ທ່ານ ບຸນມາ ເທບພູໄຊ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດວັນທີ 27 ພຶດສະພາ 2020 ນີ້ວ່າ: ປີນີ້ ເມືອງໄຊພູທອງ ໄດ້ມີຄວາມພະຍາຍາມ ເພື່ອເຮັດໃຫ້ຊັບພະຍາກອນປ່າໄມ້ເພີ່ມຂື້ນ ໃນແຕ່ລະປີ ແລະ ສ້າງຄວາມອຸດົມສົມບູນແກ່ທຳມະຊາດ ໂດຍເອົາໃຈໃສ່ປູກໄມ້ ເຊິ່ງປີນີ້ມີແຜນປູກໄມ້ 50 ເຮັກຕາ ໂດຍມີການກະກຽມເບ້ຍໄມ້ຊະນິດຕ່າງໆ ເຊັ່ນວ່າ: ໄມ້ແຕ້ຂ່າ ໄມ້ຍາງ ໄມ້ຄູນ ແລະ ໄມ້ອື່ນໆ ເພື່ອສະໜອງໃຫ້ແກ່ການປູກໄມ້ໃນປີນີ້ຈຳນວນ 3.359 ເບ້ຍ.

ທ່ານ ບຸນມາ ເທບພູໄຊ ກ່າວຕື່ມອີກວ່າ: ນອກຈາກວຽກງານປູກຕົ້ນໄມ້ແລ້ວ ສຳລັບຟື້ນຟູປ່າປີນີ້ ເມືອງໄຊພູທອງ ແມ່ນຕັ້ງເປົ້າໝາຍໃຫ້ໄດ້ 50 ເຮັກຕາ ໃນນັ້ນ ຈະພື້ນພູປ່າເຂດບ້ານດອນສະໂນດ 5 ເຮັກຕາ ນອກຈາກນັ້ນ ຫ້ອງການກະສິກຳ-ປ່າໄມ້ເມືອງ ກໍໄດ້ສົມທົບກັບອຳນາດການປົກຄອງບ້ານ ປູກຕາມສາຍທາງພາຍໃນເມືອງ ສຳລັບພິທີປູກໄມ້ຂອງເມືອງໄຊພູທອງແມ່ນຈະໄດ້ຈັດຂື້ນ ໃນວັນທີ 1 ມີຖຸນາ ທີ່ຈະມາເຖິງນີ້ ຢູ່ທີ່ບ້ານດອນສະໂນດ.

# ຂ່າວ & ພາບ: ຂັນທະວີ