ມອບ-ຮັບໜ້າທີ່ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຄົນໃໝ່

    ວັນທີ 23 ມິຖຸນາ 2022 ທີ່ທະນາຄານແຫ່ງ ສປປ ລາວ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໂອ້ລົມໃຫ້ທິດຊີ້ນຳຕໍ່ພິທີມອບ-ຮັບໜ້າທີ່ ລະຫວ່າງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຜູ້ເກົ່າ ແລະ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຜູ້ໃໝ່ ມີທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຄະນະນຳທະນາຄານແຫ່ງ ສປປ ລາວ ຜູ້ຕາງໜ້າກະຊວງ-ອົງການທຽບເທົ່າ ສະມາຊິກສະພາບໍລິຫານທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມ.

    ທ່ານ ສອນໄຊ ສິດພະໄຊ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານທະນາຄານແຫ່ງ ສປປ ລາວ ໃນໄລຍະທີ່ທ່ານດຳລົງຕຳແໜ່ງເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ ນັບແຕ່ເດືອນກັນຍາ 2018 ເປັນຕົ້ນມາ ຫຼັງຈາກນັ້ນ ກໍໄດ້ມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຜູ້ເກົ່າ ແລະ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວຜູ້ໃໝ່.

   ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມພິທີ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງຊັບຊ້ອນສະມາຊິກລັດຖະບານໃນຄັ້ງນີ້ ໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນທາງດ້ານການເງິນ-ເງິນຕາ ຜົນກະທົບ ແລະ ສິ່ງທ້າທາຍຕ່າງໆ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະທດເຮົາ ພ້ອມກັນນັ້ນ ທ່ານຍັງໄດ້ຕັ້ງບາງບັນຫາຂຶ້ນ ເພື່ອໃຫ້ພະນັກງານ-ລັດຖະກອນຂະແໜງການທະນາຄານທີ່ເປັນເສນາທິການໃຫ້ແກ່ລັດຖະບານນຳໄປຄົ້ນຄວ້າ ແລະ ປັບປຸງແກ້ໄຂ ເປັນຕົ້ນ ຈະພັດທະນານະໂຍບາຍສິນເຊື່ອ ເພື່ອຊຸກຍູ້ການຜະລິດ ແລະ ການບໍລິການ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເລື້ອຍໆ ຈະປັບປຸງໂຄງສ້າງ ແລະ ການບໍລິຫານໃນລະບົບສະຖາບັນການເງິນ ເພື່ອໃຫ້ມີຄວາມເຂັ້ມແຂງ ແລະ ໝັ້ນຄົງ ທັງເຮັດໃຫ້ການບໍລິການມີປະສິດທິຜົນ ຈະເຮັດແນວໃດ ເພື່ອສາມາດຫຼຸດຜ່ອນການຂາດດູນເງິນຕາຕ່າງປະເທດເປັນກ້າວໆ ມີຄັງສຳຮອງໃຫ້ສາມາດຮັບປະກັນການນຳເຂົ້າຕາມແຜນທີ່ວາງໄວ້ ຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນຢູ່ໃນໃນລະດັບທີ່ສາມາດຄວບຄຸມໄດ້

# ຂ່າວ – ພາບ : ຊິລິການດາ

error: Content is protected !!