ກອຍກາ ມອບເຄື່ອງຊ່ວຍເຫຼືອໃຫ້ສູນກາງຊາວໜຸ່ມ ເພື່ອປ້ອງກັນໂຄວິດ

ວັນ​ທີ 26 ພຶດ­ສະ­ພາ 2020 ອົງ­ການ​ຮ່ວມ​ມື​ສາ­ກົນ ສ ເກົາ­ຫຼີ (KOICA) ປະ­ຈຳ​ລາວ ໄດ້​ມອບ​ເຄື່ອງ​ອຸ­ປະ­ໂພກ-ບໍ­ລິ­ໂພກ ແລະ ເຄື່ອງ​ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ-19 ໃຫ້​ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ (ສຊປລ) ເພື່ອ​ນຳ­ໄປ​ແຈກ​ຢາຍ​ໃຫ້​ບັນ­ດາ​ສູນ​ກັກ​ກັນ ສູນ​ຕິດ­ຕາມ​ພະ­ຍາດ ແລະ ເຝົ້າ​ລະ­ວັງ ບັນ­ດາ​ແຮງ​ງານ​ລາວ ທີ່​ເດີນ­ທາງ​ມາ​ຈາກ​ຕ່າງ­ປະ­ເທດ ເຊິ່ງ​ເຄື່ອງ​ທີ່​ນຳ​ມອບ​ຄັ້ງ​ນີ້ ປະ­ກອບ​ມີ​ເຂົ້າ­ສານ​ອາ­ຫານ​ແຫ້ງ 3,5 ໂຕນ ເຈວ​ລ້າງ​ມື 3.600 ຕຸກ ຜ້າ​ອັດ​ປາກ 17.000 ອັນ ແລະ ເຄື່ອງ­ໃຊ້​ອື່ນໆ​ອີກ​ຈຳ­ນວນ​ໜຶ່ງ ກ່າວ​ມອບ​ໂດຍ​ທ່ານ ຊອງ​ຊຸນ ຊິນ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ເກົາ­ຫຼີ ປະ­ຈຳ​ລາວ ແລະ ກ່າວ​ຮັບ​ໂດຍ​ທ່ານ ອາ​ລຸນ​ໄຊ ສູນ​ນະ­ລາດ ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ໂດຍ​ມີ​ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ທ່ານ ຊອງ​ຊຸນ ຊິນ ກ່າວ​ວ່າ: ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໄດ້​ຂະ­ຫຍາຍ​ເປັນ​ວົງ​ກວ້າງ ແລະ ສ ເກົາ­ຫຼີ ກໍ​ເປັນ​ໜຶ່ງ​ໃນ​ປະ­ເທດ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຕໍ່​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ສະ­ນັ້ນ ໃນ​ກາງ​ເດືອນ​ມີ­ນາ 2020 ລັດ­ຖະ­ບານ​ແຫ່ງ ສ ເກົາ­ຫຼີ ໄດ້​ເຮັດ​ທຸກ​ວິ­ທີ​ທາງ​ເພື່ອ​ສະ­ກັດ​ກັ້ນ​ບໍ່​ໃຫ້​ມີ​ການ​ແຜ່​ລະ­ບາດ ເປັນ­ຕົ້ນ ໄດ້​ມີ​ການ​ເອົາ­ໃຈ­ໃສ່​ໃນ​ການ​ກວດ­ກາ​ສຸ­ຂະ­ພາບ​ຂອງ​ປະ­ຊາ­ຊົນ ກວດ­ກາ​ໃນ​ສະ­ຖານ­ທີ່​ທີ່​ມີ​ຄວາມ​ສ່ຽງ ແລະ ຜູ້​ຄົນ​ແອ​ອັດ ພ້ອມ​ກັນ​ນັ້ນ ລັດ­ຖະ­ບານ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ອັນ​ທັນ​ສະ­ໄໝ ເຂົ້າ​ມາ​ຊ່ວຍ​ໃນ​ການ​ປິ່ນ­ປົວ ແລະ ຕິດ­ຕາມ​ກວດ­ກາ​ຫາ​ຜູ້​ຕິດ­ເຊື້ອ ມາ​ຮອດ​ປັດ­ຈຸ­ບັນ ສ ເກົາ­ຫຼີ ຖື​ວ່າ​ສາ­ມາດ​ຄວບ​ຄຸມ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໄດ້​ຢ່າງ​ມີ​ປະ­ສິດ​ທິດ​ພາບ ເຊິ່ງ​ອົງ­ການ​ກອຍ​ກາ​ເຊື່ອ​ໝັ້ນ​ວ່າ​ລັດ­ຖະ­ບານ​ລາວ ໄດ້​ເຮັດ​ສຸດ​ຄວາມ​ສາ­ມາດ​ໃນ​ການ​ປ້ອງ​ກັນ ແລະ ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ລວມ​ເຖິງ​ໃຫ້­ການ​ເບິ່ງ­ແຍງ​ບັນ­ດາ​ແຮງ​ງານ​ລາວ ທີ່​ເດີນ­ທາງ​ມາ​ຈາກ​ຕ່າງ­ປະ­ເທດ​ເປັນ​ຢ່າງ​ດີ ດ້ວຍ​ເຫດ­ຜົນ​ດັ່ງ­ກ່າວ ທາງ​ອົງ­ການ​ກອຍ​ກາ ຈຶ່ງ​ໄດ້​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ຊ່ວຍ­ເຫຼືອ​ແຮງ​ງານ​ລາວ​ຄັ້ງ​ນີ້ ເຊັ່ນ​ດຽວ​ກັນ ໂດຍ​ສະ­ເພາະ​ແມ່ນ ເນັ້ນ​ໃສ່​ເຮັດ​ໃຫ້​ບັນ­ດາ​ແຮງ​ງານ​ລາວ​ທີ່​ມາ​ແຕ່​ຕ່າງ­ປະ­ເທດ ໃຫ້​ໄດ້​ມີ​ອຸ­ປະ­ກອນ​ປ້ອງ​ກັນ​ທີ່​ຈຳ­ເປັນ​ເພື່ອ​ປ້ອງ​ກັນ ຢຸດ​ການ​ແຜ່​ລະ­ບາດ​ຂອງ​ໄວ​ຣັສ ແລະ ແກ້​ໄຂ​ຊີ­ວິດ​ການ​ເປັນ​ຢູ່​ຂັ້ນ​ພື້ນ­ຖານ.

ທ່ານ ອາ​ລຸນ​ໄຊ  ສູນ​ນະ­ລາດ ໄດ້​ກ່າວ​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ການ​ຊ່ວຍ­ເຫຼືອ​ຄັ້ງ​ນີ້ ໃນ​ໄລ­ຍະ​ຜ່ານ​ມາ ທາງ​ອົງ­ການ​ກອຍ​ກາ ແລະ ສູນ​ກາງ​ຊາວ​ໝຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ໄດ້​ເຄີຍ​ຈັດ​ຕັ້ງ​ປະ­ຕິ­ບັດ​ກິດ­ຈະ­ກຳ​ຮ່ວມ​ກັນ ໃນ​ການ​ຊ່ວຍ­ເຫຼືອ​ຜູ້​ປະ­ສົບ​ອຸ​ທົກ​ກະ​ໄພ​ທີ່​ແຂວງ​ອັດ​ຕະ​ປຶ ແລະ ນີ້​ກໍ​ຈະ​ເປັນ​ການ​ຮ່ວມ​ມື​ອີກ​ໂຄງ­ການ​ໜຶ່ງ​ລະ­ຫວ່າງ​ສອງ​ພາກ­ສ່ວນ ສະ­ນັ້ນ​ພວກ​ເຮົາ​ໃຫ້​ຄຳ​ໜັ້ນ​ສັນ­ຍາ​ວ່າ​ຈະ​ນຳ​ເຄື່ອງ​ທີ່​ໄດ້​ຮັບ​ຄັ້ງ​ນີ້ ໄປ​ແຈກ​ຢາຍ​ໃຫ້​ບັນ­ດາ​ແຮງ​ງານ​ລາວ​ທີ່​ປະ­ຈຳ​ຢູ່​ສູນ​ຕ່າງໆ​ໃນ​ທົ່ວ​ປະ­ເທດ ແລະ ຜູ້​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໂຄ​ວິດ-19 ໃຫ້​ທົ່ວ​ເຖິງ​ກັນ ໃນ​ອະ​ນາ​ຄົນ​ຕໍ່­ໜ້າ ສຊປລ ແລະ ອົງ­ການ​ກອຍ​ກາ​ຍັງ​ຈະ​ໄດ້​ມີ​ຫຼາຍ​ກິດ­ຈະ­ກຳ​ຮ່ວມ​ກັນ ເປັນ­ຕົ້ນ​ການ​ເສີມ​ສ້າງ​ທັກ​ສະ​ໃຫ້​ບັນ­ດາ​ຊາວ​ໝຸ່ມ-ເຍົາ­ວະ​ຊົນ ແລະ ກິດ­ຈະ­ກຳ​ອື່ນໆ ເຊິ່ງ​ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ຕາງ­ໜ້າ​ໃຫ້​ລັດ­ຖະ­ບານ​ລາວ ແລະ ອາ­ສາ​ສະ­ໝັກ​ໄວ​ໜຸ່ມ​ຈະ​ໄດ້​ດຳ­ເນີນ​ການ­ແຈກ­ຢາຍ​ເຄື່ອງ ຂອງ​ທີ່​ໄດ້​ຮັບ​ຈາກ​ອົງ­ການ​ກອຍ​ກາ​ໄປ​ຍັງ​ບັນ­ດາ​ສູນ​ຕ່າງໆ​ທົ່ວ​ປະ­ເທດ​ຢ່າງ​ທົ່ວ​ເຖິງ.

error: Content is protected !!