ພະແນກອຸດສາຫະກໍາ ແລະ ການຄ້າ ຮ່ວມກັບພະແນກກະສີກຳ-ປ່າໄມ້ ພະແນກຖະແຫຼງຂ່າວ ວັດທະນະ ທຳ ແລະ ທ່ອງທ່ຽວ ແລະ ສະພາການຄ້າ-ອຸດສາຫະກຳການຄ້າ ນະຄອນຫຼວງວຽງຈັນ (ນວ) ຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບຂອງ ນວ ຄັ້ງທີ VIII ປະຈໍາປີ 2022 ພາຍໃຕ້ຄໍາຂວັນ “ການຊຸກຍູ້ ແລະ ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ຂຶ້ນວັນທີ 27 ມິຖຸນາ ຫາ ວັນທີ 3 ກໍລະກົດ 2022 ທີ່ສູນການຄ້າລາວໄອເຕັກ ນວ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫົວໜ້າກົມ ຮອງກົມ ປະທານສະພາການຄ້າ ແລະ ອຸດສາຫະກໍາ ນວ ເຈົ້າເມືອງ 9 ຕົວເມືອງ ອົງການຈັດຕັ້ງສາກົນປະຈໍາ ນວ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.


ໃນພິທີທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ກ່າວວ່າ: ການຈັດງານວາງສະແດງຄັ້ງນີ້ ເປັນກິດຈະກຳໜຶ່ງທີ່ນອນຢູ່ໃນຫຼາຍກິດຈະກຳ ຈັດຂຶ້ນເພື່ອເປັນການສ້າງຂະບວນການສົ່ງເສີມສິນຄ້າເຂົ້າເຖິງຕະຫຼາດ ການຊຸກຍູ້ທຸລະກິດໃຫ້ຜ່ານຜ່າອຸປະສັກການແຜ່ລະບາດຂອງພະຍາດໂຄວິດ-19 ທັງເປັນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງ ນວ ໃຫ້ສາມາດຈັດຕັ້ງປະຕິບັດຕາມ 13 ໜ້າວຽກຈຸດສຸມ ໃນຂະແໜງການອຸດສາຫະກຳ ແລະ ການຄ້າ ເຊິ່ງປີນີ້ ເປັນປີພິເສດ ຄະນະກຳມະການຈັດງານໄດ້ມີການສ້າງບູດພາມີລຽນທີ່ມີຄວາມເປັນເອກະລັກສະເພາະຂອງເມືອງ ໂດຍເມືອງທີ່ໄດ້ຮັບກຽດໃນການສ້າງບູດພາມີລຽນ ແມ່ນເມືອງຫາດຊາຍຟອງ ເມືອງທີ່ເປັນເຈົ້າພາບໃນການສ້າງບູດດັ່ງກ່າວ ແລະ ການສ້າງບູດພາມີລຽນຈະມີການໜູນໃຫ້ມີການຈັດປີລະເມືອງ ພາຍໃນງານ ຈະໄດ້ນຳສະເໜີຜະລິດຕະພັນໃໝ່ຂອງບັນດາຫົວໜ່ວຍທຸລະກິດໂອດ໋ອບ (ODOP) ພາຍໃນ ແລະ ບັນດາໂອດ໋ອບແຂວງຕ່າງໆທີ່ໄດ້ເຂົ້າຮ່ວມງານ.
ສໍາລັບງານວາງສະແດງສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ສິນຄ້າຕົວແບບເຂົ້າຮ່ວມທັງໝົດ 90 ຫົວໜ່ວຍ 133 ຫ້ອງ ແລະ 22 ເຕັ້ນເບ້ຍໄມ້ ໃນນັ້ນ ປະກອບມີສິນຄ້າຂອງ ນວ 51 ຫົວໜ່ວຍ ມີ 71 ຫ້ອງໃນນັ້ນສິນຄ້າໂອດ໋ອບ 31 ຫົວໜ່ວຍ 51 ຫ້ອງ ແລະ ສິນຄ້າຄອບຄົວຕົວແບບ 20 ຫົວໜ່ວຍ ມີ 20 ຫ້ອງ ສິນຄ້າໂອດ໋ອບຂອງຕ່າງແຂວງ 21 ຫົວໜ່ວຍ ມີ 25 ຫ້ອງ ສະມາຊິກສະພາການຄ້າ ແລະ ອຸດສາຫະກໍາ ນວ 16 ຫົວໜ່ວຍ ມີ 33 ຫ້ອງ ຂະແໜງທ່ອງທ່ຽວ 2 ຫົວໜ່ວຍ ມີ 4 ຫ້ອງ ຄາດຄະເນມູນຄ່າສິນຄ້າທີ່ເຂົ້າຮ່ວມວາງສະແດງ ແລະ ຈໍາໜ່າຍມູນຄ່າ 1.250.000.000 ກີບ ພິເສດ ໃນງານຄັ້ງນີ້ ໄດ້ປະກາດຫົວໜ່ວຍທີ່ໄດ້ຮັບກາໝາຍໂອດ໋ອບແຫ່ງຊາດ 5 ຫົວໜ່ວຍທີ່ມາຈາກເມືອງ ໄຊເສດຖາ ສີໂຄດຕະບອງ ສີສັດຕະນາກ ແລະ ເມືອງ ສີໂຄດຕະບອງ ວັນທີ 28 ມິຖຸນາ ຈະໄດ້ມີການຈັດການສຳມະນາໃຫ້ຜູ້ປະກອບການເຂົ້າຮ່ວມ ພາຍໃຕ້ຫົວຂໍ້ ການຈັດທະບຽນເຄື່ອງໝາຍການຄ້າ ແລະ ການຈໍາໜ່າຍສິນຄ້າອອນລາຍ ນອກຈາກນີ້ ຕະຫຼອດການຈັດງານທາງຄະນະຈັດງານຍັງຈະດຳເນີນບັນດາກິດຈະກຳອື່ນໆເປັນຕົ້ນ ການເດີນແບບຂອງຫຼານນ້ອຍຊຸດຜ້າໄໝລາວລຸ້ນອາຍຸ 10-15 ປີ ກິດຈະກໍາຂອງໂຮງຮຽນສາຍຝົນທີ່ມີການສະແດງຂອງນ້ອງໆນັກຮຽນ ການສະແດງຈາກສະໂມສອນບ້ານລາວແດນຈຳປາ 12 ລາຍການ ແລະ ກິດຈະກໍາອື່ນໆທີ່ຈັດຂຶ້ນໃນແຕ່ລະວັນຕື່ມອີກ.

# ຂ່າວ – ພາບ: ຂັນທະວີ