ໄຂອຸທິຍານແຫ່ງຊາດພູເຂົາຄວາຍ ຢ່າງເປັນທາງການ

    ພິທີເປີດອຸທິຍານແຫ່ງຊາດພູເຂົາຄວາຍ ຈັດຂຶ້ນວັນທີ 24 ມິຖຸນາ 2022 ຢູ່ຫ້ອງວ່າການປົກຄອງເມືອງທ່າພະບາດ ແຂວງບໍລິຄໍາໄຊ ໂດຍມີທ່ານ ປອ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ບຸນເສັງ ປະຖໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຮອງເຈົ້າແຂວງວຽງຈັນ ຮອງເຈົ້າແຂວງໄຊສົມບູນ ບັນດາເຈົ້າເມືອງ ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.  

    ປ່າສະຫງວນແຫ່ງຊາດພູເຂົາຄວາຍ ສ້າງຕັ້ງປີ 1993 ຕາມດໍາລັດສະບັບເລກທີ 164/ນຍ ເຊິ່ງແມ່ນ 1 ໃນ 18 ປ່າສະຫງວນແຫ່ງຊາດ ແລະ ເອີ້ນເຂດເຫຼົ່ານີ້ວ່າເປັນເຂດອະນຸຮັກຊີວະພາບແຫ່ງຊາດ ປ່າສະຫງວນແຫ່ງຊາດພູເຂົາຄວາຍ ມີລັກສະນະສະເພາະທີ່ໂດດເດັ່ນດ້ານພູມີສາດ ແລະ ຊີວະນາໆພັນທີ່ແຕກຕ່າງກັນ ເຊິ່ງປະກອບດ້ວຍພື້ນທີ່ປ່າປົກຫຸ້ມ ປ່າດົງດິບຕຶບໜາ ປ່າປະສົມ ກວມເອົາພື້ນທີ່ທິດຕາເວັນອອກ ແລະ ທິດຕາເວັນຕົກສ່ຽງໃຕ້ເປັນສ່ວນໃຫຍ່ ປ່າໄມ້ແປກ ແລະ ປ່າໄມ້ເກົ່າແກ່ ຊະນິດພັນພືດ ພັນສັດ ເຄື່ອງປ່າຂອງດົງ ແລະ ພືດເປັນຢາ ກວມເອົາພື້ນທີ່ທິດຕາເວັນຕົກເປັນສ່ວນໃຫຍ່ ມີທົ່ງຫຍ້າກວ້າງຂວາງຢູ່ຍອດຂອງພູພຽງ ເມື່ອບໍ່ດົນມານີ້ໄດ້ຄົ້ນພົບພືດລົ້ມລຸກຊະນິດໃໝ່ຂອງໂລກ Gentiana laotica Critically Endangered (CR) (ເປັນຕະກຸນພືດທີ່ພົບເຫັນໃນທະວີບເອີຣົບ ອາເມຣິກາ ແລະ ອາຊີ) ພ້ອມນີ້ຍັງມີປະຊາກອນສັດປ່າທີ່ໃກ້ສູນພັນ ເຊັ່ນ: ທະນີແກ້ມຂາວ ເຊິ່ງບົ່ງບອກເຖິງຄວາມອຸດົມສົມບູນຂອງລະບົບນິເວດປ່າໄມ້ ແລະ ສັດປ່າ ມີເຂດອະນຸຮັກນົກຍຸງ ນອກນີ້ຍັັງເປັນຈຸດກໍາເນີດຂອງປ່າຍອດນໍ້າທີ່ສໍາຄັນຫຼາຍເຂດ ປະກອບດ້ວຍລໍາທານ ແຫຼ່ງນໍ້າ ແລະ ສາຍຫ້ວຍນ້ອຍ-ໃຫຍ່ຫຼາຍສາຍ ທີ່ໄຫຼປ່ອງໃສ່ນໍ້າງື່ມ ແລະ ນໍ້າຂອງ ມີຄຸນຄ່າດ້ວຍປະຫວັດສາດ ແລະ ວັດທະນະທໍາ ມີວັດພະບາດແອວຂັນ ວັດພະບາດພູເຂົາຄວາຍ/ນາຍາງ ຮູບປັ້ນພະພຸດທະຮູບເກົ່າແກ່ຂອງຍຸກມອນ (1200 ປີ) ທີ່ສະແດງໃຫ້ເຫັນອະລິ ຍະທໍາຂອງມະນຸດດຶກດໍາບັນ ທີ່ພົວພັນກັບທໍາມະຊາດຢ່າງສະໜິດແໜ້ນ.

    ພາຍຫຼັງລັດຖະບານໄດ້ປະກາດປ່າສະຫງວນແຫ່ງຊາດພູເຂົາຄວາຍເປັນອຸທິຍານແຫ່ງຊາດພູເຂົາຄວາຍ ທ້າຍປີ 2021 ກະຊວງກະສິກໍາ ແລະ ປ່າໄມ້ ໂດຍສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ກໍໄດ້ຈັດວາງຊັບຊ້ອນບຸຄະລາກອນ ກະກຽມດ້ານການຈັດຕັ້ງ ແລະ ງົບປະມານ ເພື່ອຄຸ້ມຄອງ ອະນຸຮັກ ປົກປັກຮັກສາຊີວະນາໆພັນ ຄຽງຄູ່ກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ອາໄສຢູ່ໃນ ແລະ ຢູ່ອ້ອມຂ້າງ ອຸທິຍານແຫ່ງຊາດພູເຂົາຄວາຍແມ່່ນ 1 ໃນ 5 ເຂດພູມີທັດຂອງ 8 ເຂດປ່າສະຫງວນ ແລະ ອຸທິຍານແຫ່ງຊາດ ທີ່ຈະໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກໂຄງການພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ທີ່ມີເປົ້າໝາຍປົກປັກຮັກສາຊີວະນາໆພັນ ຕິດພັນກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໂດຍຖືເອົາການສົ່ງເສີມວຽກງານທ່ອງທໍາມະຊາດເປັນຫຼັກ. 

    ທ່ານ ປອ ເພັດ ພົມພິພັກ ກ່າວວ່າ: ປ່າໄມ້ ເປັນຊັບພະຍາກອນທໍາມະຊາດອັນລໍ້າຄ່າ ທີ່ຂະໜານນາມວ່າເປັນບໍ່ “ຄໍາຂຽວ” ເຊິ່ງມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ເປັນແຫຼ່ງທໍາມາຫາກິນທີ່ອຸດົມສົມບູນໃຫ້ປະຊາຊົນບັນດາເຜົ່າ ແລະ ປະກອບສ່ວນສໍາຄັນໃນການຫຼຸດຜ່ອນຄວາມທຸກຍາກ ນັບແຕ່ອະດີດເຖິງປັດຈຸບັນ ຄວາມອຸດົມສົມບູນຂອງປ່າໄມ້ ຍັງເປັນທ່າແຮງຕົ້ນຕໍໃນການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ ເຊິ່ງໄດ້ກ່ຽວພັນກັບຫຼາຍຂະແໜງການ ເປັນຕົ້ນ ດ້ານພະລັງງານໄຟຟ້າ ການທ່ອງທ່ຽວ ການກະສິກໍາ ແລະ ອື່ນໆ ນອກນີ້ ປ່າໄມ້ຍັງປະກອບສ່ວນໃນການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ດ້ວຍການສະໜອງຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ເພື່ອຊົມໃຊ້ໃນຄົວເຮືອນ ສ້າງລາຍຮັບ ເປັນບ່ອນບໍລິການດ້ານນິເວດຫຼາຍດ້ານ ເປັນຕົ້ນການອະນຸຮັກຊີວະນາໆພັນ ປ້ອງກັນແຫຼ່ງນໍ້າ ປັບປຸງຄຸນນະພາບສິ່ງແວດລ້ອມ ແລະ ການຕ້ານການປ່ຽນແປງຂອງສະພາບດິນຟ້າອາກາດ.

    ອຸທິຍານແຫ່ງຊາດພູເຂົາຄວາຍ ມີພື້ນທີ່ປ່າທີ່ກວ້າງໃຫຍ່ ແລະ ອຸດົມສົມບູນ ຢູ່ອ້ອມຮອບ ແລະ ໃກ້ນະຄອນຫຼວງຂອງປະເທດ ເປັນເຂດທີ່ອຸດົມສົມບູນໄປດ້ວຍພັນສັດ ພັນພືດ ແລະ ເຄື່ອງປ່າຂອງດົງມາແຕ່ດຶກດໍາບັນ ມີຮ່ອງຮອຍປະຫວັດສາດ ແລະ ວັດທະນະທໍາ ທີ່ມີຄວາມສໍາຄັນດ້ານການທ່ອງທ່ຽວທໍາມະຊາດ ການສຶກສາຄົ້ນຄວ້າວິທະຍາສາດ ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ຮ່ວມກັບອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້ານໍາສະເໜີລັດຖະບານພິຈາລະນາອອກດໍາລັດວ່າດ້ວຍການສ້າງຕັັ້ງອຸທິຍານແຫ່ງຊາດພູເຂົາຄວາຍ ໃນທ້າຍປີ 2021 ຕາມດໍາລັດ 733/ນຍ ມີເນື້ອທີ່ປະມານ 191.900 ເຮັກຕາ ກວມເອົາເນື້ອທີ່ສ່ວນໜຶ່ງຂອງ 8 ເມືອງ 3 ແຂວງ ແລະ ນະຄອນຫຼວງວຽງຈັນ ຖືເປັນ 1 ໃນ 6 ອຸທິຍານແຫ່ງຊາດ ໃນ ສປປ ລາວ ທີ່ມີບົດບາດສໍາຄັນດ້ານລະບົບນິເວດວິທະຍາ ສິ່ງແວດລ້ອມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງບັນດາແຂວງ ໂດຍສະເພາະນະຄອນຫຼວງຂອງປະເທດ ລວມທັງຊາຍແດນລະຫວ່າງຊາດ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ເພີ່ມທະວີ ແລະ ມີຄວາມເປັນເອກະພາບສູງໃນບັນດາແຂວງທີ່ມີເນື້ອທີ່ຕິດຈອດ ເອົາໃຈໃສ່ປະສານງານກັບທຸກພາກສ່ວນ ແຕ່ຂັັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອປົກປັກຮັກສາປ່າໄມ້ ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ປະ ກອບສ່ວນໃນການປັບປຸງຊິວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ.

# ຂ່າວ – ພາບ : ສະບາໄພ

error: Content is protected !!