້ອມທັງຈັບສະຫຼາກປະກົບຄູ່ແຂ່ງຂັນລາຍການນີ້ ໄດ້ມີຂຶ້ນໃນຕອນບ່າຍວັນທີ 27 ມິຖຸນາ 2022 ທີ່ຫ້ອງການ ສຕລ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຕາງໜ້າກ່າວມອບເງິນຂອງທ່ານ ເວນ ແມັກອິນທ໋ອດ ຜູ້ບໍລິຫານຈັດການທົ່ວໄປ ບໍລິສັດ ລາວຟອດ ຊີຕີ້ ແລະ ກ່າວຮັບແມ່ນທ່ານ ວີເພັດ ສີຫາຈັກ ປະທານ ສຕລ ມີບັນດາຄະນະບໍລິຫານງານ ສຕລ ພະນັກງານທັງສອງພາກສ່ວນ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

    ໂອກາດນີ້ ທ່ານ ວີເພັດ ສີຫາຈັກ ກ່າວວ່າ: ລາຍການນີ້ ໃນກອງປະຊຸມຂອງພວກເຮົາໄດ້ຕົກລົງເຫັນດີເປັນເອກະພາບກັນ ກຳນົດເອົາ 7 ສະໂມສອນທີ່ເຂົ້າຮ່ວມແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2022 ມາແຂ່ງຂັນຊີງໄຊກັນ ແລະ ກຳນົດເອົາທີມທີ່ສາມາດຈັບຖືກເບີ 7 ແມ່ນຈະກາຍເປັນທີມທີ່ຜ່ານເຂົ້າໄປຢືນລໍຖ້າໃນຮອບ 4 ທີມສຸດທ້າຍທັນທີ ແລະ ໃນຮອບຮອງຊະນະເລີດ ກໍຈະມີການຈັບສະຫຼາກອີກຄັ້ງໜຶ່ງ ພິເສດ ການແຂ່ງຂັນລາຍການນີ້ ສະໂມສອນໃດທີ່ມີສະໜາມບ້ານເປັນຂອງຕົນເອງ ກໍຈະໄດ້ສິດນຳໃຊ້ສະໜາມນັ້ນເປັນຫຼັກແຂ່ງຂັນ ສ່ວນທີມໃດບໍ່ມີສະໜາມແມ່ນຈະໄດ້ໄປຢາມ.

     ແນວໃດກໍຕາມ ເນື່ອງຈາກວ່າປີນີ້ ບັນດາສະໂມສອນທີ່ແຂ່ງຂັນລາຍການ ລາວລີກ 2 ຢູ່ບັນດາແຂວງຕ່າງໆນັ້ນຍັງແຂ່ງຂັນບໍ່ທັນແລ້ວ ສະນັ້ນ ໃນປີນີ້ ຈຶ່ງໄດ້ກຳນົດແຂ່ງຂັນໃນເງື່ອນໄຂນີ້ ແລະ ປີໜ້າ ກໍຈະມີການຄັດເລືອກເອົາທີມທີ່ມີເງື່ອນໄຂທີ່ເປັນທີມແຊ໋ມແຕ່ລະແຂວງມາແຂ່ງຂັນກັນອີກຄັ້ງ ແລະ ຄາດວ່າຈະມີເຖິງ 18 ພາກສ່ວນທີ່ຕາງໜ້າ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນເຂົ້າຮ່ວມຊີງໄຊ.

    ສຳລັບຜົນການຈັບສະຫຼາກໃນຄັ້ງນີ້ ຜົນປາກົດວ່າ ສະໂມສອນ ຈຳປາສັກ ເອັຟຊີ ເປັນທີມໂຊກດີ ຖືກຈັບສະຫຼາກໄດ້ເບີ 7 ກໍຄືໄດ້ຜ່ານເຂົ້າໄປຢືນລໍຖ້າໃນຮອບ 4 ທີມສຸດທ້າຍ ສ່ວນອີກ 6 ສະໂມສອນ ຜົນປາກົດວ່າ ສະໂມສອນຫຼວງພະບາງ ໄດ້ພົບກັບ ສະໂມສອນ ມາສເຕີ ເຊເວັນ ເອັຟຊີ ຄູ່ດັ່ງກ່າວຈະໄດ້ແຂ່ງຂັນທີ່ສະໜາມກີລາແຂວງຫຼວງພະບາງ ສ່ວນສະໂມສອນກອງທັບ ເອັຟຊີ ພົບກັບ ສະໂມສອນ ຊ້າງນ້ອຍ ເອັຟຊີ ແຂ່ງຂັນທີ່ສະໜາມກີລາກອງທັບ (ຫຼັກ5) ນະຄອນຫຼວງ ແລະ ສະໂມສອນ ວຽງຈັນ ເອັຟຊີ ພົບກັບ ສະໂມສອນ ເອສຣາ ເອັຟຊີ ແຂ່ງຂັນທີ່ສະໜາມກີລາແຫ່ງຊາດ (ຫຼັກ16) ທັງ 3 ຄູ່ດັ່ງກ່າວ ຈະເລີ່ມດຳເນີນແຂ່ງຂັນໃນເດືອນສິງຫານີ້.

.

# # ຂ່າວ – ພາບ : ສີພອນ

error: Content is protected !!