ພິທີລົງນາມບົດບັນທຶກມອບ-ຮັບການກໍ່ສ້າງຕະຫຼາດກະສິກຳສະອາດ ຈັດຂຶ້ນວັນທີ 27 ພຶດສະພາ 2020 ຢູ່ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ໃນໂອກາດພິທີເປີດງານຕະຫຼາດນັດກະສິກຳສະອາດ ແລະ ຈຳໜ່າຍເບ້ຍໄມ້ປະຈຳປີ 2020 ລະຫວ່າງທ່ານ ຫຼ້າສາຍ ນວນທະສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ແລະ ທ່ານ ທະນູສອນ ປັນຍານຸວົງ ຕາງໜ້າບໍລິສັດ ບຸນໂຮມກໍ່ສ້າງເຄຫາສະຖານຂົວທາງ ຈຳກັດ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການກໍ່ສ້າງຕະຫຼາດນັດກະສິກຳສະອາດ ມີຈຸດປະສົງເພື່ອສົ່ງເສີມໃຫ້ຊາວກະສິກອນຜູ້ຜະລິດກະສິກຳອິນຊີ ແລະ ກະສິກຳສະອາດ ມີບ່ອນວາງຂາຍຜົນຜະລິດແບບຖາວອນ ພ້ອມທັງຍົກສູງຄຸນນະພາບຊີວິດຜູ້ມາຊື້ຜົນຜະລິດກະສິກຳອິນຊີ ແລະ ກະສິກຳສະອາດ ໄປບໍລິໂພກດ້ວຍຄວາມໝັ້ນໃຈ ໂດຍແມ່ນບໍລິສັດ ບຸນໂຮມກໍ່ສ້າງເຄຫາສະຖານຂົວທາງ ຈຳກັດ ເປັນຜູ້ຮັບເໝົາ ເລີ່ມປະຕິບັດແຕ່ປີ 2017 ເປັນຕົ້ນມາ ໜ້າວຽກຕົ້ນຕໍປະກອບມີວຽກຖົມດິນ ແລະ ປູຫີນເປັນເດີ່ນຈອດລົດ 11.600 ຕາແມັດ ກໍ່ສ້າງອາຄານຂາຍເຄື່ອງ 20X50 ແມັດ 1 ຫຼັງ ກໍ່ສ້າງກຳແພງຍາວ 450 ແມັດ ສູງ 2,5 ແມັດ ສຳເລັດ 100% ແລະ ໃນປີ 2019 ພະແນກກະສິກຳ ແລະ ປ່າໄມ້ ນວ ໄດ້ມອບໃຫ້ບໍລິສັດດັ່ງກ່າວຕໍ່ເຕີມອາຄານຂາຍເຄື່ອງຂ້າງຊ້າຍ 3X50 ແມັດ ຂ້າງຂວາ 4,50X50 ແມັດ ຕິດຕັ້ງລະບົບໄຟຟ້າແສງສະຫວ່າງ 220 ໂວນ ແລະ ລະບົບນ້ຳປະປາ ສຳເລັດໃນທ້າຍເດືອນກຸມພາ 2020.
ພາຍຫຼັງບໍລິສັດ ບຸນໂຮມກໍ່ສ້າງເຄຫາສະຖານຂົວທາງ ຈຳກັດ ກໍ່ສ້າງສຳເລັດ ຈຶ່ງໄດ້ມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ ນວ ເປັນຜູ້ຄຸ້ມຄອງຮັກສາ ແລະ ນຳໃຊ້ໃນການຈຳໜ່າຍຜະລິດຕະພັນກະສິກຳເປັນສິນຄ້າແບບຂາຍຍົກ ແລະ ຂາຍຍ່ອຍພາຍໃນ ເຊິ່ງໄດ້ເປີດນຳໃຊ້ເປັນປະຈຳ ສະເພາະກະສິກຳອິນຊີຈະເປີດທຸກວັນພຸດ ແລະ ວັນພະຫັດຂອງທຸກອາທິດ.
# ຂ່າວ & ພາບ: ຂັນທະວີ