ແຕ່ງຕັ້ງ ສະຫາຍ ພັທ ວຽງທອງ ຜາງພິລາວົງ ເປັນກຳມະການພັກເມືອງຫາດຊາຍຟອງເພີ່ມ

    ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໄດ້ປະກາດຜ່ານມະຕິຕົກລົງຂອງຄະນະປະຈຳພັກ ນະຄອນຫຼວງວຽງຈັນ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກຳມະການພັກເມືອງຫາດຊາຍຟອງເພີ່ມເຕີມ ຈຳນວນ 1 ສະຫາຍ ວັນທີ 23 ມິຖນາ 2022 ທີ່ສໍານັກງານປົກຄອງເເມືອງດັ່ງກ່າວ ມີສະຫາຍ ບຸນເພັງ ສີນະວົງພອນ ກຳມະການພັກ ນວ ເລຂາພັກເມືອງ ເຈົ້າເມືອງຫາດຊາຍຟອງ ແລະ ບັນດາສະຫາຍໃນຄະນະບໍລິຫານງານພັກເມືອງເຂົ້າຮ່ວມ.

    ສະຫາຍ ດາວັນ ທົນນະວົງສາ ເລຂາໜ່ວຍພັກ ຮອງຄະນະຈັດຕັ້ງ ນວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ນວ ເລກທີ 390 /ຄພ.ນວ ວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການພັກເມືອງຫາດຊາຍຟອງເພີ່ມເຕີມ ອີງຕາມຂໍ້ທີ 1 ມາດຕາ 9 ແລະ ຂໍ້ທີ 1 ມາດຕາ 13 ໝວດທີ II ຂອງກົດລະບຽບພັກປະຊາຊົນລາວ ສະໄໝທີ XI ກ່ຽວກັບຫຼັກການຈັດຕັ້ງຂອງພັກ ແລະ ການບົ່ງຕົວແຕ່ງຕັ້ງ ຍົກຍ້າຍ ແລະ ສິ້ນສຸດການເປັນກຳມະການພັກ ອີງຕາມໜັງສືສະເໜີຂອງອົງຄະນະພັກເມືອງຫາດຊາຍຟອງ ສະບັບເລກທີ 097/ຄພ.ຫຊຟ ລົງວັນທີ 15 ມີນາ 2022 ອີງຕາມການຕົກລົງເຫັນດີຂອງກອງປະຊຸມຄະນະປະຈຳພັກ ນວ ຄັ້ງວັນທີ 27 ພຶດສະພາ 2022 ແລະ ອີງຕາມການຄົ້ນຄ້ວາ ແລະ ນຳສະເໜີຂອງຄະນະຈັດຕັ້ງ ນວ ສະບັບເລກທີ 735/ຄຈນວ ລົງວັນທີ 3 ມີຖຸນາ 2022 ຄະນະປະຈຳພັກ ນວ ຕົກລົງ ມາດຕາ 1 ບົ່ງຕົວແຕ່ງຕັ້ງສະຫາຍ ພັທ ວຽງທອງ ຜາງພິລາວົງ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ເປັນກຳມະການພັກເມືອງຫາດຊາຍຟອງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!