ການປະຕິຮູບລັດວິສາຫະກິດທີ່ລັດຖືຮຸ້ນ ຕ້ອງປັບປຸງໂຄງສ້າງຢ່າງຮອບດ້ານ

    ການປະຕິຮູບລັດວິສາຫະກິດທີ່ລັດຖືຮຸ້ນ 100% ຫຼື ຮັກສາການຖືຮຸ້ນໄວ້ ຕ້ອງໄດ້ມີການປັບໂຄງສ້າງຂອງລັດວິສາຫະກິດ ເປັນຕົ້ນ ໂຄງສ້າງທາງດ້ານການເງິນ ຊັບສິນ-ໜີ້ສິນ ໂຄງສ້າງຜູ້ບໍລິຫານ ແລະ ໂຄງສ້າງບຸຄະລາກອນຮອບດ້ານ ເພື່ອເຮັດໃຫ້ວິສາຫະກິດດຳເນີນທຸລະກິດຢ່າງມີປະສິດທິຜົນ.

    ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານກ່ຽວກັບຄວາມຄືບໜ້າ ແລະ ທິດທາງການປະຕິຮູບລັດວິສາຫະກິດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 22 ມິຖຸນາ 2022 ວ່າ: ກະຊວງການເງິນມີຫົວໜ່ວຍລັດວິສາຫະກິດຄຸ້ມຄອງທັງໝົດ 178 ຫົວໜ່ວຍ ຫຼື ເທົ່າກັບ 0,12% ຂອງຈໍານວນຫົວໜ່ວຍວິສາຫະກິດທັງໝົດທີ່ໄດ້ຂຶ້ນທະບຽນໃນຂອບເຂດທົ່ວປະເທດ ໃນນີ້ 96 ຫົວໜ່ວຍຢູ່ສູນກາງ ແລະ 82 ຫົວໜ່ວຍຢູ່ທ້ອງຖິ່ນ ມີທຶນຈົດທະບຽນ 28.008 ຕື້ກີບ ຫຼືເທົ່າກັບ 6% ຂອງທຶນຈົດທະບຽນຂອງວິສາຫະກິດທັງໝົດໃນຂອບເຂດທົ່ວປະເທດ ມີມູນຄ່າຊັບສິນທັງໝົດມີ 184.765 ຕື້ກີບ ທຽບເທົ່າ 96,16% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ມູນຄ່າໜີ້ສິນ 147.451 ຕື້ກີບ ທຽບເທົ່າ 76,74% ຂອງ GDP ມີລາຍຮັບຈາກການດໍາເນີນທຸລະກິດສະເລ່ຍ 31.530 ຕື້ກີບຕໍ່ປີ ແລະ ສາມາດສ້າງກຳໄລສຸດທິສະເລ່ຍໄດ້ 414 ຕື້ກີບຕໍ່ປີ ສາມາດມອບເງິນພັນທະໃຫ້ລັດຖະບານ ສະເລ່ຍມູນຄ່າ 504 ຕື້ກີບຕໍ່ປີ.  

    ການປະເມີນຜົນວິສາຫະກິດທີ່ລັດລົງທຶນໃນຈຳນວນດັ່ງກ່າວ ປີ 2020 ກະຊວງການເງິນ ໄດ້ດໍາເນີນການປະເມີນຜົນຂີດຄວາມສາມາດທາງການເງິນດ້ວຍຕົວຊີ້ວັດ (KPI) ລວມ 3 ປີ (2016-2018) ຂອງຈໍານວນ 41 ຫົວໜ່ວຍ (ເນື່ອງຈາກໂຕເລກປີ 2019 ຍັງສັງລວມຂໍ້ມູນບໍ່ທັນຄົບຖ້ວນ) ແລ້ວໄດ້ນຳມາຈັດລຳດັບປະສິດທິພາບທາງການເງິນເປັນ 3 ປະເພດຄື:

  • ປະເພດ A ແມ່ນທຸລະກິດທີ່ມີປະສິດທິຜົນດີ ມີ 12 ຫົວໜ່ວຍ
  • ປະເພດ B ແມ່ນທຸລະກິດທີ່ມີປະສິດທິຜົນປານກາງ ມີ 17 ຫົວໜ່ວຍ
  • ປະເພດ C ທຸລະກິດທີ່ບໍ່ມີປະສິດທິຜົນ ມີ 11 ຫົວໜ່ວຍ

    ຜ່ານການປະຕິຮູບລັດວິສາຫະກິດແຕ່ລະປະເພດ ໂດຍສະເພາະລັດວິສາຫະກິດຍຸດທະສາດທີ່ລັດຈຳເປັນຕ້ອງຖືຮຸ້ນ 100% ຫຼື ຮັກສາການຖືຮຸ້ນໄວ້ໃນອັດຕາສ່ວນໃຫຍ່ນັ້ນ ຕ້ອງດຳເນີນການປັບໂຄງສ້າງຂອງລັດວິສາຫະກິດ ເປັນຕົ້ນ ໂຄງສ້າງທາງດ້ານການເງິນ ຊັບສິນ-ໜີ້ສິນ ໂຄງສ້າງຜູ້ບໍລິຫານ ໂຄງສ້າງບຸຄະລາກອນຮອບດ້ານ ເພື່ອເຮັດໃຫ້ວິສາຫະກິດດໍາເນີນທຸລະກິດຢ່າງມີປະສິດທິຜົນ ສໍາລັບລັດວິສາຫະກິດທີ່ບໍ່ເປັນຍຸດທະສາດ ໂດຍລັດບໍ່ຈຳເປັນສືບຕໍ່ຖືຮຸ້ນໃນອັດຕາສ່ວນໃຫຍ່ ຈະໄດ້ຄົ້ນຄວ້າປັບໂຄງສ້າງວິສາຫະກິດ ໂດຍດຳເນີນການຂາຍຮຸ້ນອອກບາງສ່ວນ ເພື່ອສ້າງຄວາມເຊື່ອຖື ໂດຍເລືອກເອົາພາກສ່ວນເສດຖະກິດອື່ນທີ່ມີປະສົບການມາບໍລິຫານ ເພື່ອຍາດແຍ່ງທຶນຮອນເຕັກໂນໂລຊີ  ສ່ວນລັດວິສາຫະກິດເຄື່ອນໄຫວບໍ່ມີປະສິດທິຜົນ ແລະ ລັດບໍ່ຈຳເປັນເຂົ້າຖືຮຸ້ນ ຈະໄດ້ຄົ້ນຄວ້າຫັນໄປສູ່ຮູບການອື່ນ ໂດຍໃຫ້ດຳເນີນການກວດກາປະເມີນມູນຄ່າຊັບສິນ-ໜີ້ສິນຄືນໃໝ່ ໂດຍການວ່າຈ້າງບໍລິສັດທີ່ປຶກສາດ້ານການເງິນທີ່ໜ້າເຊື່ອຖື ເພື່ອເປັນເຄື່ອງມືໃຫ້ແກ່ຄະນະປະຕິຮູບຕົກລົງແຕ່ລະບັນຫາ  ສໍາລັບລັດວິສາຫະກິດໃດເຄື່ອນໄຫວບໍ່ມີປະສິດທິຜົນ ແລະ ກໍບໍ່ຈໍາເປັນມີລັດວິສາຫະກິດດັ່ງກ່າວອີກ ໂດຍໃຫ້ດໍາເນີນການຍຸບເລີກຕາມກົດໝາຍ ແລະ ລະບຽບການ.

    ກ່ຽວກັບການປັບປຸງໂຄງສ້າງຜູ້ບໍລິຫານ ແລະ ບຸຄະລາກອນ ຄະນະປະຕິຮູບລັດວິສາຫະກິດທີ່ໄດ້ຮັບການແຕ່ງຕັ້ງຈາກນາຍົກລັດຖະມົນຕີ ແມ່ນມີຄວາມຮັບຜິດຊອບປັບໂຄງສ້າງດັ່ງກ່າວຕາມທິດນຳຄື: ສໍາລັບຜູ້ບໍລິຫານລັດວິສາຫະກິດທີ່ເປັນຍຸດທະສາດຂອງປະເທດ ຜູ້ອຳນວຍການໃຫຍ່ຕ້ອງເປັນລັດຖະກອນ ແລະ ເປັນເລຂາໜ່ວຍພັກ ຮອງອຳນວຍການລົງໄປແມ່ນຈະໄດ້ວ່າຈ້າງຜູ້ບໍລິຫານທີ່ເປັນມືອາຊີບ ມີຄວາມຮູ້ ຄວາມສາມາດ ມີປະສົບການທີ່ແນ່ນອນຕາມກົນໄກການຄັດເລືອກບົນພື້ນຖານກົດໝາຍກໍານົດ ແລະ ແຕ່ງຕັ້ງ ຫຼື ປົດຕຳແໜ່ງຕາມລະບຽບການ  ສ່ວນຜູ້ບໍລິຫານລັດວິສາຫະກິດທີ່ລັດຖືຮຸ້ນ 51%-100% ທີ່ເປັນວິສາຫະກິດທົ່ວໄປ ແມ່ນສະພາບໍລິຫານເປັນຜູ້ຄັດເລືອກ ແລະ ປົດຕໍາແໜ່ງຄະນະອຳນວຍການ ຈະເລືອກເອົາລັດຖະກອນທີ່ມີຄວາມສາມາດ ຫຼື ສາມາດວ່າຈ້າງຜູ້ບໍລິຫານທີ່ເປັນມືອາຊີບເຂົ້າມາບໍລິຫານ ແລ້ວສະເໜີກະຊວງການເງິນອອກຂໍ້ຕົກລົງຕາມກົດໝາຍ ສໍາລັບລັດວິສາຫະກິດທີ່ລັດຖືຮຸ້ນ 49% ລົງມາ ຕໍ່ກັບຜູ້ບໍລິຫານແມ່ນອີງໃສ່ກອງປະຊຸມຜູ້ຖືຮຸ້ນເປັນຜູ້ຕົກລົງແຕ່ງຕັ້ງ  ແລະ  ປົດຕຳແໜ່ງ ແລ້ວສະເໜີກະຊວງການເງິນອອກຂໍ້ຕົກລົງຕາມກົດໝາຍຢ່າງຖືກຕ້ອງ.

error: Content is protected !!