ຮົງກົງຈົດສິດທິບັດ ແລະ ເລີ່ມຕົ້ນຜະລິດສະເປຂ້າເຊື້ອໄວຣັສ ແລະ ແບກທີເຣຍ ຊຶ່ງລວມເຖິງໂຄວິດ-19 ແລະ ສາມາດປ້ອງກັນ ແລະ ຂ້າເຊື້ອໂຣກໄດ້ຍາວນານເຖິງ 90 ວັນ ຕາມລາຍງານຂອງ Deutsche Welle ແລະ Sky News.
ສະເປຊະນິດນີ້ ຊື່ວ່າ MAP-1 ພັດທະນາໂດຍມະຫາວິທະຍາໄລ Hong Kong University of Science and Technology ແລະ ເຂົ້າຈົດສິດທິບັດຮຽບຮ້ອຍແລ້ວ ໂດຍຜູ້ພັດທະນາລະບຸວ່າ ສະເປຂ້າເຊື້ອໂຣກນີ້ ຈະຂ້າເຊື້ອເທິງພື້ນຜິວທີ່ສີດພົ່ນໄດ້ນານເຖິງ 90 ວັນ ແລະ ປ້ອງກັນແບກທີເຣຍ ແລະ ໄວຣັສ ຊຶ່ງລວມເຖິງສາຍພັນທີ່ເປັນຕົ້ນຕໍຂອງໂຄວິດ-19 ດ້ວຍ ທີ່ສຳຄັນ ສະເປດັ່ງກ່າວບໍ່ເປັນອັນຕະລາຍຕໍ່ຜູ້ໃຊ້ ແລະ ຈະຢູ່ເທິງພື້ນຜິວທີ່ສີດພົ່ນ ເຖິງແມ່ນຈະຜ່ານການສຳຜັດຫຼາຍຄັ້ງ ເຊັ່ນ ປຸ່ມກົດລິຟ ຮາວຂັ້ນໄດ ຫຼື ຕາມຮາວຈັບຂອງລະບົບຂົນສົ່ງມວນຊົນ.

ອາຈານໂຈເຊຟ ຄວອນ (Joseph Kwan) ໜຶ່ງໃນຫົວໜ້າທີມວິໄຈສະເປນີ້ ບອກວ່າ ພື້ນທີ່ຕ່າງໆທີ່ໄດ້ຮັບການສຳຜັດເລື້ອຍໆ ເປັນຕົວກາງໃນການແຜ່ເຊື້ອໂຣກຕ່າງໆ ແລະ ການສີດພົ່ນນ້ຳຢາຂ້າເຊື້ອຕົວນີ້ ຈະມີປະສິດທິພາບໃນການປ້ອງກັນການແຜ່ລະບາດຂອງເຊື້ອໂຣກໄດ້ດີ.
ທີມວິໄຈໃຊ້ເວລາກວ່າ 10 ປີ ໃນການພັດທະນາສະເປ MAP-1 ທີ່ສາມາດຂ້າເຊື້ອແບກທີເຣຍ ໄວຣັສ ແລະ ສິ່ງມີຊີວິດຂະໜາດນ້ອຍທີ່ເບິ່ງບໍ່ເຫັນໄດ້ ໂດຍສະເປຈະມີລະອອງນາໂນແຄບຊູລທີ່ປະສົມນ້ຳຢາຂ້າເຊື້ອ ຊຶ່ງແຕກຕ່າງຈາກສະເປຂ້າເຊື້ອທົ່ວໄປ ທີ່ມີສ່ວນປະສົມຂອງເຫຼົ້າ ແລະ ນ້ຳຢາຊັກຟອກຕ່າງໆ ນອກຈາກນີ້ ຕົວສະເປຍັງມີສານເຄືອບຜິວຊະນິດພິເສດທີ່ອ່ອນໄຫວຕໍ່ຄວາມຮ້ອນ ແລະ ຈະປ່ອຍສານຂ້າເຊື້ອເມື່ອມີຄວາມຮ້ອນຈາກການສຳຜັດຂອງມະນຸດ ແລະ ຈະປິດລະບົບຂ້າເຊື້ອເອງ ຫາກບໍ່ຖືກສຳຜັດເພື່ອຮັກສາປະລິມານນ້ຳຢາຂ້າເຊື້ອໄດ້ດ້ວຍຕົວມັນເອງ.
ທາງທີມວິໄຈລະບຸວ່າ ສານເຄືອບພື້ນຜິວຊະນິດນີ້ ໄດ້ຮັບອະນຸຍາດຈາກທາງການຮົງກົງໃຫ້ຜະລິດທາງການຄ້າໄດ້ເມື່ອເດືອນກຸມພາທີ່ຜ່ານມາ ຊຶ່ງຈະນຳມາວາງຂາຍຢ່າງເປັນທາງການ ໄລຍະເດືອນພຶດສະພາປີນີ້ ໃນລາຄາ 31 ໂດລາ ຫຼືປະມານ 280.000 ກີບ ສຳລັບປະລິມານ 60 ມິນລິລິດ ແລະ 87 ໂດລາ ຫຼືປະມານ 784.000 ກີບ ສຳລັບສະເປຂະໜາດ 200 ມິນລິລິດ ແຕ່ຖ້າເປັນການສີດພົ່ນຂ້າເຊື້ອໃນສະຖານທີ່ຂະໜາດໃຫຍ່ຢ່າງໂຮງຮຽນ ໃຊ້ຕົ້ນທຶນປະມານ 2.500-6.000 ໂດລາ ຫຼືປະມານ 22.511.456 – 54.027.494 ກີບ.
ໂດຍລະຫວ່າງນີ້ ອົງກອນການກຸສົນທ້ອງຖິ່ນຂອງຮົງກົງ ໄດ້ນຳສະເປ MAP-1 ໄປສີດພົ່ນຕາມເຮືອນຊານຂອງຄົນລາຍໄດ້ໜ້ອຍໃນຮົງກົງກວ່າພັນຄອບຄົວ ລວມທັງນຳໄປໃຊ້ຂ້າເຊື້ອໂຣກຕາມຫ້າງສັບພະສິນຄ້າ ໂຮງຮຽນ ແລະ ສູນກີລາໃນຮົງກົງແລ້ວ.