ເຜີຍແຜ່ ແລະ ຈັດຕັ້ງປະຕິບັດແຜນຄຸ້ມຄອງອ່າງຮັບນໍ້າງື່ມ

    ວັນທີ 24 ມິຖຸນາ 2022 ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດກອງປະຊຸມເຜີຍແຜ່ ແລະ ຈັດຕັ້ງປະຕິບັດແຜນຄຸ້ມຄອງອ່າງຮັບນ້ຳງື່ມສົກປີ 2021-2025 ແລະ ການກະກຽມຮັບມືກັບໄພນ້ຳຖ້ວມໃນອ່າງຮັບນ້ຳງື່ມ ຂຶ້ນທີ່ຣີສອດນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ ເປັນປະທານຂອງທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກສຊ ມີຜູ້ຕາງໜ້າຈາກກະຊວງພະລັງງານ ແລະ ບໍ່ແຮ່ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ກະຊວງໂຍທາທິການ ແລະ ຂົນສົ່ງ ກະຊວງກະສິກຳ ແລະ ປ່າໄມ້ ກົມກອງກ່ຽວຂ້ອງພາຍໃນ ກຊສ ພະແນກການຈາກ 6 ແຂວງຄື: ນະຄອນຫຼວງວຽງຈັນ ແຂວງວຽງຈັນ ໄຊສົມບູນ ຫຼວງພະບາງ ຊຽງຂວາງ ແຂວງບໍລິຄຳໄຊ ແລະ ບັນດາເຂື່ອນໄຟຟ້າທີ່ນອນໃນອ່າງຮັບນ້ຳງື່ມເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊຸມດັ່ງກ່າວ ເພື່ອນຳສະເໜີແຜນຄຸ້ມຄອງອ່າງຮັບນ້ຳງື່ມສົກປີ 2021-2022 ນຳສະເໜີຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຕ່າງໆໃນອ່າງຮັບນ້ຳງື່ມ ເພີ່ມທະວີກົນໄກການປະສານງານ ແລະ ແລກປ່ຽນຂໍ້ມູນເພື່ອຮັບມືກັບໄພນ້ຳຖ້ວມ ແລະ ແຫ້ງແລ້ງໃນອ່າງຮັບນ້ຳດັ່ງກ່າວ ເຊິ່ງກອງປະຊຸມໄດ້ຮັບຟັງການນຳສະເໜີບັນດາກິດຈະກຳຕ່າງໆຂອງກົມກອງທີ່ກ່ຽວຂ້ອງ ທີ່ໄດ້ເຊື່ອມສານເຂົ້າໃນແຜນຄຸ້ມຄອງອ່າງຮັບນ້ຳງື່ມ ສຳລັບແຜນດັ່ງກ່າວ ໄດ້ຖືກຮັບຮອງໂດຍລັດຖະບານ ສະບັບເລກທີ 173/ນຍ ລົງວັນທີ 31 ພຶດສະພາ 2022 ປະກອບມີ 6 ແຜນງານຄື: ສ້າງກົນໄກການຄຸ້ມຄອງ ແລະ ການມີສ່ວນຮ່ວມໃນການຄຸ້ມຄອງອ່າງຮັບນໍ້າ ຄຸ້ມຄອງການນໍາໃຊ້ນໍ້າ ແລະ ຊັບພະຍາກອນນ້ຳ ຄຸ້ມຄອງຂໍ້ມູນຂ່າວສານດ້ານນໍ້າ ແລະ ຊັບພະຍາກອນນໍ້າ ປົກປັກຮັກສາ ແລະ ຟື້ນຟູນໍ້າ ແລະ ຊັບພະຍາກອນນໍ້າ ຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມ ແຫ້ງແລ້ງ ແລະ ການປ່ຽນແປງດິນຟ້າອາກາດ ແລະ ແຜນງານການຄຸ້ມຄອງທີ່ດິນ ປ່າໄມ້ ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄວບຄຸມມົນລະພິດ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!