ໂດຍປະຕິບັດຕາມຄຳສັ່ງ ແລະ ແຈ້ງການຂອງຂັ້ນເທິງ ກ່ຽວກັບການປ້ອງກັນພະຍາດໂຄວິດ-19 ປັດຈຸບັນ ບັນດາສະຖາບັນການສຶກສາຕ່າງໆທັງພາກລັດ ແລະ ເອກະຊົນ ໄດ້ກະກຽມຄວາມພ້ອມເປີດການຮຽນ-ການສອນໄລຍະ 2 ເລີ່ມວັນທີ 2 ມິຖຸນາ 2020 ພາຍຫຼັງທີ່ເປີດໄລຍະ 1 ປີສຸດທ້າຍຂອງຊັ້ນຮຽນວັນທີ 18 ພຶດສະພາ 2020 ເປັນຕົ້ນມາ ໜຶ່ງໃນສະຖາບັນການສຶກສານັ້ນ ກໍມີສະຖາບັນບຸນເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ໄດ້ນຳເອົາຄຳສັ່ງ ແລະ ແຈ້ງການຂອງຂັ້ນເທິງ ເປັນຕົ້ນແຈ້ງການຂອງກະຊວງສຶກສາທິການ ແລະ ກີລາມາຜັນຂະຫຍາຍເປັນຄຳສັ່ງແນະນຳອັນລະອຽດຕື່ມ ເພື່ອນຳໃຊ້ຢູ່ສະຖາບັນຂອງຕົນ ເພື່ອໃຫ້ຄູອາຈານ ນັກຮຽນ-ນັກສຶກສາ ແລະ ຜູ້ປົກຄອງຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເພື່ອປ້ອງກັນພະຍາດໂຄວິດ-19.

ທ່ານ ກູດແກ້ວ ສອນວິຈິດ ຮອງປະທານສະຖາບັນບຸນເກີດ ຜູ້ຊີ້ນຳໂຮງຮຽນອະນຸບານ ປະຖົມ ແລະ ມັດທະຍົມສົມບູນບຸນເກີດ ໃຫ້ສຳພາດວັນທີ 28 ພຶດສະພາ 2020 ວ່າ: ໂດຍປະຕິບັດຕາມຄຳສັ່ງ ແລະ ແຈ້ງການຂອງຂັ້ນເທິງ ກໍຄືພາກສ່ວນກ່ຽວຂ້ອງ ສະຖາບັນບຸນເກີດໄດ້ກະກຽມການຮຽນ-ການສອນຄືນໃໝ່ໄລຍະ 2 ໃນວັນທີ 2 ມິຖຸນາ 2020 ເປັນຕົ້ນ ຊັ້ນອະນຸບານ ປະຖົມ ມັດທະຍົມສົມບູນ ແລະ ວິທະຍາໄລ ກໍຄືນັກສຶກສາປີສຸດທ້າຍ ເຊິ່ງຄະນະບໍລິຫານງານສະຖາບັນໄດ້ປຶກສາຫາລື ແລະ ກະກຽມອຸປະກອນຮັບໃຊ້ປ້ອງກັນພະຍາດໂຄວິດ ໂດຍສະຖາບັນໄດ້ກຳນົດນັບແຕ່ທາງເຂົ້າເປັນຕົ້ນມາ ຄູອາຈານ ນັກຮຽນ ແລະ ຜູ້ປົກຄອງທຸກຄົນຕ້ອງໃສ່ຜ້າອັດປາກ ນອກນັ້ນ ຍັງຜັນຂະຫຍາຍຄຳສັ່ງຂອງກະຊວງສຶກສາທິການ ແລະ ກີລາມາເປັນຄຳສັ່ງແນະນຳຂອງສະຖາບັນບຸນເກີດຕື່ມ ໄດ້ແຈ້ງໃຫ້ຄູອາຈານ ນັກຮຽນ ແລະ ຜູ້ປົກຄອງປະຕິບັດ ຄືທຸກຄົນເຂົ້າມາຕ້ອງກວດອຸນຫະພູມ ລ້າງພື້ນເກີບ ລ້າງມືດ້ວຍເຈວ ພົ່ນຂ້າເຊື້ອອາຍນ້ຳ ແລະ ອື່ນໆ ນອກນັ້ນ ຢູ່ຫ້ອງຮຽນໄດ້ມີການຈັດໄລຍະຫ່າງ 1 ແມັດຂຶ້ນໄປ ບັນຈຸນັກຮຽນ 20-25 ຄົນຕໍ່ຫ້ອງ ແລະ ມີຫ້ອງປະຖົມພະຍາບານເບື້ອງຕົ້ນ ນອກຈາກເຈວລວມແລ້ວ ທຸກຄົນຕ້ອງມີເຈວພົກພາເປັນຂອງຕົນຕື່ມອີກເພື່ອຄວາມສະດວກ ໄດ້ກຳນົດໃຫ້ນັກຮຽນເວລາພັກຜ່ອນ ເລີກຮຽນ ແລະ ຮັບປະທານອາຫານໃຫ້ເປັນໂມງຂອງແຕ່ລະຊັ້ນຮຽນຫ່າງກັນປະມານ 10-15 ນາທີ ເຊິ່ງໄລຍະພັກຮຽນ ສະຖາບັນບຸນເກີດໄດ້ດຳເນີນການຮຽນ-ການສອນທາງສື່ອອນລາຍ ໂດຍສະເພາະສົ່ງວຽກບ້ານ ແລະ ຄຳຖາມຕ່າງໆ ເພື່ອໃຫ້ນັກຮຽນໄດ້ຄົ້ນຄວ້າເພີ່ມຄວາມຮູ້ແຕ່ຜ່ານການປະຕິບັດ ຍັງເຫັນວ່ານັກຮຽນບາງຄົນຍັງຖືເບົາ.

ທ່ານ ກູດແກ້ວ ສອນວິຈິດ ຍັງກ່າວຕື່ມວ່າ: ໃນໄລຍະເປີດການຮຽນ-ການສອນໄລຍະ 2 ນີ້ ຄະນະບໍລິຫານງານພວກເຮົາໄດ້ຮຽກຮ້ອງມາຍັງຄູອາຈານ ແລະ ນັກຮຽນ-ນັກສຶກສາຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງ ແລະ ແຈ້ງການຕ່າງໆຢ່າງເຂັ້ມງວດ ໃຫ້ປັບວິຖີຊີວິດໃໝ່ ເພື່ອຄວາມປອດໄພຈາກພະຍາດໂຄວິດ ພ້ອມນີ້ ກໍໃຫ້ເອົາໃຈໃສ່ການຮຽນ-ການສອນປະຕິບັດຕາມຫຼັກສູດ ແລະ ເສັງພາກຮຽນສອງໃຫ້ໄດ້ຄະແນນດີ.





# ຂ່າວ & ພາບ: ສົມສະຫວັນ