ໂຮງແຮມນະຄອນສັກ ວາງມາດຕະການຕໍ່ແຂກທີ່ເຂົ້າມາໃຊ້ບໍລິການ

ໂຮງ­ແຮມ​ນະ­ຄອນ​ສັກ ເປັນ​ໜຶ່ງ​ໃນ​ໂຮງ­ແຮມ​ທີ່​ລັດ­ຖະ­ບານ​ຄັດ​ເລືອກ​ເປັນ​ສູນ​ກັກ​ກັນ​ຊົ່ວ­ຄາວ ໃຫ້​ແຂກ ກໍ​ຄື ບຸກ­ຄົນ ນັກ­ຮຽນ-ນັກ​ສຶກ​ສາ ນັກ­ທຸ­ລະ­ກິດ ຈາກ​ປະ­ເທດ​ເພື່ອນ​ບ້ານ​ທີ່​ໄດ້​ຮັບ​ອະ­ນຸ­ຍາດ​ໃຫ້​ເດີນ­ທາງ​ເຂົ້າ​ມາ ສປປ ລາວ ເຊິ່ງ​ໂຮງ­ແຮມ​ດັ່ງ­ກ່າວ​ໄດ້​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ ຄຳ​ແນະ­ນຳ ກໍ​ຄື ມາດ​ຕະ­ການ​ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ ທີ່​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ​ຢ່າງ​ເຄັ່ງ​ຄັດ ຕໍ່​ບັນ­ດາ​ແຂກ​ທີ່​ເຂົ້າ​ມາ​ໃຊ້​ບໍ­ລິ­ການ.

ທ່ານ ແສງ​ເພັດ ນະ­ຄອນ​ສັກ ປະ­ທານ​ໂຮງ­ແຮມ​ນະ­ຄອນ​ສັກ ໃຫ້​ສຳ­ພາດ​ວັນ​ທີ 25 ພຶດ­ສະ­ພາ 2020 ວ່າ: ໂຮງ­ແຮມ​ນະ­ຄອນ​ສັກ ໄດ້​ເລີ່ມ​ເປີດ​ເປັນ​ສູນ​ກັກ​ກັນ​ຊົ່ວ­ຄາວ​ແຕ່​ຕົ້ນ​ເດືອນ​ພຶດ­ສະ­ພາ 2020 ເປັນ­ຕົ້ນ​ມາ ເຊິ່ງ​ໄດ້​ໃຫ້​ບໍ­ລິ­ການ​ແກ່​ລູກ​ຄ້າ​ຫຼາຍ​ກວ່າ 40 ຄົນ ໃນ​ນີ້ ຄົບ​ກຳ­ນົດ 14 ວັນ​ແລ້ວ​ຈຳ­ນວນ​ໜຶ່ງ ແລະ ຍັງ​ເຫຼືອ​ຜູ້​ກັກ​ກັນ​ຈຳ­ນວນ​ໜຶ່ງ ໃນ​ນີ້ ໂຮງ­ແຮມ​ໄດ້​ວາງ​ມາດ​ຕະ­ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ​ຢ່າງ​ເຄັ່ງ​ຄັດ ເປັນ­ຕົ້ນ ມີ​ການ​ວັດ­ແທກ​ອຸນ­ຫະ­ພູມ​ທຸກ​ວັນ ແຂກ​ທີ່​ເຂົ້າ​ມາ​ໃຊ້​ບໍ­ລິ­ການ​ຈະ​ຕ້ອງ​ຢູ່​ໃນ​ຫ້ອງ​ຕະ­ຫຼອດ 24 ຊົ່ວ­ໂມງ ຫ້າມ​ຄົນ​ອື່ນ​ເຂົ້າ​ພົບ ໂດຍ​ພະ­ນັກ­ງານ​ໂຮງ­ແຮມ​ຈະ​ອຳ­ນວຍ​ຄວາມ​ສະ­ດວກ​ຕ່າງໆ​ໃຫ້ ໂດຍ​ສະ­ເພາະ ອາ­ຫານ ເຄື່ອງ​ດື່ມ (3 ຄາບ​ຕໍ່​ວັນ) ໄປ​ປະ​ໄວ້­ໜ້າ​ຫ້ອງ ແລ້ວ​ໃຫ້​ຜູ້­ກ່ຽວ​ອອກ​ມາ​ເອົາ​ເອງ ແນ­ໃສ່​ເວັ້ນ​ໄລ­ຍະ​ຫ່າງ ພ້ອມ​ນີ້​ຍັງ​ໄດ້​ວາງ​ມາດ​ຕະ­ການ​ຮັກ­ສາ​ຄວາມ​ສະ­ອາດ​ຢ່າງ​ເຄັ່ງ​ຄັດ ໂດຍ​ການ​ສີດ​ຢາ​ຂ້າ​ເຊື້ອ​ທັງ​ພາຍ​ໃນ ແລະ ອ້ອມ​ຮອບ​ບໍ­ລິ­ເວນ​ໂຮງ­ແຮມ​ເປັນ​ປະ­ຈຳ​ທຸກ​ວັນ ແຂກ​ພາຍ​ໃນ​ນະ­ຄອນ­ຫຼວງ ແລະ ຕ່າງ​ແຂວງ ບໍ່​ໃຫ້​ເຂົ້າ​ມາ​ໃຊ້​ບໍ­ລິ­ການ ເພື່ອ​ປ້ອງ​ກັນ​ການ​ຕິດ­ເຊື້ອ​ໂຄ​ວິດ-19.

ສຳ­ລັບ​ແຂກ​ທີ່​ຈະ​ເຂົ້າ​ມາ​ໃຊ້​ບໍ­ລິ­ການ ຕ້ອງ​ຜ່ານ​ການ​ກວດ​ຫາ​ເຊື້ອ​ພະ­ຍາດ​ໂຄ​ວິດ-19 ແລະ ຕ້ອງ​ມີ​ໃບ­ຢັ້ງ­ຢືນ​ຈາກ​ແພດ-ໝໍ ຫຼື ຄະ­ນະ​ສະ­ເພາະ​ກິດ ຈິ່ງ​ສາ­ມາດ​ເຂົ້າ​ມາ​ໃຊ້​ບໍ­ລິ­ການ​ໄດ້ ຂະ­ນະ​ດຽວ​ກັນ​ໂຮງແຮມ​ຍັງ​ມີ​ແພດ-ໝໍ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ມາ​ປະ­ຈຳ ເພື່ອ​ຕິດ­ຕາມ ແລະ ວັດ­ແທກ​ອຸນ­ຫະ­ພູມ ແຂກ​ທີ່​ເຂົ້າ​ມາ​ໃຊ້​ບໍ­ລິ­ການ​ທຸກ​ວັນ ຖ້າ​ພົບ​ວ່າ​ມີ​ອາ­ການ​ຜິດ​ປົກ­ກະ­ຕິ ຫຼື ອຸນ­ຫະ­ພູມ​ສູງ​ເກີນ​ກຳ­ນົດ ກໍ​ຈະ​ນຳ​ສົ່ງ​ໄປ​ໂຮງ­ໝໍ​ທັນ­ທີ.

error: Content is protected !!