ຈັນທະບູລີ ເຜີຍແຜ່ດຳລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ

    ກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ແລະ ຄຳແນະນຳໃນ ການຈັດຕັ້ງປະຕິບັດວຽກງານຈັນຍາບັນຂອງພະນັກງານ-ລັດຖະກອນ ຈັດຂຶ້ນວັນທີ 24 ມິຖຸນາ 2022 ທີ່ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ມີທ່ານ ດາວວິເສດ ສີບຸນເຮືອງ ຫົວໜ້າຂະແໜງຄຸ້ມຄອງລັດຖະກອນ ພະແນກພາຍໃນ ນວ ພ້ອມຫົວໜ້າຫ້ອງການ ຫົວໜ້າໜ່ວຍງານທັງສາຍຕັ້ງ ແລະ ສາຍຂວາງ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມຮັບຟັງ.

    ຈຸດປະສົງກອງປະຊຸມຄັ້ງນີ້ ກໍເພຶ່ອເປັນການສຶກສາອົບຮົມ ປູກຈິດສໍານຶກໃຫ້ກັບບັນດາພະນັກງານຫຼັກແຫຼ່ງພາຍໃນເມືອງ ຕ້ອງເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ດີ ເຄື່ອນໄຫວວິຊາຊີບດ້ວຍຄວາມສັດຊື່ ແລະ ບໍ່ສະແຫວງຫາຜົນປະໂຫຍດໃນທາງທີ່ບໍ່ຖືກຕ້ອງ ແລະ ປະຕິບັດຈັນຍາບັນຂອງຕົນຢ່າງເຂັ້ມງວດ ເຄົາລົບ ແລະ ມີສະຕິຕໍ່ການຈັດຕັ້ງ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ບໍລິການຮັບໃຊ້ປະຊາຊົນ ແລະ ສັງຄົມດ້ວຍຄວາມຈິງໃຈ ສະເໝີພາບ ໂປ່ງໃສ ມີກິລິຍາມາລະ ຍາດດີ ຖະໝອມຖ່ອມໂຕ ບໍ່ຮຽກຮ້ອງສິ່ງຕອບແທນ ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ ແລະ ສັງຄົມ ໃນການປະຕິບັດໜ້າທີ່ວຽກງານ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!