ສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ອິນໂດເນເຊຍ ຄົບຮອບ 65 ປີ

    ເນື່ອງໃນໂອກາດແຫ່ງການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສາທາລະນະລັດອິນໂດເນເຊຍ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 65 ປີ ໄດ້ຈັດຂຶ້ນວັນທີ 24 ມິຖຸນາ 2022 ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ປ.ເອກ ປຣາຕິໂຕ້ ຊູຮາຣິໂຢ (Pratito Soeharyo) ເອກອັກຄະລັດຖະທູດສາທາລະນະລັດອິນໂດເນເຊຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ລັດຖະມົນຕີຈາກບັນດາກະຊວງ ບັນດາທຸຕານຸທູດ ຕາງໜ້າຈາກອົງການຈັດຕັ້ງສາກົນປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີທ່ານ ປຣາຕິໂຕ້ ຊູຮາຣິໂຢ ກ່າວວ່າ: ກ່ອນອື່ນໝົດ ຂໍສະແດງຄວາມຊົມເຊີຍເປັນຢ່າງຍິ່ງ ຕໍ່ກັບຜົນສຳເລັດຂອງກອງປະຊຸມສະພາແຫ່ງຊາດ ຊຸດທີ 11 ພັກປະຊາຊົນປະຕິວັດລາວ ໃນປີ 2021 ການຈັດຕັ້ງຄະນະບໍລິຫານງານສູນກາງພັກ ລັດຖະບານຊຸດໃໝ່ ແລະ ວາລະທີ່ພວມດໍາເນີນການຈັດຕັ້ງແຜນພັດທະນາເສດຖະກິດ ສັງຄົມ ແຫ່ງຊາດ ຄັ້ງທີ 9 ນຳໂດຍທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ເຊິ່ງຂໍຖືໂອກາດນີ້ ຂໍກ່າວຊົມເຊີຍມາຍັງທ່ານ ສະເຫຼີມໄຊ ກົມມະສິດ ໃນໂອກາດທີ່ທ່ານໄດ້ຖືກແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແລະ ຖືກຄັດເລືອກເປັນສະມາຊິກກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ດ້ວຍ​ເຫດ​ນີ້ ອິນ​ໂດ​ເນ​ເຊຍ​ຫວັງ​ວ່າ​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​​ທ່ານ​ໃນ​ຊຸມ​ປີ​ຕໍ່ໜ້າ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ການເປັນຄູ່ຮ່ວມຍຸດທະສາດ​ໃນ​ທຸກ​ຂັ້ນ.

    ຕະຫຼອດໄລຍະເວລາທີ່ ສປປ ລາວ ໄດ້ຜ່ານການຫັນປ່ຽນປະຕິຮູບຢ່າງຕັ້ງໜ້າ ເຮັດໃຫ້ໝັ້ນໃຈວ່າ ປະເທດຈະມຸ່ງໜ້າໄປສູ່ການເຊື່ອມໂຍງ ແລະ ເຮັດໜ້າທີ່ເປັນສູນກາງເຊື່ອມຕໍ່ໃນພາກພື້ນ ໃນຕໍ່ໜ້າ ສປປ ລາວ ຈະຍັງມີການສືບຕໍ່ການຫັນປ່ຽນປະຕິຮູບຫຼາຍຂື້ນ ແລະ ພວກເຮົາຍິນດີທີ່ໄດ້ຮ່ວມເປັນສັກຂີພະຍານເຊັ່ນ: ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ ຄັ້ງປະຫວັດສາດໃນເດືອນທັນວາຂອງປີທີ່ຜ່ານມາ ເຊິ່ງເຊື່ອວ່າ ພວກເຮົາສ່ວນ  ຫຼາຍໃນທີ່ນີ້ ແມ່ນໃດ້ຮັບປະສົບການທີ່ດີຈາກນຳໃຊ້ມາແລ້ວ.

    ປະເທດລາວ ແລະ ອິນໂດເນເຊຍ ແມ່ນຍັງຄົງຢູ່ໃນໄລຍະສຳຫຼວດ ແລະ ຊຸກຍູ້ສົ່ງເສີມໃຫ້ມີການເພີ່ມທະວີການພົວພັນທາງດ້ານການຄ້າ ແລະ ການລົງທຶນສອງຝ່າຍ ການຕິດຕໍ່ພົວພັນລະຫວ່າງສອງລັດຖະບານ ແລະ ປະຊາຊົນ ລວມທັງການເພີ່ມທະວີການຮ່ວມມືສອງຝ່າຍ ການຮ່ວມມືໃນພາກພື້ນ ແລະ ການຮ່ວມມືຫຼາຍຝ່າຍ ເຖິງແມ່ນວ່າຜົນກະທົບຂອງການລະບາດຂອງພະຍາດໂຄວິດ 19 ແມ່ນໄດ້ສົ່ງຜົນກະທົບໂດຍກົງຫຼາຍດ້ານ ຕໍ່ກັບຄວາມພະຍາຍາມຂອງພວກເຮົາໃນການເພີ່ມທະວີການຮ່ວມມືໃນຂົງເຂດດັ່ງກ່າວ ເຖິງຢ່າງໃດກໍ່ຕາມ ໄດ້ຊຸມໃສ່ຄວາມພະຍາຍາມທີ່ຈະສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີສາກົນ ເວົ້າສະເພາະ ໃນຂອບການຮ່ວມມືຂອງອາຊຽນ ເຊິ່ງໄດ້ພັດທະນາຈົນກາຍມາເປັນປະຊາຄົມອັນໜຶ່ງອັນດຽວກັນ ປັດຈຸບັນ ສປປ ລາວ ແມ່ນໄດ້ພິສູດຕົນເອງໃນການກ້າວຂຶ້ນເປັນຂົວເຊື່ອມຕໍ່ໃນພາກພື້ນຢ່າງປະສົບຜົນສຳເລັດເທື່ອລະກ້າວ ພ້ອມກັນນັ້ນ  ກໍເປັນການສ້າງທ່າແຮງ  ກາລະໂອກາດໃໝ່ໆໃນການສ້າງໂອກາດ  ເພື່ອໃຫ້ມີການລົງທຶນໃສ່ຂະແໜງ ການບຸລິມະສິດຕ່າງໆ ແລະ ການຮ່ວມມືທີ່ບົ່ມຊ້ອນ ເປັນຕົ້ນແມ່ນຂົງເຂດການສຶກສາ ວັດທະນະທຳ ສັງຄົມ ໃນຕໍ່ໜ້າ ໝາກຜົນສໍາເລັດທີ່ລໍຖ້າພວກເຮົາໃຫ້ຮ່ວມກັນສຳຫຼວດ  ຄົ້ນຄວ້າເຖິງຄວາມເປັນໄປໄດ້ ເພື່ອເພີມພູນໝາກຜົນສໍາເລັດຂອງສອງປະເທດໃນຕໍ່ໜ້າ.

     ຂະນະ​ທີ່​ທຸກ​ປະ​ເທດ​​ພວມ​ປະສົບ​ກັບ​ບັນຫາຄວາມ​ຫຍຸ້ງຍາກ ​ແລະ ປາກົດການຫຍໍ້ທໍ້ທີ່ເກີດຂື້ນໃນ​ທົ່ວ​ໂລກ ຜົນ​ກະທົບ​ອັນ​ຮ້າຍ​ແຮງ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ 19 ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ລາຄາ​ອາຫານ ​ແລະ ພະລັງງານ​ທີ່​ເພີ່ມສູງ​ຂຶ້ນ ການຂາດແຄນແຫຼ່ງຂອງ​ການ​ສະໜອງຕ່ອງໂສ້ ຄວາມຕ້ອງການ ​ແລະ ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ພູມ​ສາດ ທັງ​ສອງ​ປະ​ເທດ​​ຕ້ອງ​ປະເຊີນໜ້າ​ກັບ​ຄວາມ​ຫຍຸ້ງຍາກດັ່ງກ່າວດ້ວຍຄວາມຮ່ວມມືທີ່ດີ ແລະ ໃຫ້ມີຄວາມສອດຄ່ອງກັນ ເພາະສະ​ນັ້ນ ອິນ​ໂດ​ເນ​ເຊຍມຸ່ງ​ເນັ້ນໄປ​ທີ່ການ​ຮັດ​ແໜ້ນ​ສາຍ​ພົວພັນ​ກັບ ສປປ ລາວ ​ໃຫ້​ເລິກ​ເຊິ່ງກ່ວາເກົ່າ ​ເພື່ອ​ແກ້​ໄຂ​ບັນຫາ​ຜົນ​ກະທົບ​ຂອງ​ສິ່ງທ້າທາຍຕ່າງໆ ​ບໍ່​ວ່າ​ຈະ​ເປັນ​ການຮ່ວມມືແບບສອງ​ຝ່າຍ​ຫຼື​ແບບກວມລວມ.

    ລັດຖະບານ ອິນໂດເນເຊຍ ແລະ ລາວ ລວມເຖິງປະຊາຊົນທັງສອງຊາດ ມີຫຼາຍສິ່ງທີ່ເປັນໜ້າສະເຫຼີມສະຫຼອງ ແລະ ຄວາມພາກພູມໃຈຕໍ່ຄວາມພະຍາຍາມ ຜົນສຳເລັດ ມິດຕະພາບອັນຍາວນານ ແລະ ຄວາມສາມັກຄີອ້າຍນ້ອງຕະຫຼອດໄລຍະທີ່ຜ່ານມາ ແລະ ໃນໄລຍະຊຸມປີຕໍ່ໜ້າ ດ້ວຍ​ເຫດ​ນີ້ ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງມາ​ຍັງ​ລັດຖະບານ​ແຫ່ງ ສປປ ລາວ ​ໃນ​ການບຳລຸງ​ຮັກສາ​ສາຍ​ພົວພັນ​ອັນ​ດີງາມ​ຂອງ​ສອງ​ປະ​ເທດ.

error: Content is protected !!