ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2020 ໃຫ້ປາກົດຜົນເປັນຈິງ ນະຄອນຫຼວງວຽງຈັນ ຈະຊຸກຍູ້-ສົ່ງເສີມໃຫ້ຊາວກະສິກອນເຮັດການຜະລິດລະດູຝົນໃຫ້ຫຼາຍຂຶ້ນ ໂດຍສະເພາະສຸມໃສ່ໂຄງການຄ້ຳປະກັນສະບຽງອາຫານ ດ້ວຍການຊຸກຍູ້ການປູກເຂົ້ານາປີໃນເນື້ອທີ່ແຜນການ 52.080 ເຮັກຕາ ຄາດວ່າສະມັດຕະພາບ 4,53 ໂຕນຕໍ່ເຮັກຕາ ພືດ-ຜັກໃນເນື້ອທີ່ແຜນການ 3.964 ເຮັກຕາ ສະມັດຕະພາບ 9,5 ໂຕນຕໍ່ເຮັກຕາ ໄມ້ໃຫ້ໝາກໃນເນື້ອທີ່ແຜນການ 760 ເຮັກຕາ ສະມັດຕະພາບ 18,35 ໂຕນຕໍ່ເຮັກຕາ.

ບົດລາຍງານກ່ຽວກັບການເກັບກ່ຽວເຂົ້າ ພືດລະດູແລ້ງ ແລະ ການຜະລິດລະດູຝົນປີ 2020 ຂອງຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ລະບຸບາງຕອນວ່າ: ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ການຜະລິດເປັນສິນຄ້າຫຼາຍໂຄງການ ເປັນຕົ້ນ ໂຄງການປູກສາລີອາຫານສັດໃນເນື້ອທີ່ແຜນການ 603 ເຮັກຕາ ຄາດວ່າສະມັດຕະພາບ 4,71 ໂຕນຕໍ່ເຮັກຕາ ຈະໄດ້ຜົນຜະລິດລວມ 2.843 ໂຕນ ໂຄງການປູກມັນຕົ້ນຮ່ວມກັບໂຄງການ Clean ແລະ ເມືອງເປົ້າໝາຍໃນເນື້ອທີ່ແຜນການ 1.214 ເຮັກຕາ ສະມັດຕະພາບ 24 ໂຕນຕໍ່ເຮັກຕາ ຜົນຜະລິດລວມ 29.136 ໂຕນ ເພື່ອສະໜອງໃນການຜະລິດແປ້ງມັນຕົ້ນ ແລະ ໂຮງງານຫົວອາຫານສັດ ຊຸກຍູ້ການປູກພືດຜັກກະສິກຳທີ່ດີໃນ 4 ເປົ້າໝາຍ ໃນເນື້ອທີ່ແຜນການ 123 ເຮັກຕາ ສະມັດຕະພາບ 10,06 ໂຕນຕໍ່ເຮັກຕາ ຜົນໄດ້ຮັບທັງໝົດ 1.237 ໂຕນ ຊຸກຍູ້ໂຄງການການຜະລິດເຂົ້າອິນຊີເມືອງສັງທອງ ໃນເນື້ອທີ່ແຜນການ 440 ເຮັກຕາ ສະມັດຕະພາບ 4,54 ໂຕນຕໍ່ເຮັກຕາ ການຜະລິດເຂົ້າກະສິກຳທີ່ດີ ໃນເນື້ອທີ່ແຜນການ 326 ເຮັກຕາ ສະມັດຕະພາບ 4,52 ໂຕນຕໍ່ເຮັກຕາ.
ນອກນີ້ຍັງໄດ້ສົ່ງເສີມໂຄງການປູກເຂົ້າຈ້າວປ້ອນໂຮງງານປຸງແຕ່ງ ຮ່ວມກັບບໍລິສັດເບຍລາວ ຫ້ອງການກະສິກຳ ແລະ ປ່າໄມ້ 4 ເມືອງ ໃນເນື້ອທີ່ແຜນການ 6.900 ເຮັກຕາ ສະມັດຕະພາບ 4,61 ໂຕນຕໍ່ເຮັກຕາ ໂຄງການປູກເຂົ້າຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເນື້ອທີ່ແຜນການ 556 ເຮັກຕາຢູ່ 5 ເມືອງເປົ້າໝາຍ ຄື: ໄຊທານີ ຫາດຊາຍຟອງ ນາຊາຍທອງ ໄຊເຊດຖາ ແລະ ປາກງື່ມ.
# ຂ່າວ & ພາບ: ອົ່ນ ໄຟສົນທອງ